ຂປລ
ທ່ານ ເອເບລາໂດ ເດ ລາ ເອັສປຣິເອຢາ ປະທານາທິບໍດີ ຄົນ ໃໝ່ ຂອງ ໂກໂລມບີ ໄດ້ຮຽກຮ້ອງໃຫ້ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ພິຈາລະນາ ການຢຸດຕິ ການເກັບພາສີນຳເຂົ້າສິນຄ້າ ຈາກໂກໂລມບີ ເປັນການຊົ່ວຄາວ.
ຂປລ. ສຳນັກຂ່າວ ອິນໂຟເຄວ: ເມື່ອບໍ່ດົນມານີ້, ທ່ານ ເອເບລາໂດ ເດ ລາ ເອັສປຣິເອຢາ ປະທານາທິບໍດີ ຄົນ ໃໝ່ ຂອງ ໂກໂລມບີ ໄດ້ຮຽກຮ້ອງໃຫ້ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ພິຈາລະນາ ການຢຸດຕິ ການເກັບພາສີນຳເຂົ້າສິນຄ້າ ຈາກໂກໂລມບີ ເປັນການຊົ່ວຄາວ. ໃນຂະນະທີ່ ປະເທດ ພວມຜະເຊີນກັບ ວິກິດການສູນເສຍ ແລະ ຕ້ອງເລັ່ງຟື້ນຟູ ຫລັງຈາກເກີດເຫດ ແຜ່ນດິນໄຫວຄັ້ງໃຫຍ່. ໂດຍອັດຕາ ການເກັບພາສີ ສ.ອາເມລິກາ ໄດ້ປັບຂຶ້ນ ກັບສິນຄ້າ ໂກໂລມບີ ຈາກ10% ເປັນ 15%ເມື່ອວັນ24 ກໍລະກົດ ທີ່ຜ່ານມາ. ໂດຍສິນຄ້າທີ່ໄດ້ຮັບການ ຍົກເວັ້ນ ມີພຽງສິນຄ້າ ບໍ່ເທົ່າໃດລາຍການ ເຊັ່ນ:ກາເຟ ແລະ ນ້ຳມັນອື່ນໆ. /
KPL