ຂປລ
ທະນາຄານກາງ ສ.ເກົາຫລີ (BOK) ເປີດເຜີຍວ່າ: BOK ໄດ້ຖືຄອງກອງທຶນ ETF ຄຳ ທີ່ຊື້ຂາຍ ໃນຕະຫລາດຫລັກຊັບ ສ.ອາເມລິກາ ກວມເອົາ ມູນຄ່າກວ່າ 250 ລ້ານໂດລາສະຫະລັດ ເຊິ່ງຖືເປັນ ການລົງທຶນຄຳ ເປັນຄັ້ງທຳອິດ ໃນຮອບ 13 ປີ.
ຂປ. ສຳນັກຂ່າວອິນໂຟເຄວສ: ທະນາຄານກາງ ສ.ເກົາຫລີ (BOK) ເປີດເຜີຍວ່າ: BOK ໄດ້ຖືຄອງກອງທຶນ ETF ຄຳ ທີ່ຊື້ຂາຍ ໃນຕະຫລາດຫລັກຊັບ ສ.ອາເມລິກາ ກວມເອົາ ມູນຄ່າກວ່າ 250 ລ້ານໂດລາສະຫະລັດ ເຊິ່ງຖືເປັນ ການລົງທຶນຄຳ ເປັນຄັ້ງທຳອິດ ໃນຮອບ 13 ປີ.
BOK ລະບຸ ໃນບົດລາຍງານ ທີ່ຍື່ນຕໍ່ ຄະນະກຳມະການ ຄຸ້ມຄອງຫລັກຊັບ ແລະ ຕະຫລາດຫລັກຊັບ ຂອງ ສ.ອາເມລິກາ (SEC) ວ່າ: ທະນາຄານ ໄດ້ຖືຄອງຮຸ້ນ ຂອງ SPDR Gold Trust ເປັນໜຶ່ງ ໃນກອງທຶນ ETF ຄຳ ທີ່ມີການຊື້ຂາຍ ຫລາຍທີ່ສຸດ ໃນສ.ອາເມລິກາ ດ້ວຍຈຳນວນ 679,765 ຮຸ້ນ ກວມເອົາ ມູນຄ່າ 250.4 ລ້ານໂດລາສະຫະລັດ ໃນໄລຍະສິ້ນສຸດ ໄຕມາດ 2/2026.
ການເຄື່ອນໄຫວທັງໝົດນີ້ ຖືເປັນ ຄັ້ງທຳອິດ ໃນຮອບ 13 ປີ ທີ່ ທະນາຄານກາງ ສ.ເກົາຫລີ (BOK) ໄດ້ກັບຄືນມາລົງທຶນໃນຄຳ ນັບຕັ້ງແຕ່ ເຄີຍເຂົ້າຊື້ຄຳ ຈຳນວນ 20 ໂຕນ ເມື່ອປີ 2013, ໂດຍກອງທຶນ ETF ຄຳ ໄດ້ຖືກຈັດປະເພດ ເປັນຫລັກຊັບ ຕ່າງປະເທດ ແລະ ນັບລວມທັງ ຢູ່ໃນກອງທຶນສຳຮອງ ເງິນຕາ ຕ່າງປະເທດ ຂອງ ສ.ເກົາຫລີ./
KPL