ໄທ ສ້າງຕັ້ງຄະນະກຳມະການ ນະໂຍບາຍ ສູນຂໍ້ມູນ ຢ່າງເປັນທາງການ

15/08/2026 21:12
ຂປລ ເພື່ອ​ຮັບ​ມື​ກັບ​ ການ​ສິ້ນ​ເປືອງໄຟ​ຟ້າ ແລະ ຊັບ​ພະ​ຍາ​ກອນ​ນ້ຳ ​​ຢ່າງ​ໃຫຍ່​ຫລວງ, ລວມ​ທັງ​ ຜົນ​ກະ​ທົບ ​ຕໍ່​ສິ່ງ​ແວດ​ລ້ອມ ​ຂອງ​ສູນ​ຂໍ້​ມູນ, ສຳ​ນັກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ​ໄດ້​ປະ​ກາດໃຊ້​ກົດລະ​ບຽບ ​ຢ່າງ​ເປັນ​ທາງ​ການ ​ໂດຍ​ຜ່ານ​​ຂ່າວ​ສານ ​ທາງ​ການ​ ຂອງ​ລັດ​ຖະ​ບານ​ໄທ, ໂດຍ​ປະ​ກາດສ້າງ​ຕັ້ງ “ຄະ​ນະ​ກຳ​ມະ​ການ​ ນະ​ໂຍ​ບາຍ​ສູ​ນ​ຂໍ້​ມູນ” ຢ່າງ​ເປັນ​ທາງ​ການ.

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ເພື່ອ​ຮັບ​ມື​ກັບ​ ການ​ສິ້ນ​ເປືອງໄຟ​ຟ້າ ແລະ ຊັບ​ພະ​ຍາ​ກອນ​ນ້ຳ ​​ຢ່າງ​ໃຫຍ່​ຫລວງ, ລວມ​ທັງ​ ຜົນ​ກະ​ທົບ ​ຕໍ່​ສິ່ງ​ແວດ​ລ້ອມ ​ຂອງ​ສູນ​ຂໍ້​ມູນ, ສຳ​ນັກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ​ໄດ້​ປະ​ກາດໃຊ້​ກົດລະ​ບຽບ ​ຢ່າງ​ເປັນ​ທາງ​ການ ​ໂດຍ​ຜ່ານ​​ຂ່າວ​ສານ ​ທາງ​ການ​ ຂອງ​ລັດ​ຖະ​ບານ​ໄທ, ໂດຍ​ປະ​ກາດສ້າງ​ຕັ້ງ “ຄະ​ນະ​ກຳ​ມະ​ການ​ ນະ​ໂຍ​ບາຍ​ສູ​ນ​ຂໍ້​ມູນ” ຢ່າງ​ເປັນ​ທາງ​ການ. ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ມີຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ເປັນ​ປະ​ທານ, ລັດ​ຖະ​ມົນ​ຕີ​ ກະ​ຊວງ​ເສດ​ຖະ​ກິດ ​​ດິ​ຈີ​ຕອນ ແລະ ​ສັງ​ຄົມ, ກະ​ຊວງ​ພາຍ​ໃນ ​ແລະ​ ກະ​ຊວງ​ພະ​ລັງ​ງານ ​ເປັນ​ຮອງ​ປະ​ທານ ແລະ ​​ປະ​ກອບ​ດ້ວຍ​ເຈົ້າ​ໜ້າ​ທີ່​ ລະ​ດັບ​ສູງ​ ຈາກ​ຫລາຍ​ພາກ​ສ່ວນ. ​ມີໜ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນ​ຕໍຄື: ສະ​ເໜີ ​ນະ​ໂຍ​ບາຍ ​ຕິດ​ຕາມ​ຄວບ​ຄຸມ, ມາດ​ຕະ​ຖານ ​ແລະ​ ແນວ​ທາງ ສຳ​ລັບ​​ ການ​ດຳ​ເນີນວຽກ​ງານ ​ຂອງ​ສູນ​ຂໍ້​ມູນ ໃຫ້​ລັດ​ຖະສະ​ພາ. ລະ​ບຽບ​ການ​ໃໝ່​ມີ​ຈຸດ​ປະ​ສົງ ​ເພື່ອ​ຮັບ​ປະ​ກັນ​ ໃຫ້​ສູນ​ຂໍ້​ມູນ​ສົ່ງ​ເສີມ​ ການ​ພັດ​ທະ​ນາ ​ເສດ​ຖະ​ກິດ​ ຂອງ​ປະ​ເທດ ​ແລະ ຮັບ​ປະ​ກັນ​ ຄວາມ​ໝັ້ນ​ຄົງ​ ດ້ານ​ພະ​ລັງ​ງານ​ແຫ່ງ​ຊາດ, ຮັກ​ສາ​ລາ​ຄາ​ໄຟ​ຟ້າ ​ໃຫ້​ໝັ້ນ​ທ່ຽງ, ​ຈັດ​ສັນ​ຊັບ​ພະ​ຍາ​ກອນ​ນ້ຳ​ ຢ່າງ​ສ​ະ​ເໝີ​ພາບ​ກັນ​, ພ້ອມ​ທັງ ​ຮັກ​ສາ​ຄວາມ​ປອດ​ໄພ ​ປ້ອງ​ກັນອັກ​ຄີ​ໄພ, ຮັກ​ສາ​ອະ​ທິ​ປະ​ໄຕ​ດ້ານ​ຂໍ້​ມູນ ​ແລະ​ ບັນ​ລຸ​ເປົ້າ​ໝາຍ ປອດການ​ລະ​ບາຍກາກບອນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top