ຂປລ
ການລາດຕະເວນຮ່ວມ ເພື່ອບັງຄັບໃຊ້ກົດໝາຍ ຕາມລຳແມ່ນ້ຳຂອງ ຈີນ-ລາວ-ມຽນມາ-ໄທຄັ້ງທີ 168 ໄດ້ເລີ່ມຂຶ້ນ ຢ່າງເປັນທາງການ ໃນວັນທີ 17 ສິງຫານີ້. ຫລັງຈາກ ຈີນ-ລາວ-ມຽນມາ-ໄທ ໄດ້ສົ່ງເຈົ້າໜ້າທີ່ບັງຄັບໃຊ້ ກົດໝາຍ 106 ຄົນ ເຂົ້າຮ່ວມການເຄື່ອນໄຫວ ເທື່ອນີ້ ເຊິ່ງຈະດຳເນີນ ເປັນເວລາ 12 ວັນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ການລາດຕະເວນຮ່ວມ ເພື່ອບັງຄັບໃຊ້ກົດໝາຍ ຕາມລຳແມ່ນ້ຳຂອງ ຈີນ-ລາວ-ມຽນມາ-ໄທຄັ້ງທີ 168 ໄດ້ເລີ່ມຂຶ້ນ ຢ່າງເປັນທາງການ ໃນວັນທີ 17 ສິງຫານີ້. ຫລັງຈາກ ຈີນ-ລາວ-ມຽນມາ-ໄທ ໄດ້ສົ່ງເຈົ້າໜ້າທີ່ບັງຄັບໃຊ້ ກົດໝາຍ 106 ຄົນ ເຂົ້າຮ່ວມການເຄື່ອນໄຫວ ເທື່ອນີ້ ເຊິ່ງຈະດຳເນີນ ເປັນເວລາ 12 ວັນ. ໃນໄລຍະເຄື່ອນໄຫວ ແລະ ຈະຈັດກອງປະຊຸມ ແລກປ່ຽນຂໍ້ມູນຂ່າວສານ ຫລາຍຝ່າຍ ຢູ່ເມືອງຊຽງແສນຂອງໄທ ເພື່ອແຈ້ງການສະພາບການເຂົ້າ-ອອກເມືອງ ແລະ ການປາບປາມອາດຊະຍາກຳ ຕາມລຳແມ່ນ້ຳຂອງ ແຕ່ລະປະເທດ ເມື່ອບໍ່ດົນມານີ້, ພ້ອມທັງ ປຶກສາຫາລື ແລະ ແລກປ່ຽນຄວາມເຫັນຕໍ່ການເພີ່ມທະວີການຊ່ວຍເຫຼືອປະຕິບັດງານ,ການແບ່ງປັນຂໍ້ມູນຂ່າວສານ ແລະ ການປາບປາມການກະທຳຜິດກົດໝາຍ ແລະ ກໍ່ອາດຊະຍາກຳ ຕາມລຳ ແມ່ນ້ຳຂອງ ທີ່ພົ້ນເດັ່ນ. ຈີນ ແລະ ໄທ ຍັງຈະຈັດກອງປະຊຸມ ແລກປ່ຽນຄວາມເຫັນພາຍໃຕ້ຫົວຂໍ້ ການຈັດຕັ້ງປະຕິບັດ “ຖະແຫລງການຮ່ວມ ລະຫວ່າງລັດຖະບານສປ ຈີນ ແລະ ລັດຖະບານແຫ່ງ ລາຊະ ອານາຈັກໄທ ວ່າດ້ວຍຄູ່ຮ່ວມຊາຕາກຳຈີນ-ໄທ ທີ່ມຸ່ງໜ້າສູ່ຄວາມຈະເລີນຮຸ່ງເຮືອງ”.\.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL