ຂປລ
ຂປລ. ທຸກໆຫັດຖະກຳ ບໍ່ໄດ້ເປັນພຽງແຕ່ສິ່ງຂອງເຄື່ອງໃຊ້ເທົ່ານັ້ນ ແຕ່ແມ່ນຈິດວິນຍານຂອງຊຸມຊົນ. ທຸກໆ ລວດລາຍຂອງຜະລິດຕະພັນ ບໍ່ໄດ້ເປັນພຽງແຕ່ຄວາມສວຍງາມ ແຕ່ແມ່ນເລື່ອງເລົ່າປະຫວັດສາດ ແລະ ວັດທະນະທຳທີ່ຕົກທອດກັນມາ ແລະ ທຸກໆຜະລິດຕະພັນທີ່ຈະກ້າວສູ່ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນໂອດັອບ (OTOP) ບໍ່ໄດ້ເປັນພຽງແຕ່ສິນຄ້າ.

ຂປລ. ທຸກໆຫັດຖະກຳ ບໍ່ໄດ້ເປັນພຽງແຕ່ສິ່ງຂອງເຄື່ອງໃຊ້ເທົ່ານັ້ນ ແຕ່ແມ່ນຈິດວິນຍານຂອງຊຸມຊົນ. ທຸກໆ ລວດລາຍຂອງຜະລິດຕະພັນ ບໍ່ໄດ້ເປັນພຽງແຕ່ຄວາມສວຍງາມ ແຕ່ແມ່ນເລື່ອງເລົ່າປະຫວັດສາດ ແລະ ວັດທະນະທຳທີ່ຕົກທອດກັນມາ ແລະ ທຸກໆຜະລິດຕະພັນ ທີ່ຈະກ້າວສູ່ສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນໂອດັອບ (OTOP) ບໍ່ໄດ້ເປັນພຽງແຕ່ສິນຄ້າ. ແຕ່ແມ່ນຄວາມຮັກ, ຄວາມພາກພູມໃຈ ແລະ ຫົວໃຈຂອງໜຶ່ງເມືອງໜຶ່ງຜະລິດຕະພັນ ທີ່ຖືກຜະລິດຂຶ້ນດ້ວຍສອງມືຂອງປະຊາຊົນຮາກຖານ. ແນວໃດກໍດີ, ມື້ນີ້ ໜັງສືພິມປະເທດລາວ ຂໍພາທ່ານຜູ້ອ່ານໄປຮູ້ກ່ຽວກັບ ການຮັບຮອງສິນຄ້າໂອດັອບ ( ODOP ) ຢູ່ສາມເມືອງ ຂອງແຂວງອຸດົມໄຊ ຊຶ່ງມີຜະລິດພັນໃດພວກເຮົາຮູ້ນຳກັນ.

ເມື່ອມໍ່ໆມານີ້, ທີ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໄດ້ມອບກາໝາຍຜະລິດຕະພັນໜຶ່ງເມືອງໜຶ່ງຜະລິດຕະພັນໃຫ້ແກ່ຜູ້ປະກອບການສາມຫົວໜ່ວຍຢູ່ສາມເມືອງຄື: ເມືອງໄຊ, ເມືອງແບງ ແລະ ເມືອງຮຸນ ໂດຍການເປັນປະທານຂອງ ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ, ມີຕາງໜ້າການນຳຂອງ 3 ຄະນະກຳມະການຄັດເລືອກໂອດັອບຂັ້ນແຂວງ ແລະ ເຈົ້າຂອງຜະລິດຕະພັນສິນຄ້າໂອດັອບຈາກ 3 ເມືອງເຂົ້າຮ່ວມ.

ໜຶ່ງເມືອງໜຶ່ງຜະລິດຕະພັນ ຫລື ໂອດັອບ ( ODOP ) ແມ່ນພະລິດຕະພັນທີ່ນຳໃຊ້ສີມືແຮງງານ, ພູມປັນຍາ, ຫົວຄິດປະດິດສ້າງ ແລະ ຊັບພະຍາກອນພາຍໃນທ້ອງຖິ່ນເປັນຫລັກເຂົ້າໃນການຜະລິດ ຊຶ່ງສາມາດສ້າງໄດ້ຫລາຍຮູບແບບຜະລິດຕະພັນ ໂດຍອີງໃສ່ຈຸດພິເສດ ແລະ ທ່າແຮງຂອງແຕ່ລະທ້ອງຖິ່ນ ຕິດພັນກັບການຜະລິດສິນຄ້າ ຫັດຖະກຳ, ອາຫານ ແລະ ເຄື່ອງດື່ມ. ໄລຍະຜ່ານມາ ພາກສ່ວນກ່ຽວຂ້ອງແຂວງກໍຄືເມືອງໄດ້ເອົາໃຈໃສ່ ສົ່ງເສີມການພັດທະນາສິນຄ້າ ແລະ ການບໍລິການ ທັງໄດ້ສ້າງແຜນພັດທະນາ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ, ກາງ ພ້ອມທັງ ຊຸກຍູ້ໃຫ້ຄະນະຮັບຜິດຊອບ ປະເມີນຄັດເລືອກສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຕາມມາດຕະຖານ, ເງື່ອນໄຂຕົວຈິງ ແລະ ສາມາດຄັດເລືອກໄດ້ 3 ຫົວໜ່ວຍ ຊຶ່ງປະກອບມີ 20 ລາຍການ ຄື: ວິສາຫະກິດສ່ວນບຸກຄົນຂອງນາງ ບົວໄຫລ ສົ່ງເສີມການຕ່ຳຫູກ ບ້ານແບງຫລວງ ເມືອງແບງ, ເຄື່ອງຫັດຖະກຳຊຸດຊົນເຜົ່າ, ນາງ ພິມະສອນ ບ້ານດອນໄຊ ເມືອງໄຊ ແລະ ເຄື່ອງຫັດຖະກຳຕ່ຳແຜ່ນ ນາງ ຈັນ ສະໝຸດ ບ້ານນາໂຄ້ງ ເມືອງຮຸນ.
ໃນພິທີ ໄດ້ຜ່ານໃບອະນຸຍາດ ນຳໃຊ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນ ຂອງກົມສົ່ງເສີມ ຈຸລະວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມທັງມອບໃບອະນຸຍາດ ແລະ ປ້າຍກາໝາຍໃຫ້ແກ່ ຫົວໜ່ວຍວິສາຫະກິດ ທັງ 3 ຫົວໜ່ວຍ ຈາກ 3 ເມືອງ. ໃຫ້ກຽດມອບໂດຍ ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ.

ການມອບກາໝາຍດັ່ງກ່າວຄັ້ງນີ້, ເປັນຂີດໝາຍສຳຄັນ ໃນການຢັ້ງຢືນເຖິງຜົນສຳເລັດເບື້ອງຕົ້ນ ແລະ ຄວາມເອົາໃຈໃສ່ ໃນການຊຸກຍູ້ ສົ່ງເສີມການຜະລິດເປັນສິນຄ້າຂອງທຸກພາກສ່ວນ ທັງພາກລັດ ແລະ ທຸລະກິດ, ເປັນຄວາມພາກພູມໃຈສຳລັບປະຊາຊົນບັນດາເຜົ່າ ຊາວແຂວງອຸດົມໄຊ ຊຶ່ງມັນສາມາດຕໍ່ຍອດໃນການພັດທະນາສິນຄ້າໂອດັອບ ຂອງແຂວງໃຫ້ມີຄວາມຍືນຍົງ, ເຮັດໃຫ້ຫົວໜ່ວຍວິສາຫະກິດ ມີຄວາມກະຕືລືລົ້ນໃນການຄົ້ນຄິດ ແລະ ຜະລິດສິນຄ້າ ໃຫ້ມີຄວາມຫລາກຫລາຍ ພາຍໃຕ້ການຊຸກຍູ້ ສົ່ງເສີມ ແລະ ອຳນວຍຄວາມສະດວກຈາກພາກລັດໃນການນຳໃຊ້ ຊັບພະຍາກອນທຳມະຊາດໃຫ້ເກີດປະໂຫຍດສູງສຸດ, ສ້າງຜະລິດຕະພັນທີ່ມີຄຸນນະພາບ ແລະ ມີຈຳນວນເພີ່ມຂຶ້ນຢ່າງຕໍ່ເນື່ອງ ຕາມກົນໄກຕະຫລາດ ເພື່ອຈຳໜ່າຍ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ນັບມື້ນັບຫລາຍຂຶ້ນ ແນໃສ່ໃນການສ້າງວຽກເຮັດງານທຳ, ສ້າງລາຍຮັບ ແລະ ແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນ. ມາຮອດປັດຈຸບັນ ທົ່ວແຂວງອຸດົມໄຊ ມີຜະລິດຕະພັນສິນຄ້າ ທີ່ໄດ້ຮັບກາໝາຍ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ທັງຫມົດ 22 ຫົວໜ່ວຍ.
ໂດຍ: ເຂົ້າຈານນ້ຳ
KPL