ມຽນມາ ອະນຸມັດ 14 ໂຄງການລົງທຶນໃໝ່ ສ້າງວຽກເຮັດງານທຳກວ່າ 3.300 ຕຳແໜ່ງ

17/08/2026 22:12
ຂປລ ນັກຂ່າວ ມຽນມາ ລາຍງານວ່າ ຄະນະກຳມະການ ການລົງທຶນ ມຽນມາ ໄດ້ອະນຸມັດ ໂຄງການ ລົງທຶນໃໝ່ ຈຳນວນ 14 ໂຄງການ

ຂປລ. ຕາມຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ນັກຂ່າວ ມຽນມາ ລາຍງານວ່າ ຄະນະກຳມະການ ການລົງທຶນ ມຽນມາ ໄດ້ອະນຸມັດ ໂຄງການ ລົງທຶນໃໝ່ ຈຳນວນ 14 ໂຄງການ  ເຊິ່ງປະກອບມີ ໂຄງການ ລົງທຶນ ຈາກຕ່າງປະເທດ ດ້ວຍມູນຄ່າ 140 ລ້ານ ໂດລາສະຫະລັດ ແລະ ໂຄງການ ລົງທຶນ ພາຍໃນ ປະເທດ ປະມານ 561 ລ້ານໂດລາສະຫະລັດ. ໂດຍຄາດວ່າ ບັນດາ ໂຄງການນີ້ ຈະຊ່ວຍສ້າງ ວຽກເຮັດ ງານທຳ ເພີ່ມຂຶ້ນ 3.336 ຕຳແໜ່ງ. ສຳລັບຂະແໜງການ ທີ່ມີການລົງທຶນ ແມ່ນກວມເອົາ ພາກອຸດສາຫະກຳ, ທຸລະກິດການ ບໍລິການ, ໄຟຟ້າ ແລະ ທີ່ຢູ່ອາໄສ./.

KPL

ຂ່າວອື່ນໆ

ads
ads

Top