ປະມວນກົດໝາຍວ່າດ້ວຍ ສິ່ງແວດລ້ອມທຳມະຊາດຂອງ ສປ ຈີນ ມີຜົນບັງຄັບໃຊ້ຢ່າງເປັນທາງການ

15/08/2026 21:12
ຂປລ ປະ​ມວນ​ ກົດ​ໝາຍ​ ວ່າ​ດ້ວຍ ​ສິ່ງ​ແວດ​ລ້ອມ ​ທຳ​ມະ​ຊາດ ສ​ປ ຈີນ ໄດ້​ເລີ່ມ​ບັງ​ຄັບ​ໃຊ້ ຢ່າງ​ເປັນ​ທາງ​ການ ในວັນ​ທີ 15 ສິງ​ຫາ​ນີ້, ນີ້​ແມ່ນ​ກົດ​ໝາຍ ​ສະ​ບັບ​ທີ 2 ​ຂອງ ສປ ຈີນ ທີ່​ຕັ້ງ​ຊື່​ວ່າ​ ປະ​ມວນ​ກົດ​ໝາຍ​ ຖັດ​ຈາກ “ປະ​ມວນ​ກົດ​ໝາຍ​ແພ່ງ ສ​ປ​ ຈີນ”, ທັງ​ເປັນ​ກົດ​ໝາຍ​ສະ​ບັບ​ທຳ​ອິດ​ຂອງ​ໂລກ​ ທີ່​ຕັ້ງ​ຊື່​​ວ່າ “ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ”.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ປະ​ມວນ​ ກົດ​ໝາຍ​ ວ່າ​ດ້ວຍ ​ສິ່ງ​ແວດ​ລ້ອມ ​ທຳ​ມະ​ຊາດ ສ​ປ ຈີນ ໄດ້​ເລີ່ມ​ບັງ​ຄັບ​ໃຊ້ ຢ່າງ​ເປັນ​ທາງ​ການ ในວັນ​ທີ 15 ສິງ​ຫາ​ນີ້, ນີ້​ແມ່ນ​ກົດ​ໝາຍ ​ສະ​ບັບ​ທີ 2 ​ຂອງ ສປ ຈີນ ທີ່​ຕັ້ງ​ຊື່​ວ່າ​ ປະ​ມວນ​ກົດ​ໝາຍ​ ຖັດ​ຈາກ “ປະ​ມວນ​ກົດ​ໝາຍ​ແພ່ງ ສ​ປ​ ຈີນ”, ທັງ​ເປັນ​ກົດ​ໝາຍ​ສະ​ບັບ​ທຳ​ອິດ​ຂອງ​ໂລກ​ ທີ່​ຕັ້ງ​ຊື່​​ວ່າ “ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ”. ສຳລັບ ປະ​ມວນ​ກົດ​ໝາຍ​ສະ​ບັບ​ນີ້​ ມີ​ຕົວ​ໜັງ​ສື 160.000 ກວ່າ​​ຄຳ, ລວມ​ມີ 1.242 ມາດ​ຕາ, ແບ່ງ​ອອກ​ເປັນ​ພາກ​ຄຳ​ແນະ​ນຳ​ໂດຍ​ລວມ, ພາກ​ການ​ປ້ອງ​ກັນ ແລະ ​ຄຸ້ມ​ຄອງ​ມົນ​ລະ​ພິດ, ພາກ​ອະ​ນຸ​ລັກ ​ສິ່ງ​ແວດ​ລ້ອມ ​ທຳ​ມະ​ຊາດ, ພາກ​ພັດ​ທະ​ນາ ​ແບບ​ສີ​ຂຽວ ແລະ ກາກ​ບອນ​ຕ່ຳ, ພາກ​ຄວາມ​ຮັບ​ຜິດ​ຊອບ​​ທາງດ້ານ​ກົດ​ໝາຍ​ ແລະ ລ​ະ​ບຽບ​ການ​ເພີ່ມ​ຕື່ມ. ປະ​ມວນ​ກົດ​ໝາຍ​ສະ​ບັບ​ນີ້​ ໄດ້​ຮວບ​ຮວມ​ກົດ​ໝາ​ຍ ​ວ່າ​ດ້ວຍ​ ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ 30 ກວ່າ​ສະ​ບັບ, ກົດ​ລະ​ບຽບ​ ການ​ບໍ​ລິ​ຫານ 100 ກວ່າ​ສະ​ບັບ, ນິ​ຕິ​ກຳ​ທ້ອງ​ຖິ່ນ 1.000 ກວ່າ​ສະ​ບັບ ແລະ ​ອື່ນໆ, ຫັນ​ຈາກ​ການ​ປະ​ຕິ​ບັດ​ກົດ​ໝາຍ ຫລາຍ​ສະ​ບັບ​​ ແບບ​ກະ​ແຈກ​ກະ​ຈາຍກັນ​ ໃນ​ເມື່ອ​ກ່ອນ ​ໃຫ້​ມາ​ເປັນ​ເອ​ກະ​ພາບ​ໃນ ປະ​ມວນ​ກົດ​ໝາ​ຍ ສະ​ບັບ​ດຽວ ​​ເພື່ອເຮັດ​ໃຫ້​ການ​ຄຸ້ມ​ຄອງ ສິ່ງ​ແວດ​ລ້ອມ ​ທຳ​ມະ​ຊາດ​ ຫັນ​ຈາກ ​ການ​ສ້າງ​ກົດ​ໝາຍ​ແບບ​ກະ​ແຈກ​ກະ​ຈາຍ ​ແລະ ແກ້​ໄຂ​ສຸກ​ເສີນກ້າວ​ໄປ​ສູ່​​ຂັ້ນ​ຕອນ​​ໃໝ່​ ທີ່​ຫັນ​ເປັນ​ລະ​ບົບ ແລະ ຫັນ​ເປັນ​ທັນ​ສະ​ໄໝ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top