ອຸບັດຕິເຫດຢູ່ມາເລເຊຍ ສ້າງຄວາມເສຍຫາຍ ດ້ານເສດຖະກິດ-ສັງຄົມປະມານ 30 ຕື້ຣິງກິດ

18/08/2026 16:04
ຂປລ ອຸ​ບັດ​ຕິ​ເຫດ ​​ຈາກ​ການ​ຈະ​ລາ​ຈອນ​ທາງ​ບົກ ​​ຢູ່​ມາ​ເລ​ເຊຍ ​ໃນ​ແຕ່​ລະ​ປີ​​ ສ້າງ​ຄວາມ​ເສຍ​ຫາຍ ​ດ້ານ​ເສດ​ຖະ​ກິດ-ສັງ​ຄົມ​ປະ​ມານ 30 ຕື້​​ຣິງ​ກິດ (​ປະ​ມານ 3 ຕື້​ໂດ​ລາສະຫະລັດ). ​ໃນປີ 2025, ທົ່ວ​ປະ​ເທດ​ມາ​ເລ​ເຊຍ​ ມີ​ຜູ້​ເສຍ​ຊີ​ວິດ 6.537 ຄົນ​ ຈາກ​ອຸ​ບັດ​ຕິ​ເຫດ​ຈະ​ລາ​ຈອນ​ທາງ​ບົກ, ສະ​ເລ່ຍ​ແລ້ວ​ ມີ​ຜູ້​ເສຍ​ຊີ​ວິດ 18 ຄົນ​​ຕໍ່​ວັນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ອຸ​ບັດ​ຕິ​ເຫດ ​​ຈາກ​ການ​ຈະ​ລາ​ຈອນ​ທາງ​ບົກ ​​ຢູ່​ມາ​ເລ​ເຊຍ ​ໃນ​ແຕ່​ລະ​ປີ​​ ສ້າງ​ຄວາມ​ເສຍ​ຫາຍ ​ດ້ານ​ເສດ​ຖະ​ກິດ-ສັງ​ຄົມ​ປະ​ມານ 30 ຕື້​​ຣິງ​ກິດ (​ປະ​ມານ 3 ຕື້​ໂດ​ລາສະຫະລັດ). ​ໃນປີ 2025, ທົ່ວ​ປະ​ເທດ​ມາ​ເລ​ເຊຍ​ ມີ​ຜູ້​ເສຍ​ຊີ​ວິດ 6.537 ຄົນ​ ຈາກ​ອຸ​ບັດ​ຕິ​ເຫດ​ຈະ​ລາ​ຈອນ​ທາງ​ບົກ, ສະ​ເລ່ຍ​ແລ້ວ​ ມີ​ຜູ້​ເສຍ​ຊີ​ວິດ 18 ຄົນ​​ຕໍ່​ວັນ. ຕົວ​ເລກ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ຜູ້​ຂັບ​ຂີ່​ລົດ​ຈັກ ແລະ ຜູ້​ຊ້ອນ​ທ້າຍແມ່ນ​ກຸ່ມຫລັກ ​ທີ່​ເສຍ​ຊີ​ວິດ​ ຈາກ​ອຸ​ບັດ​ຕິ​ເຫດ. ປີ 2025, ມີ​ຜູ້​ຂັບ​ຂີ່​ລົດ​ຈັກ ແລະ ຜູ້​​ຊ້ອນ​ທ້າຍ​ເສຍ​ຊີ​ວິດ 4.340 ຄົນ, ກວມ​ເອົາ​ 66,4% ຂອງຈຳ​ນວນ​ຜູ້​ເສຍ​ຊີ​ວິດ ຈາກ​ອຸ​ບັດ​ຕິ​ເຫດ​​ທາງ​ບົກ​ທັງ​ໝົດ. ​ຂະ​ນະ​ດຽວ​ກັນ, ລົດ​ຈັກ​ກວມ​​ເອົາ​ ປະ​ມານ 13,7% ຂອງ​ພາ​ຫະ​ນະ​ທີ່​ກ່ຽວ​ຂ້ອງ​ກັບ​ອຸ​ບັດ​ຕິ​ເຫດ. ອຸ​ບັດ​ຕິ​ເຫດ​ ຈາກ​ການ​ຈະ​ລາ​ຈອນ​ທາງ​ບົກ​ ປະ​ມ​ານ​ 80.6% ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ ​ການ​ກະ​ທຳ​ຂອງ​ຄົນ, ສ່ວນ​ທີ່ຍັງ​ເຫລືອ ​ແມ່ນ​ກ່ຽວ​ຂ້ອງ​ກັບ​ຖະ​ໜົນ​ຫົນ​ທາງ ແລະ ພາ​ຫະ​ນະ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top