ຂປລ
ຂປລ. ດັ່ງທີ່ຮູ້ນຳກັນແລ້ວວ່າ, ແນວລາວອິດສະຫລະ ໄດ້ມີບົດບາດສຳຄັນໃນການເຕົ້າໂຮມກ້ອນກໍາລັງສໍາພັນ ທະພາບ ລະຫວ່າງຊົນຊັ້ນກໍາມະກອນ-ຊາວກະສິກອນ ແລະ ບັນດາກໍາລັງການເມືອງ, ການຈັດຕັ້ງສັງຄົມຕ່າງໆ, ໄດ້ອອກແຮງເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວຜູ້ຮັກຊາດ ແລະ ສໍາພັນພິເສດກັບກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ສໍາພັນ 3 ຊາດອິນດູຈີນ, ເຮັດສໍາເລັດພາລະກໍາປະຫວັດສາດອັນສະຫງ່າອົງອາດ
(ເນ່ືອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ 13/8/1950-13/8/2026)
ຂປລ. ດັ່ງທີ່ຮູ້ນຳກັນແລ້ວວ່າ, ແນວລາວອິດສະຫລະ ໄດ້ມີບົດບາດສຳຄັນໃນການເຕົ້າໂຮມກ້ອນກໍາລັງສໍາພັນ ທະພາບ ລະຫວ່າງຊົນຊັ້ນກໍາມະກອນ-ຊາວກະສິກອນ ແລະ ບັນດາກໍາລັງການເມືອງ, ການຈັດຕັ້ງສັງຄົມຕ່າງໆ, ໄດ້ອອກແຮງເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວຜູ້ຮັກຊາດ ແລະ ສໍາພັນພິເສດກັບກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ, ສໍາພັນ 3 ຊາດອິນດູຈີນ, ເຮັດສໍາເລັດພາລະກໍາປະຫວັດສາດອັນສະຫງ່າອົງອາດ ຄື: ປົດປ່ອຍຊາດອອກຈາກແອກປົກຄອງລ່າເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ພວກເຂົາຕ້ອງເຊັນສັນຍາເຊີແນວ 1954 ຍອມຮັບຮູ້ເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ, ເຮັດໃຫ້ຊື່ສຽງ ແລະ ບົດບາດຂອງລາວ ພົ້ນເດັ່ນຂຶ້ນໃນເວທີການເມືອງຂອງໂລກ; ກໍາລັງປະຕິວັດໄດ້ມີ 2 ແຂວງເຕົ້າໂຮມ ຄື: ຜົ້ງສາລີ ແລະ ຫົວພັນ ພ້ອມທັງມີຖານະຖືກຕ້ອງຕາມກົດໝາຍ.
ໃນວັນທີ 6 -9/01/1956 ທີ່ບ້ານເລີຍ, ຕາ ແສງເມືອງພູນ ເມືອງໂສຍ, ແຂວງ ຫົວພັນ ແນວລາວອິດສະຫລະ ໄດ້ເປີດກອງປະຊຸມໃຫຍ່ຂຶ້ນ ໂດຍມີຜູ້ແທນເຂົ້າຮ່ວມທັງໝົດ 150 ທ່ານ. ໃນກອງປະຊຸມຄັ້ງນີ້ໄດ້ ຕົກລົງ ປ່ຽນຊື່ “ແນວລາວອິດສະຫລະ” ມາເປັນ “ແນວລາວຮັກຊາດ” ແລະ ປ່ຽນຊື່ໜັງສືພິມ “ລາວອິດສະຫລະ” ມາເປັນ “ລາວຮັກຊາດ”, ພ້ອມທັງແຕ່ງຕັ້ງຄະນະກຳມະການ ສູນກາງແນວລາວຮັກຊາດ ຈໍານວນ 47 ທ່ານ ໂດຍມີສະເດັດເຈົ້າ ສຸພານຸວົງ ເປັນ ປະທານສູນກາງແນວລາວຮັກຊາດ.
ຕໍ່ມາວັນທີ 6-9 / 04 / 1964, ຢູ່ທີ່ທົ່ງນາໄກ່, ເມືອງວຽງໄຊ ແຂວງຫົວພັນ, ໄດ້ເປີດກອງປະຊຸມໃຫຍ່ແນວລາວຮັກຊາດ ມີຜູ້ແທນເຂົ້າຮ່ວມ 227 ທ່ານ ແລະ ໄດ້ຮັບຮອງເອົາການ ແຕ່ງຕັ້ງກຳມະການສູນກາງແນວລາວຮັກຊາດ ຈໍານວນ 76 ທ່ານ. ໃນນັ້ນ, ແຕ່ງຕັ້ງສະເດັດເຈົ້າ ສຸພານຸວົງ ເປັນປະທານສູນກາງແນວລາວຮັກຊາດ ແລະ ຮອງປະທານຈໍານວນ 3 ທ່ານ.
ໃນໄລຍະຕູ້ສູ້, ແນວລາວຮັກຊາດ ໄດ້ດເຮັດໜ້າທີ່ເຕົ້າໂຮມກຳລັງຮັກຊາດ, ປຸກລະດົມປວງຊົນ ແລະ ປະສານກຳລັງທາງການເມືອງ, ພ້ອມທັງມີສ່ວນຮ່ວມໃນການສ້າງລັດຖະບານປະສົມ ແລະ ການດຳເນີນການທາງການເມືອງຕາມແຕ່ລະໄລຍະ. ເປັນອົງການຈັດຕັ້ງເປີດເຜີຍຖືກກົດໝາຍຂອງພັກປະຊາຊົນລາວ ໃນເວລາທີ່ພັກບໍ່ມີເງື່ອນໄຂເຄື່ອນໄຫວເປີດເຜີຍ; ທຸກແຜນນະໂຍບາຍ ແລະ ນະໂຍບາຍຂອງພັກທັງຕໍ່ພາຍໃນ ແລະ ຕ່າງປະເທດລ້ວນແຕ່ຜ່ານແນວລາວຮັກຊາດ ເພື່ອນໍາພາ ແລະ ປຸກລະດົມປວງຊົນປະຕິບັດ: ເຂົ້າລວມລາວຄັ້ງທີໜຶ່ງ ປີ 1957, ສ້າງຕັ້ງລັດຖະບານປະສົມ 2 ຝ່າຍ: ຝ່າຍປະເທດລາວ ແລະ ຝ່າຍລາຊະອານາຈັກລາວ; ເຂົ້າຮ່ວມການເລືອກຕັ້ງຜູ້ແທນລາດຊະດອນເພີ່ມເຕີມ ຝ່າຍແນວລາວຮັກຊາດ ແລະ ຝ່າຍເປັນກາງ ໄດ້ຮັບໄຊຊະນະຢ່າງຂາດຂັ້ນ; ໃນນັ້ນ ມີແມ່ຍິງຜູ້ທຳອິດຂອງແນວລາວຮັກຊາດ ໄດ້ຮັບການເລືອກຕັ້ງເຂົ້າເປັນສະມາຊິກສະພາຜູ້ແທນລາດຊະດອນ.
ປຸກລະດົມປະຊາຊົນບັນດາເຜົ່າເຂົ້າຮ່ວມການຕໍ່ສູ້ ແລະ ຊ່ວຍເຫລືອກອງພັນທີ 2 ຂອງຝ່າຍປະເທດລາວ ທີ່ປະສົມຢູ່ທົ່ງໄຫຫີນ ຜ່າວົງປິດລ້ອມຂອງສັດຕູ ສູ່ເຂດທີ່ໝັ້ນຢ່າງມີໄຊ ໃນວັນທີ 18/5/1959 ແລະ ສ້າງເງື່ອນໄຂຊ່ວຍ ເຫລືອຜູ້ນໍາພັກ ແລະ ແນວລາວຮັກຊາດ 16 ທ່ານ ໂຕນອອກຈາກຄຸກໂພນເຄັງໄປສູ່ເຂດທີ່ໝັ້ນຢ່າງປອດໄພ ວັນທີ 24/5/1960; ປະກອບສ່ວນຊ່ວຍເຫຼືອຄະນະລັດຖະປະຫານ ຂອງກອງພັນທະຫານລາບອາກາດທີ 2 ທີ່ໄດ້ໂຄ່ນລົ້ມລັດຖະບານປະຕິການຝ່າຍວຽງຈັນ ວັນທີ 9/8/1960 ເປັນການເປີດກວ້າງກໍາລັງປະຕິວັດ ດ້ວຍການສ້າງພັນທະພາບກໍາລັງເປັນກາງຮັກຊາດ.
ຊຸກຍູ້ປະຊາຊົນບັນດາເຜົ່າ ແລະ ກໍາລັງປະຕິວັດເປີດບັ້ນຮົບປົດປ່ອຍແຂວງຫຼວງນ້ຳທາ, ເຮັດໃຫ້ເຂດປົດປ່ອຍໄດ້ຮັບການເປີດກວ້າງ ແລະ ຕິດຈອດກັນ; ບັງຄັບໃຫ້ສັດຕູຕ້ອງເຊັນສັນຍາເຊີແນວ 1962 ກ່ຽວກັບລາວ,ສ້າງຕັ້ງລັດຖະບານປະສົມ 3 ຝ່າຍ (ຝ່າຍແນວລາວຮັກຊາດ, ຝ່າຍເປັນກາງ ແລະ ຝ່າຍລາຊະອານາຈັກ), ຊຶ່ງເປັນໄຊຊະນະທີ່ສໍາຄັນທາງການທະຫານ, ການເມືອງ ແລະ ການຕ່າງປະເທດ, ເປັນຂີດໝາຍແຫ່ງການຂະຫຍາຍຕົວໃໝ່ ທີ່ມີລັກສະນະກະໂດດຂັ້ນ ຂອງກໍາລັງປະຕິວັດ.
ເຕົ້າໂຮມທຸກກໍາລັງຮັກຊາດ, ຜູ້ຊົງຄຸນວຸດທິ, ຜູ້ມີທ່າອ່ຽງຮັກສັນຕິພາບ ແລະ ກ້າວໜ້າໃນເຂດສັດຕູ, ຈັດຕັ້ງກອງປະຊຸມປະສົມການເມືອງ ລະຫວ່າງ ແນວລາວຮັກຊາດ ກັບກໍາລັງເປັນກາງຮັກຊາດ ຄັ້ງວັນທີ 13/10/1965 ຢູ່ແຂວງຫົວພັນ ເພື່ອຕີເອົາໄຊຊະນະສັດຕູໃນທຸກໆບັ້ນຮົບທັງບັ້ນຮົບນ້ອຍ-ໃຫຍ່ ຢ່າງມີໄຊ.
ລົບລ້າງລະບອບ “ກວາງລ່າມ” ໂດຍພື້ນຖານ, ສ້າງພື້ນຖານວັດຖຸ ຈໍານວນໜຶ່ງເພື່ອຮັບໃຊ້ການກະເສດເຊັ່ນ: ຊົນລະປະທານ, ສະຖານີທົດລອງການຜະລິດກະສິກໍາ; ພື້ນຖານອຸດສາຫະກໍານ້ອຍ, ຫັດຖະກໍາ ແລະ ການຄ້າໄດ້ຮັບການສ້າງຕັ້ງຂຶ້ນ, ການຄົມມະນາຄົມຂົນສົ່ງ ແລະ ຕິດຕໍ່ສື່ສານໄດ້ຮັບການປັບປຸງ; ການສຶກສາ, ວັດທະນະທໍາ, ສາທາລະນະສຸກກໍ່ໄດ້ຂະຫຍາຍຕົວ.
ປຸກລະດົມຂະບວນການມະຫາຊົນເຂົ້າລວມລາວ ຄັ້ງທີ 3, ປະຕິບັດສັນຍາ-ອະນຸສັນຍາ ວຽງຈັນ ວັນທີ 21/2/1973; ລຸກຮື້ຂຶ້ນຢຶດອໍານາດການປົກຄອງທົ່ວປະເທດ ວັນທີ 23 ສິງຫາ 1975 “ແບບບົວບໍ່ຊໍ້ານ້ຳບໍ່ຂຸ່ນ”; ສະຖາປະນາ ສປປ ລາວ ວັນທີ 2 ທັນວາ 1975.
ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ພັກໄດ້ເຄື່ອນໄຫວເປີດເຜີຍ, ມີອົງການລັດເຮັດບົດບາດບໍລິຫານຄຸ້ມຄອງ. ແນວລາວຮັກຊາດໄດ້ຍົກສູງບົດບາດໃນການເຕົ້າໂຮມກ້ອນກໍາລັງສາມັກຄີປອງດອງທົ່ວປວງຊົນ, ໂຄສະນາ-ສຶກສາອົບຮົມປະຊາຊົນ ຢ່າງກວ້າງຂວາງ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ປຸກລະດົມປະຊາຊົນບັນດາເຜົ່າປະຕິບັດແຜນນະໂຍບາຍ ຮໍາບາດແຜສົງຄາມ. ຈາກຜົນຮ້າຍຂອງສົງຄາມຮຸກຮານທີ່ຢຶດເຍື້ອຍາວນານ ຂອງລະບອບເກົ່າ; ໄດ້ດັດສ້າງ ແລະ ກໍ່ສ້າງການຜະລິດໃໝ່, ກໍ່ສ້າງທັງຮາກຖານເສດຖະກິດ, ປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈ ແລະ ວັດທະນະທໍາໃໝ່.
KPL