ສ.ອາເມລິກາ ຈະເກັບພາສີໂດຣນ ບາງປະເພດສູງສຸດ 100%

14/08/2026 22:41
ຂປລ ລັດຖະບານ ສ.ອາເມລິກາ ປະກາດເກັບພາສີ ນຳເຂົ້າໂດຣນ ແລະ ຊິ້ນສ່ວນໂດຣນ ໃນອັດຕາສູງສຸດ 100% ເພື່ອຫລຸດຜ່ອນ ການເພິ່ງພາ ຈາກຕ່າງປະເທດ ແລະ ສົ່ງເສີມອຸດສາຫະກຳໂດຣນ ພາຍໃນປະເທດ.


ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ລັດຖະບານ ສ.ອາເມລິກາ ປະກາດເກັບພາສີ ນຳເຂົ້າໂດຣນ ແລະ ຊິ້ນສ່ວນໂດຣນ ໃນອັດຕາສູງສຸດ 100% ເພື່ອຫລຸດຜ່ອນ ການເພິ່ງພາ ຈາກຕ່າງປະເທດ ແລະ ສົ່ງເສີມອຸດສາຫະກຳໂດຣນ ພາຍໃນປະເທດ.

ເຈົ້າໜ້າທີ່ ທຳນຽບຂາວ ອອກຖະແຫລງການວ່າ: ໂດຣນ ທີ່ມີ ຂະໜາດຕາມເກນ ທີ່ ກຳນົດ ຫລື ມີຂີດຄວາມສາມາດ ທີ່ກ່ຽວຂ້ອງກັບ ຄວາມໝັ້ນຄົງ ແຫ່ງຊາດ ຈະຖືກເກັບພາສີ ໃນອັດຕາສູງສຸດ ເຖິງ 100% ສ່ວນໂດຣນປະເພດອື່ນໆ ຈະໃຊ້ອັດຕາພາສີ ທີ່ແຕກຕ່າງກັນ ຕາມມາດຕະການ ໂດຍສ່ວນໃຫຍ່ ຈະເລີ່ມມີຜົນບັງໃຊ້ໃນອີກ 21 ວັນ. ສຳລັບໂດຣນ ຂະໜາດນ້ອຍ ທີ່ບໍ່ມີຂີດ ຄວາມສາມາດ ດ້ານຄວາມໝັ້ນຄົງ ແຫ່ງຊາດ ຈະຖືກເກັບພາສີ 25% ໂດຍຈະເລີ່ມ ບັງຄັບໃຊ້ ໃນອີກ 180 ວັນ.

ທ່ານ ໂຮເວີດ ລຸດນິກ (Howard Lutnick) ລັດຖະມົນຕີ ກະຊວງ ການຄ້າ ສ.ອາເມລິກາ ປະເມີນວ່າ ການນຳເຂົ້າໂດຣນ ແລະ ຊິ້ນສ່ວນ ຈາກຕ່າງປະເທດ ແມ່ນຢູ່ໃນລະດັບສູງ ແລະ ສ.ອາເມລິກາ ໄດ້ເພິ່ງພາສິນຄ້າ ຈາກຕ່າງປະເທດ ຫລາຍເກີນໄປ.

ນອກຈາກນັ້ນ, ມາດຕະການດັ່ງກ່າວ ມີທ່າອ່ຽງ ຈະສົ່ງຜົນກະທົບ ຕໍ່ຜູ້ຜະລິດໂດຣນ ຂອງຈີນ ຢ່າງໜັກ ເນື່ອງຈາກ ຈີນເປັນຖານການຜະລິດໂດຣນ ຂະໜາດໃຫຍ່ທີ່ສຸດ ໃນໂລກ ໂດຍບໍລິສັດ ດີເຈໄອ ເຕັກໂນໂລຢີ (DJI Technologies) ທີ່ມີ ສຳນັກງານໃຫຍ່ ຕັ້ງຢູ່ເມືອງເຊິນເຈິນ ຖືຄອງສ່ວນແບ່ງ ຕະຫລາດໂດຣນ ເຊີງການຄ້າ ໃນ ສ.ອາເມລິກາ ປະມານ 70%  ເມື່ອປີ 2025./

KPL

ຂ່າວອື່ນໆ

ads
ads

Top