ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ເນື່ອງຈາກສະ ພາບຝົນຕົກໜັກ ແລະ ຕົກຕິດຕໍ່ກັນ ເປັນເວລາຫລາຍວັນ ໃນໄລຍະຜ່ານ ມາ ຊຶ່ງໄດ້ເຮັດໃຫ້ລະດັບນໍ້າ ແຕ່ລະ ສາຍນ້ໍາສູງຂ້ຶນຢ່າງຕ່ໍເນ່ືອງ ແລະ ໃນປັດຈຸບັນ ເວລາ 8:00 ໂມງ ຂອງ ວັນທີ 11 ສິງຫາ 2026 ມີລະດັບ ນໍ້າຫລາຍຈຸດ ໄດ້ສູງຂຶ້ນກາຍເຂດ ເຕືອນໄພແລ້ວ.
ສຳລັບລະດັບນໍ້າກໍ ຈຸດບ້ານກໍ ນ້ອຍ ເມືອງໄຊ, ລະດັບນໍ້າ ປັດຈຸບັນ 6,55 ແມັດ, ຈຸດເຕືອນໄພ 4 ແມັດ ແລະ ຈຸດອັນຕະລາຍ 6 ແມັດ.
ສ່ວນລະດັບນໍ້າແຊ ຈຸດບ້ານ ນໍ້າແຊ ເມືອງນາໝໍ້, ລະດັບນໍ້າ ປັດຈຸບັນ 4 ແມັດ, ຈຸດເຕືອນໄພ 4 ແມັດ ແລະ ຈຸດອັນຕະລາຍ 6 ແມັດ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງ ອົງ ການຈັດຕ້ັງທຸກຂ້ັນທຸກພາກສ່ວນ, ອົງການປົກຄອງບ້ານ ແລະ ພໍ່ແມ່ ປະຊາຊົນບັນດາເຜົ່າ ເພື່ອກະກຽມ ຮັບມືກັບໄພພິບັດທີ່ເກີດຂຶ້ນ ໂດຍ ສະເພາະ ຜູ້ທີ່ອາໄສຢູ່ເຂດພື້ນທີ່ຕໍ່າ, ເຂດແຄມແມ່ນໍ້າ ແລະ ເຂດທີ່ມີ ຄວາມສ່ຽງຕໍ່ການເກີດໄພພິບັດ ຈົ່ງ ມີສະຕິລະມັດລະວັງຕໍ່ສະພາບນໍ້າ ຖ້ວມ ແລະ ດິນເຈື່ອນ ທີ່ຈະເກີດຂຶ້ນ. ພ້ອມນີ້, ຂໍໃຫ້ກະກຽມມ້ຽນມັດ, ຍົກຍ້າຍວັດຖຸ, ສິ່ງຂອງທີ່ຈຳເປັນ, ສັດລ້ຽງ ໄປໄວ້ບ່ອນທີ່ສູງ-ປອດ ໄພ ແລະ ຂໍໃຫ້ຕິດຕາມການລາຍ ງານສະພາບອາກາດ ແລະ ລະດັບ ນໍ້າ ຈາກພະແນກກະສິກຳ ແລະ ສ່ິງແວດລ້ອມແຂວງ ເປັນແຕ່ລະ ໄລຍະ.
KPL