ວັດທະນະທຳ ຮາກຖານສຳຄັນຂອງຊາດ

18/08/2026 13:41
ຂປລ ຂປລ. ວັດທະນະທຳ ແມ່ນມໍລະດົກອັນລ້ຳຄ່າຂອງຊາດ ເປັນຜົນງານທີ່ມະນຸດໄດ້ສ້າງສັນ, ສະສົມ ແລະ ສືບທອດມາຈາກຮຸ່ນໜຶ່ງໄປສູ່ອີກຮຸ່ນໜຶ່ງ ຕາມຂະບວນວິວັດທາງປະຫວັດສາດ. ວັດທະນະທຳບໍ່ໄດ້ໝາຍເຖິງພຽງແຕ່ສິລະປະ ຫລື ປະເພນີເທົ່ານັ້ນ ແຕ່ຍັງລວມເຖິງວິຖີຊີວິດ, ພາສາ, ຄວາມຄິດ, ຄວາມເຊື່ອ, ຄຸນນະທຳ, ຈັນຍາບັນ ແລະ ພູມປັນຍາຂອງປະຊາຊົນ.

         

        ຂປລ. ວັດທະນະທຳ ແມ່ນມໍລະດົກອັນລ້ຳຄ່າຂອງຊາດ ເປັນຜົນງານທີ່ມະນຸດໄດ້ສ້າງສັນ, ສະສົມ ແລະ ສືບທອດມາຈາກຮຸ່ນໜຶ່ງໄປສູ່ອີກຮຸ່ນໜຶ່ງ ຕາມຂະບວນວິວັດທາງປະຫວັດສາດ. ວັດທະນະທຳບໍ່ໄດ້ໝາຍເຖິງພຽງແຕ່ສິລະປະ ຫລື ປະເພນີເທົ່ານັ້ນ ແຕ່ຍັງລວມເຖິງວິຖີຊີວິດ, ພາສາ, ຄວາມຄິດ, ຄວາມເຊື່ອ, ຄຸນນະທຳ, ຈັນຍາບັນ ແລະ ພູມປັນຍາຂອງປະຊາຊົນ.

ແນວໃດກໍດີ, ວັດທະນະທຳໝາຍເຖິງຄວາມຈະເລີນງອກງາມ, ຄວາມດີ, ຄວາມງາມ ແລະ ຄຸນນະທຳ. ສິ່ງເຫລົ່ານີ້ສະທ້ອນອອກຜ່ານຜົນງານທັງດ້ານວັດຖຸ ແລະ ດ້ານຈິດໃຈ ທີ່ສັງຄົມໄດ້ສ້າງສັນ ແລະ ສະສົມໄວ້. ດັ່ງນັ້ນ, ວັດທະນະທຳຈຶ່ງເປັນຕົວສະທ້ອນເຖິງຕົວຕົນ, ເອກະລັກ ແລະ ຮາກເຫງົ້າຂອງແຕ່ລະຊາດ. ວັດທະນະທຳສາມາດແບ່ງອອກເປັນ 2 ດ້ານຕົ້ນຕໍ ຄື: ວັດທະນະທຳດ້ານວັດຖຸ ແລະ ວັດທະນະທຳດ້ານຈິດໃຈ.

ວັດທະນະທຳດ້ານວັດຖຸ ແມ່ນສິ່ງທີ່ສາມາດເບິ່ງເຫັນ ແລະ ຈັບບາຍໄດ້ ເຊັ່ນ: ສິ່ງປຸກສ້າງ, ວັດວາອາຮາມ, ປະຕິມາກຳ, ເຄື່ອງນຸ່ງ, ເຄື່ອງໃຊ້, ເຄື່ອງມືການຜະລິດ ແລະ ວັດຖຸບູຮານ. ສ່ວນວັດທະນະທຳດ້ານຈິດໃຈ ແມ່ນສິ່ງທີ່ສະແດງອອກທາງຄວາມຄິດ ແລະ ຈິດສຳນຶກ ເຊັ່ນ: ພາສາ, ຮີດຄອງປະເພນີ, ຄວາມເຊື່ອ, ຄຸນນະທຳ, ຈັນຍາບັນ, ມາລະຍາດ, ວັນນະຄະດີ, ດົນຕີ ແລະ ສິລະປະຕ່າງໆ. ວັດທະນະທຳຊ່ວຍຫລໍ່ຫລອມຄົນໃຫ້ມີຄຸນນະທຳ, ມີຈັນຍາບັນ, ຮູ້ເຄົາລົບສິດ ແລະ ໜ້າທີ່, ຮູ້ຮັກແພງ ແລະ ສາມັກຄີກັນ. ພ້ອມທັງເປັນພະລັງສຳຄັນໃນການສ້າງສັງຄົມໃຫ້ມີລະບຽບ, ສະຫງົບສຸກ ແລະ ມີຄວາມຈະເລີນກ້າວໜ້າ.

ໃນສະພາບສັງຄົມປັດຈຸບັນ ການຮັກສາ ແລະ ສືບສານວັດທະນະທຳມີຄວາມຈຳເປັນຫລາຍຍິ່ງຂຶ້ນ. ການຮັບເອົາຄວາມຮູ້ ແລະ ວັດທະນະທຳໃໝ່ຄວນດຳເນີນຄວບຄູ່ກັບການອະນຸລັກຄຸນຄ່າອັນດີງາມຂອງຊາດ. ໂດຍສະເພາະ ຄົນຮຸ່ນໃໝ່ຄວນຮຽນຮູ້, ເຂົ້າໃຈ ແລະ ພາກພູມໃຈໃນຮາກເຫງົ້າຂອງຕົນ ພ້ອມທັງນຳເອົາຄຸນຄ່າວັດທະນະທຳມາປະຍຸກໃຊ້ໃຫ້ເໝາະສົມກັບຍຸກສະໄໝ. ການອະນຸລັກ ແລະ ສືບສານວັດທະນະທຳ ຈຶ່ງບໍ່ແມ່ນພຽງການຮັກສາມໍລະດົກຈາກອະດີດ ແຕ່ເປັນການສ້າງພື້ນຖານໃຫ້ແກ່ອະນາຄົດ. ທຸກຄົນຈຶ່ງຄວນຮ່ວມກັນຮັກສາ, ສືບສານ ແລະ ພັດທະນາວັດທະນະທຳອັນດີງາມ ໃຫ້ຄົງຄຸນຄ່າ ແລະ ສາມາດສືບຕໍ່ໄປຮຸ່ນຕໍ່ໄປ.

ການອະນຸລັກວັດທະນະທຳບໍ່ແມ່ນພາລະກິດຂອງລັດພຽງຝ່າຍດຽວ ແຕ່ເປັນໜ້າທີ່ຮ່ວມຂອງຄອບຄົວ, ຊຸມຊົນ, ໂຮງຮຽນ, ສ່ວນມວນຊົນ, ອົງການສັງຄົມ ແລະ ປະຊາຊົນລາວທຸກຄົນ, ແຕ່ລະຄົນສາມາດມີສ່ວນຮ່ວມຜ່ານການໃຊ້ພາສາລາວຢ່າງຖືກຕ້ອງ, ​ຮັກສາຮີດຄອງປະເພນີ, ​ ຖ່າຍທອດພູມປັນຍາ ແລະ ສົ່ງຕໍ່ຄຸນຄ່າອັນດີງາມໃຫ້ແກ່ຄົນຮຸ່ນຫລັງ. ການຮັກສາວັດທະນະທຳ ຈຶ່ງບໍ່ແມ່ນພຽງການຮັກສາສິ່ງຂອງ ຫລື ປະເພນີຈາກອະດີດ ແຕ່ແມ່ນການຮັກສາຈິດໃຈ, ເອກະລັກ ແລະ ຄຸນຄ່າຂອງຊາດ. ການສືບສານຢ່າງສ້າງສັນ ຄຽງຄູ່ກັບການຮັບເອົາສິ່ງໃໝ່ຢ່າງມີວິຈາລະນາຍານຈະຊ່ວຍໃຫ້ວັດທະນະທຳສາມາດດຳລົງຢູ່ໄດ້ຢ່າງໝັ້ນຄົງ ແລະ ເຕີບໃຫຍ່ໄປພ້ອມກັບສັງຄົມ. ດັ່ງນັ້ນ, ວັດທະນະທຳ ຈຶ່ງເປັນຮາກຖານຂອງຊາດ, ພະລັງສັງຄົມ ແລະ ທືນສຳຄັນສຳລັບການພັດທະນາປະເທດຊາດ.

KPL

ຂ່າວອື່ນໆ

ads
ads

Top