ຫວນຄືນມູນເຊື້ອການດຳເນີີດຂອງແນວລາວສ້າງຊາດ

18/08/2026 13:44
ຂປລ ຂປລ. ໃນຕົ້ນສະຕະວັດທີ XIX ປະເທດລາວ ໄດ້ຖືກສັກດີນາ ແລະ ພວກຈັກກະພັດຕ່າງດ້າວເຂົ້າມາຮຸກຮານ, ຢຶດຄອງເອົາເປັນຫົວເມືອງຂຶ້ນ. ຄົນລາວບັນດາເຜົ່າທີ່ຮັກຫອມສັນຕິພາບບໍ່ຍອມເປັນຂ້ອຍຂ້າມ້າຕ່າງໃຫ້ແກ່ພວກລ່າເມືອງຂຶ້ນ, ໄດ້ລຸກຂຶ້ນຕໍ່ສູ້ຕ້ານຈັກກະພັດຕ່າງດ້າວຢ່າງເນື່ອງນິດລຽນຕິດ

(ເນ່ືອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ  13/8/1950-13/8/2026)

 

ຂປລ. ໃນຕົ້ນສະຕະວັດທີ XIX ປະເທດລາວ ໄດ້ຖືກສັກດີນາ ແລະ ພວກຈັກກະພັດຕ່າງດ້າວເຂົ້າມາຮຸກຮານ, ຢຶດຄອງເອົາເປັນຫົວເມືອງຂຶ້ນ. ຄົນລາວບັນດາເຜົ່າທີ່ຮັກຫອມສັນຕິພາບບໍ່ຍອມເປັນຂ້ອຍຂ້າມ້າຕ່າງໃຫ້ແກ່ພວກລ່າເມືອງຂຶ້ນ, ໄດ້ລຸກຂຶ້ນຕໍ່ສູ້ຕ້ານຈັກກະພັດຕ່າງດ້າວຢ່າງເນື່ອງນິດລຽນຕິດ ເຊັ່ນ: ຂະບວນການຕໍ່ສູ້ຢູ່ແຂວງສະຫວັນນະເຂດ ໃຕ້ການນໍາພາຂອງພໍ່ກະດວດ (1901-1902); ຢູ່ເຂດດົງບໍລະເວນ ໃຕ້ການນໍາພາຂອງອົງແກ້ວ-ອົງກົມມະດໍາ   (1902-1937); ຂະບວນການຕໍ່ສູ້ຢູ່ພາກເໜືອ ໃຕ້ການນໍາພາຂອງເຈົ້າຟ້າປັດໄຈ (1918-1922) ແລະ ຂະບວນການຕໍ່ສູ້ອື່ນໆ.  ແຕ່ຂະບວນການຕໍ່ສູ້ເຫລົ່ານັ້ນລ້ວນແຕ່ຖືກປາບປາມລົງຍ້ອນຫລາຍສາເຫດ. ໃນນັ້ນ, ອັນຕົ້ນຕໍຍ້ອນບໍ່ທັນມີທິດສະດີປະຕິວັດ ແລະ ບໍ່ທັນມີແນວທາງປະຕິວັດທີ່ຈະແຈ້ງ ບໍ່ທັນມີພັກປະຕິວັດນໍາພາ; ດໍາເນີນໄປແບບກະແຈກກະຈາຍ, ເກີດຢູ່ທ້ອງຖິ່ນໃຜມັນ, ຂາດການບັນຊາລວມສູນ, ບໍ່ສາມາດເຕົ້າໂຮມກໍາລັງ ແຮງສັງລວມຂອງໝົດທັງຊາດ ຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ບໍ່ທັນເປັນອັນໜຶ່ງອັນດຽວ; ໝາຍຄວາມວ່າບໍ່ທັນມີການຈັດຕັ້ງແນວໂຮມຢ່າງກວ້າງຂວາງ.

 

ປີ 1930 ພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ, ພັກໄດ້ວາງແນວທາງຍຸດທະສາດ, ຍຸດໂທບາຍການດໍາເນີນການປະຕິວັດຢູ່ອິນດູຈີນ ໂດຍເຫັນຄວາມສໍາຄັນຂອງວຽກງານແນວໂຮມ ປີ 1934 ອົງຄະນະພັກແຄວ້ນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ຊຶ່ງເປັນບາດກ້າວທໍາອິດທີ່ມີການປັບປຸງ, ຂະຫຍາຍການຈັດຕັ້ງພັກ ແລະ ການຈັດຕັ້ງມະຫາຊົນຢູ່ລາວ.

 

ວັນທີ 1 ທັນວາ 1941 ຄະນະບໍລິຫານງານສູນກາງພັກກອມມູນິດອິນດູຈີນ ໄດ້ມີຄໍາສັ່ງກ່ຽວກັບການສ້າງຕັ້ງສໍາພັນທະມິດອ້າຍລາວເອກະລາດ ແມ່ນຮູບການແນວໂຮມຕ້ານຈັກກະພັດຜູ້ຮຸກຮານ, ພັກໄດ້ຍູ້ແຮງວຽກງານປຸກລະດົມຂົນຂວາຍມະຫາຊົນ ຢູ່ເຂດຊົນນະບົດ ແລະ ບໍລິເວນຊົນເຜົ່າ, ມີຊາວໄຮ່ນາເປັນກໍາລັງພື້ນຖານຂອງການປະຕິວັດ, ຂະບວນການຕໍ່ສູ້ເກີດຂຶ້ນຢູ່ເຂດຕ່າງໆ ແລະ ຢູ່ໃນຕົວເມືອງ ກ້າວໄປສູ່ການຍຶດອໍານາດ 23 ສິງຫາ 1945 ແລະ ປະກາດເອກະລາດ 12 ຕຸລາ 1945 ເປັນການເປີດໜ້າປະຫວັດສາດໜ້າໃໝ່ໃຫ້ແກ່ການປະຕິວັດ.

ປີ 1946-1950  ຂະບວນການຕໍ່ຕ້ານຂອງປະຊາຊົນລາວບັນດາເຜົ່າ ໃຕ້ການນຳພາຂອງພັກ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງ, ການປະຕິວັດລາວ ມີເຂດຕໍ່ຕ້ານ ແລະ ກຳລັງປະກອບອາວຸດຢູ່ທຸກພາກຂອງປະເທດ. ພ້ອມກັນນັ້ນ, ຂະບວນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ຢູ່ທົ່ວສະໜາມຮົບອິນດູຈີນ ກໍມີບາດກ້າວກະໂດດຂຶ້ນຢ່າງໄວວາ. ເດືອນມັງກອນ ປີ 1950 ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດອິນດູຈີນໄຂຂຶ້ນ ກອງປະຊຸມໄດ້ກຳນົດໜ້າທີ່ສະເພາະໜ້າຂອງການປະຕິວັດຄື ກໍສ້າງສະຖານທີ່ໝັ້ນຕໍ່ຕ້ານໃຫ້ຕິດລ່ຽນ, ຂະຫຍາຍກຳລັງປະກອບອາວຸດ ເພື່ອດຳເນີນການສູ້ຮົບປະສານສົມທົບກັບສະໜາມຮົບລວມ, ກໍສ້າງແລະ ເປີດກວ້າງແນວໂຮມເອກະພາບແຫ່ງຊາດ ແລະ ສ້າງຕັ້ງລັດຖະບານລາວຕໍ່ຕ້ານ.

ປະຕິບັດທິດຊີ້ນໍາຂອງກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດອິນດູຈີນ  ແລະ ເພື່ອຜົນປະໂຫຍດຂອງການປະຕິວັດ, ຂອງປະເທດຊາດ ແລະ ຂອງມະຫາຊົນກໍຄືຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງຊາດ, ພັກໄດ້ເອົາໃຈໃສ່ຢ່າງຈົດຈໍ່ກໍ່ສ້າງ, ປັບປຸງວຽກງານແນວໂຮມໂດຍໄດ້ວາງແຜນນະໂຍບາຍ ແລະ ຮູບການຈັດຕັ້ງແນວໂຮມເພື່ອເພີ່ມຕື່ມເຊິ່ງກັນ ແລະ ກັນ, ປະສານສົມທົບນໍາກັນ, ເປີດກວ້າງການເຕົ້າໂຮມກໍາລັງຂອງການປະຕິວັດ, ເປີດກວ້າງກ້ອນກໍາລັງມະຫາສາມັກຄີວົງຄະນາຍາດແຫ່ງຊາດ.

ພາຍໃຕ້ການຊີ້ນຳຂອງພັກກອມມູນິດອິນດູຈີນ ມາຮອດວັນທີ 13 ສິງຫາ 1950 ກອງປະຊຸມໃຫຍ່ຜູ້ແທນແນວລາວຕໍ່ຕ້ານທົ່ວປະເທດ ໄດ້ໄຂຂຶ້ນຢູ່ເມືອງອຽນເຊີນ, ແຂວງຕວຽນກວາງ, ສສ ຫວຽດນາມ ໂດຍມີຜູ້ແທນເຂົ້າຮ່ວມທັງໝົດ ຈໍານວນ 105 ທ່ານ ຊຶ່ງເປັນຕົວແທນຂອງກໍາລັງປະກອບອາວຸດທຸກພາກ, ຕົວແທນຂອງບັນດາເຜົ່າ, ຊັ້ນຄົນ, ອົງການຈັດຕັ້ງສັງຄົມ, ສາສະໜາ, ເພດ-ໄວ ໃນທົ່ວປະເທດ.  ກອງປະຊຸມຄັ້ງນີ້ໄດ້ປະກາດສ້າງຕັ້ງແນວໂຮມແຫ່ງຊາດ ໂດຍໃສ່ຊື່ວ່າ: ແນວລາວອິດສະຫລະ. ສະເດັດເຈົ້າສຸພານຸວົງ ໄດ້ຖືກເລືອກຕັ້ງເປັນປະທານສູນກາງແນວລາວອິດສະຫລະ.

KPL

ຂ່າວອື່ນໆ

    • ແນວລາວຮັກຊາດ ກັບພາລະກິດເຕົ້າໂຮມກ້ອນກຳລັງຮັກຊາດບົດ-ສາລະຄະດີ

      ແນວລາວຮັກຊາດ ກັບພາລະກິດເຕົ້າໂຮມກ້ອນກຳລັງຮັກຊາດ

      8/18/2026 2:16:45 PM

      ຂປລ. ດັ່ງທີ່ຮູ້ນຳກັນແລ້ວວ່າ, ແນວລາວອິດສະຫລະ ໄດ້ມີບົດບາດສຳຄັນໃນການເຕົ້າໂຮມກ້ອນກໍາລັງສໍາພັນ ທະພາບ ລະຫວ່າງຊົນຊັ້ນກໍາມະກອນ-ຊາວກະສິກອນ ແລະ ບັນດາກໍາລັງການເມືອງ, ການຈັດຕັ້ງສັງຄົມຕ່າງໆ, ໄດ້ອອກແຮງເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວຜູ້ຮັກຊາດ ແລະ ສໍາພັນພິເສດກັບກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ສໍາພັນ 3 ຊາດອິນດູຈີນ, ເຮັດສໍາເລັດພາລະກໍາປະຫວັດສາດອັນສະຫງ່າອົງອາດ

    • ວັດທະນະທຳ ຮາກຖານສຳຄັນຂອງຊາດບົດ-ສາລະຄະດີ

      ວັດທະນະທຳ ຮາກຖານສຳຄັນຂອງຊາດ

      8/18/2026 1:41:53 PM

      ຂປລ. ວັດທະນະທຳ ແມ່ນມໍລະດົກອັນລ້ຳຄ່າຂອງຊາດ ເປັນຜົນງານທີ່ມະນຸດໄດ້ສ້າງສັນ, ສະສົມ ແລະ ສືບທອດມາຈາກຮຸ່ນໜຶ່ງໄປສູ່ອີກຮຸ່ນໜຶ່ງ ຕາມຂະບວນວິວັດທາງປະຫວັດສາດ. ວັດທະນະທຳບໍ່ໄດ້ໝາຍເຖິງພຽງແຕ່ສິລະປະ ຫລື ປະເພນີເທົ່ານັ້ນ ແຕ່ຍັງລວມເຖິງວິຖີຊີວິດ, ພາສາ, ຄວາມຄິດ, ຄວາມເຊື່ອ, ຄຸນນະທຳ, ຈັນຍາບັນ ແລະ ພູມປັນຍາຂອງປະຊາຊົນ.

    • ມໍລະດົກພູມປັນຍາ ສູ່ການສ້າງເສດຖະກິດຮາກຖານທີ່ຍົງຍືນບົດ-ສາລະຄະດີ

      ມໍລະດົກພູມປັນຍາ ສູ່ການສ້າງເສດຖະກິດຮາກຖານທີ່ຍົງຍືນ

      8/18/2026 1:38:38 PM

      ຂປລ. ທຸກໆຫັດຖະກຳ ບໍ່ໄດ້ເປັນພຽງແຕ່ສິ່ງຂອງເຄື່ອງໃຊ້ເທົ່ານັ້ນ ແຕ່ແມ່ນຈິດວິນຍານຂອງຊຸມຊົນ. ທຸກໆ ລວດລາຍຂອງຜະລິດຕະພັນ ບໍ່ໄດ້ເປັນພຽງແຕ່ຄວາມສວຍງາມ ແຕ່ແມ່ນເລື່ອງເລົ່າປະຫວັດສາດ ແລະ ວັດທະນະທຳທີ່ຕົກທອດກັນມາ ແລະ ທຸກໆຜະລິດຕະພັນທີ່ຈະກ້າວສູ່ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນໂອດັອບ (OTOP) ບໍ່ໄດ້ເປັນພຽງແຕ່ສິນຄ້າ.

    • ກະຊວງ ຍທຂ ເປີດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງຂັ້ນຕົ້ນ ຊຸດທີ IIIບົດ-ສາລະຄະດີ

      ກະຊວງ ຍທຂ ເປີດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງຂັ້ນຕົ້ນ ຊຸດທີ III

      8/18/2026 10:59:40 AM

      ທ້າຍອາທິດຜ່ານມາ, ສະຖາບັນໂຍທາທິການ ແລະ ຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເປີດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ຂັ້ນຕົ້ນ ຊຸດທີ III.

    • ນາຍົກລັດຖະມົນຕີ ຢ້ຽມຢາມສູນຮັບຕ້ອນຜູ້ອົບພະຍົບກັບຄືນມາຈາກຕ່າງປະເທດບົດ-ສາລະຄະດີ

      ນາຍົກລັດຖະມົນຕີ ຢ້ຽມຢາມສູນຮັບຕ້ອນຜູ້ອົບພະຍົບກັບຄືນມາຈາກຕ່າງປະເທດ

      8/18/2026 9:37:24 AM

      ເມ່ືອບ່ໍດົນມານ້ີ, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ລົງຢ້ຽມຢາມສູນຕ້ອນຮັບຜູ້ອົບພະຍົບທ່ີກັບຄືນມາຈາກຕ່າງປະເທດ ຢູ່ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫລວງວຽງຈັນ.

ads
ads

Top