ງານແຂ່ງຂັນຫຸ່ນຍົນມະນຸດໂລກຄັ້ງທີ 2 ຈະມີ16 ປະເທດເຂົ້າຮ່ວມ

14/08/2026 19:51
ຂປລ ງານແຂ່ງ​ຂັນ ຫຸ່ນ​ຍົນ​ມະ​ນຸດ​ໂລກ ​ຄັ້ງ​ທີ 2 ຈະ​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ສະ​ເກັດ​ ຄວາມ​ໄວ​ແຫ່ງ​ຊາດ​ຈີນ​ ໃນ​ວັນ​ທີ 22 ສິງ​ຫາ​ນີ້ ເຊິ່ງ​ຈັດ​ຂຶ້ນ​​ໂດຍ​ການ​ຮ່ວມ​ມື ​ລະ​ຫວ່າງ ອົງ​ການ​ປົກ​ຄອງ​ນະ​ຄອນ ຫລວງ​ປັກ​ກິ່ງ ແລະ ວິ​ທະ​ຍຸ​ໂທ​ລະ​ພາບ ​ສູນ​ກາງ​ຈີນ ຫລື CMG.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ງານແຂ່ງ​ຂັນ ຫຸ່ນ​ຍົນ​ມະ​ນຸດ​ໂລກ ​ຄັ້ງ​ທີ 2 ຈະ​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ສະ​ເກັດ​ ຄວາມ​ໄວ​ແຫ່ງ​ຊາດ​ຈີນ​ ໃນ​ວັນ​ທີ 22 ສິງ​ຫາ​ນີ້ ເຊິ່ງ​ຈັດ​ຂຶ້ນ​​ໂດຍ​ການ​ຮ່ວມ​ມື ​ລະ​ຫວ່າງ ອົງ​ການ​ປົກ​ຄອງ​ນະ​ຄອນຫລວງ​ປັກ​ກິ່ງ ແລະ ວິ​ທະ​ຍຸ​ໂທ​ລະ​ພາບ ​ສູນ​ກາງ​ຈີນ ຫລື CMG. ເມື່ອ​ທຽບ​ໃສ່ ງານ​ແຂ່ງ​ຂັນ ຫຸ່ນ​ຍົນ​ມະ​ນຸດ​ໂລກ ​ຄັ້ງ​ທຳ​ອິດ​ແລ້ວ, ລາຍ​ການ​ແຂ່ງ​ຂັນ ແລະ ທີມ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນຄັ້ງ​ນີ້​ ໄດ້​ເພີ່ມ​ຂຶ້ນ​ທາງ​ດ້ານ​ຄຸນ​ນະ​ພາບ ແລະ ປະ​ລິ​ມານ​ຢ່າງ​ຮອບ​ດ້ານ. ງານ​​ແຂ່ງ​ຂັນ​ຫຸ່ນ​ຍົນ​ມະ​ນຸດ​ຄັ້ງ​ນີ້ ​ຈະ​ດຳ​ເນີນ​ເປັນ​ເວ​ລາ 5 ວັນ ໂດຍ​ມີ ຫຸ່ນ​ຍົນ​ມະ​ນຸດ 2.056 ​ໂຕ​ຈາກ 666 ທີມ​ຂອງ 16 ປະ​ເທດ​ເຂົ້າ​ຮ່ວມການ​ແຂ່ງ​ຂັນ. ງານ​ແຂ່ງ​ຂັນຫຸ່ນ​ຍົນ​ມະ​ນຸດ​ຄັ້ງ​ນີ້​ ຈະ​ນຳ​ເອົາ​​ວູ​ຊູ, ການ​ຟ້ອນ ແລະ ລາຍ​ການ​ອື່ນໆ ​ທີ່​ມີ​ລັກ​ສະ​ນະ​ຕໍ່ສູ້ ແລະ ມີ​ຄວາມ​ໜ້າ​ຊົມ ຫລາຍກວ່າ​ເກົ່າ ​ເຂົ້າ​ໃນ​ລາຍ​ການ​ແຂ່ງ​ຂັນ. ອີງ​ຕາມ​ວາ​ລະ​ການ​ແຂ່ງ​ຂັນ ຈະ​ຈັດ​ການ​ແຂ່ງ​ຂັນ 51 ລາຍ​ການ ລວມ​ທັງ​ໝົດ 1.301 ຮອບ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top