ຂປລ
ມະຫາວິທະຍາໄລ ແຫ່ງຊາດ ສິງກະໂປ ແລະ ບໍລິສັດ OpenAI ໄດ້ປະກາດ ການຮ່ວມມືຍຸດທະສາດ ເພື່ອຂະຫຍາຍ ການເຂົ້າເຖິງ ເຄື່ອງມື ປັນຍາປະດິດ (AI) ເພື່ອຮອງຮັບ ຄວາມຕ້ອງການ ຂອງ ນັກສຶກສາ ທີ່ເຫັນວ່າ ທັກສະດ້ານ AI ມີຄວາມສຳຄັນ ເພີ່ມຂຶ້ນເລື້ອຍໆ ສຳລັບ ການປະກອບ ອາຊີບ ໃນອະນາຄົດ.
ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ມະຫາວິທະຍາໄລ ແຫ່ງຊາດ ສິງກະໂປ ແລະ ບໍລິສັດ OpenAI ໄດ້ປະກາດ ການຮ່ວມມືຍຸດທະສາດ ເພື່ອຂະຫຍາຍ ການເຂົ້າເຖິງ ເຄື່ອງມື ປັນຍາປະດິດ (AI) ເພື່ອຮອງຮັບ ຄວາມຕ້ອງການ ຂອງ ນັກສຶກສາ ທີ່ເຫັນວ່າ ທັກສະດ້ານ AI ມີຄວາມສຳຄັນ ເພີ່ມຂຶ້ນເລື້ອຍໆ ສຳລັບ ການປະກອບ ອາຊີບ ໃນອະນາຄົດ.
ໂດຍຈະມີການ ນຳເອົາເຄື່ອງມື ເອໄອ ຂັ້ນສູງ ມານຳໃຊ້ ໃນການຮຽນ ການສອນ, ເປັນການ ເປີດໂອກາດໃຫ້ ນັກສຶກສາ ໄດ້ສ້າງສັນສິ່ງໃໝ່ໆ, ສຶກສາ ຄົ້ນຄວ້າ ການຮ່ວມມື ດ້ານການວິໄຈໃໝ່ ແລະ ສະໜັບສະໜູນ ການນຳໃຊ້ປັນຍາປະດິດ ຢ່າງມີຄວາມຮັບ ຜິດຊອບ ທົ່ວທັງມະຫາວິທະຍາໄລ.
ຕາມຜົນການສຳຫລວດ ນັກສຶກສາ ມະຫາວິທະຍາໄລ ຈຳນວນ 514 ຄົນ ໃນສິງກະໂປ ເຊິ່ງຈັດທຳຂຶ້ນ ໃນລະຫວ່າງ ວັນທີ 3-7 ສິງຫາ ກວດພົບວ່າ: ນັກສຶກສາ 81% ເຊື່ອວ່າ ທັກສະປັນຍາປະດິດ ຈະຊ່ວຍໃຫ້ ບັນດິດມີຄວາມໄດ້ປຽບ ໃນການເຮັດວຽກ ຢູ່ຕະຫລາດ ແຮງງານໂລກ, 77% ເບີ່ງວ່າ ທັກສະດັ່ງກ່າວ ມີຄວາມຈຳເປັນ ຕໍ່ອາຊີບຂອງຕົນ, 94% wfhນຳໃຊ້ ເອໄອ ຫລາຍຄັ້ງ ຕໍ່ອາທິດ ແລະ 55% ໃຊ້ປັນຍາປະດິດ ຫລາຍຄັ້ງຕໍ່ວັນ.
ນອກຈາກນີ້, ຜົນການສຳຫລວດ ຍັງພົບອີກວ່າ ນັກສຶກສາ 95% ຢາກມີໂອກາດ ໃຊ້ເຄື່ອງມື ປັນຍາປະດິດຂັ້ນສູງ ກັບ ໂຄງການຕ່າງໆ ພາຍໃນ ມະຫາວິທະຍາໄລ ທີ່ ສາມາດ ນຳໄປໃຊ້ ໄດ້ຫລາຍຂຶ້ນ. ໃນນັ້ນ 88% ຕ້ອງການສ້າງແອບພິເຄຊັນ, ຜະລິດຕະພັນ ຫລື ສ້າງຕັ້ງບໍລິສັດ ເອໄອ ໃນລະຫວ່າງ ທີ່ ກຳລັງ ສຶກສາ ຢູ່ໃນມະຫາວິທະຍາໄລ./
KPL