ສປ ຈີນ ເລິ່ມກໍ່ສ້າງໂຄງການປັບປຸງ-ຍົກລະດັບ ໂຮງຮຽນມັດທະຍົມ ສົມບູນສະຫວັນຢູ່ ສປປ ລາວ

17/08/2026 20:42
ຂປລ ພິທີເປີດໂຄງການປັບປຸງ ແລະ ຍົກລະດັບໂຮງຮຽນ ມັດທະຍົມສົມບູນສະຫວັນ ແຂວງສະຫວັດນະເຂດ ຂອງ ສປ ລາວ ທີ່ໄດ້ຮັບການຊ່ວຍເຫລືອຈາກ ສປ ຈີນ ໄດ້ຈັດຂຶ້ນຢູ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ຜູ້ຕາງໜ້າ ລັດຖະບານ ແລະ ວິສາຫະກິດ ສອງປະເທດຈີນ-ລາວ ໄດ້ເຂົ້າຮ່ວມພິທີ.

   ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ພິທີເປີດໂຄງການປັບປຸງ ແລະ ຍົກລະດັບໂຮງຮຽນ ມັດທະຍົມສົມບູນສະຫວັນ ແຂວງສະຫວັດນະເຂດ ຂອງ ສປ ລາວ ທີ່ໄດ້ຮັບການຊ່ວຍເຫລືອຈາກ ສປ ຈີນ ໄດ້ຈັດຂຶ້ນຢູ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ,ຜູ້ຕາງໜ້າລັດຖະບານ ແລະ ວິສາຫະກິດ ສອງປະເທດຈີນ-ລາວ ໄດ້ເຂົ້າຮ່ວມພິທີ. ສຳລັບ ໂຄງການປັບປຸງ ແລະ ຍົກລະດັບ ໂຮງຮຽນ ມັດທະຍົມສົມບູນ ສະຫວັນ ກວມເນື້ອທີ່ ປະມານ 6.000 ຕາແມັດ ແລະ ຈະກໍ່ສ້າງອາຄານຮຽນ, ອາຄານສຳນັກງານ, ສະໜາມກິລາໃນຮົ່ມ ແລະ ສິ່ງອຳນວຍຄວາມສະດວກ ໃນການ ຮຽນ-ການສອນ ອື່ນໆ ແບບທັນສະໄໝ ເພື່ອປັບປຸງສະພາບການຮຽນ ການສອນ ຂອງໂຮງຮຽນໃຫ້ດີຂຶ້ນ ໂດຍພື້ນຖານ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top