ຂປລ
ກະຊວງ ພະລັງງານ ສ.ອາເມລິກາ ເປີດເຜີຍວ່າ: ປະລິມານນໍ້າມັນດິບ ໃນສາງສຳຮອງ ເຊີງຍຸດທະສາດ (SPR) ຫລຸດລົງ 5,3 ລ້ານຖັງ ເມື່ອອາທິດທີ່ຜ່ານມາ ຫລຸດລົງລະດັບຕໍ່າສຸດ ນັບຕັ້ງແຕ່ ປີ 1982.
ຂປລ.ສຳນັກຂ່າວອິນໂຟເຄວສ, ເມື່ອບໍ່ດົນມານີ້, ກະຊວງ ພະລັງງານ ສ.ອາເມລິກາ ເປີດເຜີຍວ່າ: ປະລິມານນໍ້າມັນດິບ ໃນສາງສຳຮອງ ເຊີງຍຸດທະສາດ (SPR) ຫລຸດລົງ 5,3 ລ້ານຖັງ ເມື່ອອາທິດທີ່ຜ່ານມາ ຫລຸດລົງລະດັບຕໍ່າສຸດ ນັບຕັ້ງແຕ່ ປີ 1982.
ຕາມຂໍ້ມູນ ຈາກ ກະຊວງ ກ່ຽວຂ້ອງ ລະບຸວ່າ: ໃນວັນທີ 14 ສິງຫາ, SPR ມີນ້ຳມັນດິບ ຈຳນວນ 293,4 ລ້ານຖັງ ຫລຸດລົງຈາກ 298.7 ລ້ານຖັງ ເມື່ອອາທິດ ກ່ອນໜ້າ. ໃນຂະນະທີ່ ປະລິມານ ນ້ຳມັນດິບ ຫລ້າສຸດ ປະກອບດ້ວຍ ນ້ຳມັນດິບ ຊະນິດ Sweet Crude ຈຳນວນ 100.9 ລ້ານຖັງ ແລະ ນ້ຳມັນດິບ ຊະນິດ Sour Crude ຈຳນວນ 192.5 ລ້ານຖັງ. ນອກຈາກນັ້ນ, ຂໍ້ມູນ ຈາກສຳນັກງານ ສື່ສານ ດ້ານພະລັງງານ ຂອງ ລັດຖະບານ ສ.ອາເມລິກາ (EIA) ຍັງສະແດງ ໃຫ້ເຫັນວ່າ: ຄັ້ງຫລ້າສຸດທີ່ ສາງສຳຮອງ ມີນ້ຳມັນ ໜ້ອຍກວ່ານີ້ ແມ່ນໃນເດືອນທັນວາ 1982 ຜ່ານມາ./.
KPL