ຂປລ
ອົງການ ຫລຸດຜ່ອນ ໄພພິບັດແຫ່ງຊາດ ອິນໂດເນເຊຍ ແຈ້ງໃຫ້ຮູ້ວ່າ: ແຜ່ນດິນໄຫວ ຂະໜາດ 7,7 ຣິກເຕີ ທີ່ເກີດຂຶ້ນຢູ່ ແຂວງນູຊາ ເຕງກາຣາ ຕາເວັນອອກ ເຮັດໃຫ້ 5,000 ກວ່າຄົນ ຕ້ອງໄດ້ຍົກຍ້າຍ ເພື່ອລີ້ໄພ.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 16 ສິງຫານີ້, ອົງການ ຫລຸດຜ່ອນ ໄພພິບັດແຫ່ງຊາດ ອິນໂດເນເຊຍ ແຈ້ງໃຫ້ຮູ້ວ່າ: ແຜ່ນດິນໄຫວ ຂະໜາດ 7,7 ຣິກເຕີ ທີ່ເກີດຂຶ້ນຢູ່ ແຂວງນູຊາ ເຕງກາຣາ ຕາເວັນອອກ ເຮັດໃຫ້ 5,000 ກວ່າຄົນ ຕ້ອງໄດ້ຍົກຍ້າຍ ເພື່ອລີ້ໄພ. ປັດຈຸບັນ, ໜຶ່ງໃນບູລິມະສິດ ຂອງວຽກງານກູ້ໄພສຸກເສີນ ແມ່ນການຮັບປະກັນ ຄວາມຕ້ອງການ ດ້ານການດຳລົງຊີວິດ ປະຈຳວັນ ຂອງ ຜູ້ປະສົບໄພ ຢູ່ບ່ອນພັກທີ່ຈັດສັນໄວ້ ແລະ ການສະໜອງເຄື່ອງບັນເທົາທຸກ. ເຈົ້າໜ້າທີ່ກູ້ໄພ ອິນໂດເນເຊຍ ໃຫ້ຮູ້ວ່າ: ນັບມາຮອດ ວັນທີ 16 ສິງຫານີ້,ແຜ່ນດິນໄຫວ ຂະໜາດ 7,7 ຣິກເຕີ ເຮັດໃຫ້ມີ ຜູ້ເສຍ ຊີວິດ 51 ຄົນ. ອີງຕາມການວັດແທກ ຢ່າງເປັນທາງການ ຂອງສູນເຄືອຂ່າຍສະຖານີ ແຜ່ນດິນໄຫວຈີນ, ເກີດແຜ່ນດິນໄຫວ ຂະໜາດ 7,7 ຣິກເຕີ ຢູ່ເຂດທະເລໃກ້ເກາະຟຣໍເຣັສ ຂອງ ອິນໂດເນເຊຍ ໂດຍມີ ຄວາມເລິກຈຸດກຳເນີດແຜ່ນດິນໄຫວ 20 ກິໂລແມັດ. ປັດຈຸບັນ ຄຳເຕືອນໄພຄື້ນຊຶນາມິ ທີ່ເກີດຈາກແຜ່ນດິນໄຫວຄັ້ງນີ້ ໄດ້ຍົກເລີກແລ້ວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL