ຂປລ
ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ ມອບຜູ້ຖືກຫາສັນຊາດໄທ ທີ່ລັກ ລອບເປີດເວັບຫລິ້ນການພະນັນ ອອນລາຍຕ້ອງຫ້າມ, ດໍາເນີນກິດ ຈະການກ່ຽວກັບອາຊະຍາກໍາທາງ ລະບົບຄອມພິວເຕີ ແລະ ການສໍ້ໂກງຊັບຜ່ານລະບົບທາງໂທລະຄົມ ແລະ ການສື່ສານ ຫລື ສະແກມເມີ ຕາມຄວາມຜິດໃນມາດຕາ 141, 173 ແລະ 233 ຂອງປະມວນກົດ ໝາຍອາຍາ ແຫ່ງ ສປປ ລາວ ໃຫ້ ເຈົ້າໜ້າທີ່ທາງການໄທ ນຳໄປດໍາ ເນີນຄະດີ ຈໍານວນ 41 ຄົນ, ຍິງ 30 ຄົນ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນ ໃນວັນທີ 10 ສິງຫາ 2026 ທີ່ຂົວ ມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫລວງວຽງຈັນ-ໜອງຄາຍ.
ຕາງໜ້າເຈົ້າໜ້າທີ່ຝ່າຍລາວ
ເຊັນບົດບັນທຶກມອບໂດຍທ່ານ ພັທ
ແກ່ນຄຳ ແກ່ນທະວົງ ຫົວໜ້າຕຳ
ຫລວດກວດຄົນເຂົ້າ-ອອກເມືອງ
ດ່ານສາກົນຂົວມິດຕະພາບ ລາວໄທ ແຫ່ງທີ 1 ແລະ ຝ່າຍເຈົ້າໜ້າທີ່
ໄທ ເຊັນຮັບໂດຍທ່ານ ພັທ ທີຍາ
ນະພັດ ລັງສິພາມະນະກຸນ ຮອງ
ຜູ້ກຳກັບການກວດຄົນເຂົ້າເມືອງ
ຈັງຫວັດໜອງຄາຍ, ພ້ອມດ້ວຍ
ຄະນະທັງສອງຝ່າຍເຂົ້າຮ່ວມ. ສໍາ
ລັບຜູ້ຖືກຫາຈໍານວນດັ່ງກ່າວ, ຖືກ
ເຈົ້າໜ້າທີ່ສະເພາະກິດກະຊວງ
ປ້ອງກັນຄວາມສະຫງົບ ຮ່ວມກັບ
ກຳລັງປ້ອງກັນເຄື່ອນທີ່ກັກຕົວໃນ
ລະຫວ່າງເຂົ້າກວາດຄົ້ນຕຶກອາຄານຂອງບໍລິສັດ ເອສທີ ເວກັສ (ST
VEGUS) ຈຳກັດ ຜູ້ດຽວ ຕັ້ງຢູ່
ບ້ານດົງໂພສີ ເມືອງຫາດຊາຍຟອງ
ນະຄອນຫລວງວຽງຈັນ ໃນວັນທີ
18 ກໍລະກົດ 2026.
ການມອບຜູ້ຖືກຫາຄັ້ງນີ້, ແມ່ນ
ປະຕິບັດຕາມກົດໝາຍວ່າດ້ວຍ
ການເຂົ້າ-ອອກເມືອງ ແລະ ການ
ຄຸ້ມຄອງຄົນຕ່າງປະເທດ ແຫ່ງ
ສປປ ລາວ ແລະ ອີງຕາມສົນທິ
ສັນຍາລະຫວ່າງ ສປປ ລາວ ແລະ
ລາຊະອານາຈັກໄທ ວ່າດ້ວຍການ
ໂອນຜູ້ຖືກຕັດສິນລົງໂທດ ແລະ
ການຮ່ວມມືໃນການປະຕິບັດຄໍາຕັດສິນຄະດີອາຍາ, ລົງວັນທີ 20
ມີນາ 2004.
ສຳລັບທ່ານໃດທີ່ພົບເຫັນບຸກຄົນ, ກຸ່ມຄົນ ແລະ ສະຖານທີ່ ທີ່ສົງ
ໄສເຄື່ອນໄຫວກະຜິດຕໍ່ກົດໝາຍ
ໃຫ້ຮີບຮ້ອນແຈ້ງຕໍ່ເຈົ້າໜ້າທີ່ໂດຍ
ດ່ວນ, ແຈ້ງເຂົ້າມາທາງເພຈ ກົມ
ຕຳຫລວດເສດຖະກິດ ຫລື ແຈ້ງ
ເຂົ້າສາຍດ່ວນ 1533 ໄດ້ຕະຫລອດ
ເວລາ.
ຂ່າວ: ລັດດາວັນ
KPL