ຂປລ
ເຂດທະເລ ອ້ອມຂ້າງເກາະໂຟໂລເຣສ ຂອງ ອິນໂດເນເຊຍ ໄດ້ເກີດແຜ່ນດິນໄຫວຂະໜາດ 7,7 ຣິກເຕີ, ຈຸດສູນກາງ ມີຄວາມເລິກລົງໄປ ໃຕ້ດິນເຖິງ 20 ກິໂລແມັດ.
ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ຕາມການວັດແທກ ຢ່າງທາງການ ຂອງສູນເຄືອຂ່າຍສະຖານີ ແຜ່ນດິນໄຫວຈີນ ໃຫ້ຮູ້ໃນວັນທີ 15 ສິງຫານີ້ວ່າ: ເຂດທະເລ ອ້ອມຂ້າງເກາະໂຟໂລເຣສ ຂອງ ອິນໂດເນເຊຍ ໄດ້ເກີດແຜ່ນດິນໄຫວຂະໜາດ 7,7 ຣິກເຕີ, ຈຸດສູນກາງ ມີຄວາມເລິກລົງໄປ ໃຕ້ດິນເຖິງ 20 ກິໂລແມັດ. ບົດລາຍງານ ຈາກກົມອຸຕຸນິຍົມວິທະ ຍາ, ດິນຟ້າອາກາດ ແລະ ທໍລະນີຟິຊິກ ອິນ ໂດເນເຊຍ ສະແດງໃຫ້ເຫັນວ່າ: ພາຍຫລັງ ເກີດແຜ່ນດິນໄຫວ ຮຸນແຮງ, ຢູ່ບໍລິເວນອ້ອມຂ້າງ ຈຸດສູນກາງແຜ່ນດິນໄຫວ ໄດ້ເກີດແຜ່ນດິນໄຫວ ຕາມມາຂະໜາດ ຫລາຍກວ່າ 5 ຣິກເຕີ ຫລາຍຄັ້ງຢ່າງຕໍ່ ເນື່ອງ. ໃນນັ້ນ, ໃນເວລາ 5 ໂມງ 6 ນາທີ, 5 ໂມງ 13 ນາທີ ແລະ 5 ໂມງ 28 ນາທີ ຕາມເວລາທ້ອງຖິ່ນ ຕ່າງໄດ້ເກີດແຜ່ນດິນໄຫວ ລະດັບ 6.2 ຣິກເຕີ. ປັດຈຸບັນ, ຢູ່ບໍລິເວນອ້ອມຂ້າງ ຈຸດສູນກາງ ແຜ່ນ ດິນໄຫວ ຍັງມີແຮງສັ່ນສະ ເທືອນ ຢ່າງຮຸນແຮງ. ນອກນີ້, ຍັງກວດພົບຄື້ນສຶນາມິ ທີ່ເກີດຂຶ້ນຈາກແຜ່ນດິນໄຫວ ຄັ້ງນີ້ຫລາຍຈຸດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL