ຂປລ
ສະຫະພັນເຂົ້າ ມຽນມາ ເປີດເຜີຍວ່າ: ມຽນມາ ສາມາດ ສົ່ງອອກເຂົ້າ ແລະ ເຂົ້າຫັກລວມທັງໝົດ 699,730 ໂຕນ ໃນໄລຍະ 4 ເດືອນທຳອິດ ຂອງ ສົກປີ ງົບປະມານ 2026-2027 ເຊິ່ງເລີ່ມຕົ້ນ ແຕ່ເດືອນເມສາຜ່ານມາ
ຂປລ.ຕາມຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສະຫະພັນເຂົ້າ ມຽນມາ ເປີດເຜີຍວ່າ: ມຽນມາ ສາມາດ ສົ່ງອອກເຂົ້າ ແລະ ເຂົ້າຫັກລວມທັງໝົດ 699,730 ໂຕນ ໃນໄລຍະ 4 ເດືອນທຳອິດ ຂອງ ສົກປີ ງົບປະມານ 2026-2027 ເຊິ່ງເລີ່ມຕົ້ນ ແຕ່ເດືອນເມສາຜ່ານມາ ແລະ ລາຍໄດ້ຈາກ ການສົ່ງອອກເຂົ້າ ປະມານ 232 ລ້ານໂດລາສະຫະລັດ. ການປຽບທຽບ: ຂໍ້ມູນຈາກ ສະຫະພັນ ດັ່ງກ່າວ ຍັງລະບຸວ່າ ປະລິມານ ການສົ່ງອອກເຂົ້າ ໃນໄລຍະ 4 ເດືອນທຳອິດ ຂອງ ສົກປີງົບປະມານ ໃນປັດຈຸບັນ ແມ່ນຫລຸດລົງ ຈາກຕົວເລກ 845,377 ໂຕນ ເມື່ອທຽບໃສ່ໃນໄລຍະດຽວກັນ ຂອງ ສົກປີງົບປະມານຜ່ານມາ./
KPL