ກະແສ ການທ່ອງທ່ຽວປະເທດຈີນ ພວມຫັນເປັນກິດຈະກຳ “ການຊື້ເຄື່ອງຢູ່ຈີນ” ເພີ່ມຂຶ້ນຢ່າງຕໍ່ເນື່ອງ

18/08/2026 16:04
ຂປລ ນະ​ໂຍ​ບາ​ຍ ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ເຂົ້າ-ອອກ​ເມືອງ ​ໄດ້ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ, ການ​ຄືນເງິນ​ພາ​ສາ ​​ເມື່ອ​ອອກ​ປະ​ເທດ ​ສະ​ບັບ 2.0 ໄດ້​ເລີ່ມ​ປະ​ຕິ​ບັດ ໃນ​ວັນ​ທີ 1 ກໍ​ລະ​ກົດປີ​ນີ້

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ​ວັນ​ທີ 17 ສິງ​ຫາ​ນີ້, ຫ້ອງ​ການ​ຖະ​ແຫລງ​ຂ່າວ​ ຂອງ​ລັດ​ຖະ​ບານ​ຈີນ​ ໄດ້​ຈັດ​ກອງ​ປະ​ຊຸມ ​ຖະ​ແຫລງ​ຂ່າວ ​ເພື່ອ​ແຈ້ງ​ໃຫ້​ຮູ້​ສະ​ພາບ ​ການ​ດຳ​ເນີນ​ງານ​ ດ້ານເສດ​ຖະ​ກິດ​ແຫ່ງ​ຊາດ​ ໃນ​ເດືອນ​ກໍ​ລະ​ກົດ​ຜ່ານ​ມາ. ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​​ ຈາກ​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​​ໃຫ້​ຮູ້ວ່າ: ນະ​ໂຍ​ບາ​ຍ ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ເຂົ້າ-ອອກ​ເມືອງ ​ໄດ້ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ, ການ​ຄືນເງິນ​ພາ​ສາ ​​ເມື່ອ​ອອກ​ປະ​ເທດ ​ສະ​ບັບ 2.0 ໄດ້​ເລີ່ມ​ປະ​ຕິ​ບັດ ໃນ​ວັນ​ທີ 1 ກໍ​ລະ​ກົດປີ​ນີ້, ການ​​ຊື້​ເຄື່ອງ, ການ​ທ່ອງ​ທ່ຽວ​ ແລະ ການ​ບໍ​ລິ​ໂພກ​ ທີ່​ມີ​ຄຸນ​ນະ​ພາບ​ສູງ ຂອງ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ​ທີ່​ມາ​ທ່ຽວ​ປະ​ເທດ​ຈີນ​ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ໃນ​ເດືອນ​ກໍ​ລະ​ກົດ, ມູນ​ຄ່າ​ສິນ​ຄ້າ​ ທີ່​ຂໍ​ຄືນ​ເງິນ​ພາ​ສີ​ເມື່ອ​ອອກ​ປະ​ເທດ​ຢູ່​ຫລາຍ​ທ້ອງ​ຖິ່ນ​ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫລວງ​ຫລາຍ, ກະ​ແສ ການ​ທ່ອງທ່ຽວ​ ປະ​ເທດ​ຈີນພວມ​ຫັນ​ເປັນ​​ກິດ​ຈະ​ກຳການ​ຊື້​ເຄື່ອງ​ຢູ່​ຈີນ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top