ມຽນມາ ກວດພົບຜູ້ຕິດເຊື້ອ ໄຂ້ເລືອດອອກ ຫລາຍກວ່າ 3.500 ຄົນ ແລະ ເສຍຊີວິດ 10 ຄົນ

18/08/2026 18:33
ຂປລ ກະຊວງ ສາທາລະນະສຸກ ມຽນມາ ເປີດເຜີຍ ເມື່ອວັນທີ 17 ສິງຫາ ວ່າ: ໃນລະຫວ່າງ ເດືອນມັງກອນ-ກໍລະກົດ 2026, ມຽນມາ ລາຍງານ ວ່າ ຜູ້ຕິດເຊື້ອ ພະຍາດໄຂ້ເລືອດອອກ ຫລາຍກວ່າ 3.500 ຄົນ ແລະ ເສຍຊີວິດ 10 ຄົນ

ຂປລ.ສຳນັກຂ່າວ ອິນໂຟເຄວສ: ກະຊວງ ສາທາລະນະສຸກ ມຽນມາ ເປີດເຜີຍ ເມື່ອວັນທີ 17 ສິງຫາ ວ່າ: ໃນລະຫວ່າງ ເດືອນມັງກອນ-ກໍລະກົດ 2026, ມຽນມາ ລາຍງານ ວ່າ ຜູ້ຕິດເຊື້ອ ພະຍາດໄຂ້ເລືອດອອກ ຫລາຍກວ່າ 3.500 ຄົນ ແລະ ເສຍຊີວິດ 10 ຄົນ ໂດຍສະເພາະ ເຂດຢ້າງກຸ້ງ ກວດພົບ ຈຳນວນ ຜູ້ຕິດເຊື້ອ ຫລາຍທີ່ສຸດ ກວ່າ 2.000 ຄົນ. ດຣ. ຈໍ ການ ກອງ ຮອງຜູ້ອຳນວຍການໃຫຍ່ ກົມສາທາລະນະສຸກ ມຽນມາ ເປີດເຜີຍວ່າ: ຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຫລຸດລົງ ເມື່ອທຽບກັບ ໄລຍະດຽວກັນ ຂອງ ປີ 2025, ໃນຂະນະດຽວກັນ ຍັງລະບຸວ່າ ພະຍາດໄຂ້ເລືອດອອກ ເປັນພະຍາດ ຕິດເຊື້ອໄວຣັສ ທີ່ມີຍຸງເປັນພາຫະນຳເຊື້ອ ມັກກວດພົບ ການແຜ່ລະບາດ ສູງສຸດໃນໄລຍະ ເດືອນກໍລະກົດ ແລະ ສິງຫາ./

KPL

ຂ່າວອື່ນໆ

ads
ads

Top