ຂປລ
ກອງປະຊຸມ ຖະແຫລງຂ່າວ ພາຍໃຕ້ ຫລາຍຫົວຂໍ້ ກ່ຽວກັບ “ການເລີ່ມຕົ້ນຈັດຕັ້ງ ປະຕິບັດ ແຜນພັດທະນາ 5 ປີຄັ້ງທີ 15”. ເຈົ້າໜ້າທີ່ ຈາກກະຊວງນິເວດ ວິທະຍາ ແລະ ສິ່ງແວດລ້ອມຈີນໄດ້ແຈ້ງໃຫ້ຮູ້ກ່ຽວກັບ ຄວາມກ້າວໜ້າ ຢ່າງຮອບດ້ານ ຂອງການຊຸກຍູ້ ການສ້າງປະເທດຈີນ ໃຫ້ສວຍງາມ.

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ກອງປະຊຸມ ຖະແຫລງຂ່າວ ພາຍໃຕ້ ຫລາຍຫົວຂໍ້ ກ່ຽວກັບ “ການເລີ່ມຕົ້ນຈັດຕັ້ງ ປະຕິບັດ ແຜນພັດທະນາ 5 ປີຄັ້ງທີ 15”. ເຈົ້າໜ້າທີ່ ຈາກກະຊວງນິເວດ ວິທະຍາ ແລະ ສິ່ງແວດລ້ອມຈີນໄດ້ແຈ້ງໃຫ້ຮູ້ກ່ຽວກັບ ຄວາມກ້າວໜ້າ ຢ່າງຮອບດ້ານ ຂອງການຊຸກຍູ້ ການສ້າງປະເທດຈີນ ໃຫ້ສວຍງາມ. ໃນປີເລີ່ມຕົ້ນຈັດຕັ້ງປະຕິບັດ ແຜນພັດທະນາ 5 ປີຄັ້ງທີ 15, ຄຸນນະພາບສິ່ງແວດລ້ອມ ທາງດ້ານນິເວດວິທະຍາຂອງ ສປ ຈີນ ນັບມື້ນັບດີຂຶ້ນ ແລະ ຕົວຊີ້ວັດຕົ້ນຕໍ ໄດ້ຮັບການປັບປຸງໃຫ້ດີຂຶ້ນ ຢ່າງຈະແຈ້ງ. 7 ເດືອນຕົ້ນປີນີ້, ຄວາມຂຸ້ນສະເລ່ຍຂອງ PM 2.5 ໃນທົ່ວປະເທດຈີນ ໄດ້ຫລຸດລົງ 6.2%; ອັດຕາສ່ວນ ມື້ທີ່ມີຄຸນນະພາບອາກາດດີ ໄດ້ເພີ່ມຂຶ້ນ 3.9%.ໂດຍຜ່ານຈາກການຄຸ້ມຄອງ ຢ່າງເປັນລະບົບ, ສປ ຈີນ ພະຍາຍາມ ເຮັດໃຫ້ຄວາມຂຸ້ນຂອງ PM 2.5 ໃນທົ່ວປະເທດຫລຸດລົງຕ່ຳກວ່າ 27 ໄມໂຄຣກຣາມ ຕໍ່ແມັດກ້ອນ ເມື່ອຮອດປີ 2030, ອັດຕາສ່ວນ ທີ່ມີຄຸນນະພາບດີ ຂອງສິ່ງແວດລ້ອມທາງນ້ຳ ແລະ ລະບົບນິເວດ ທາງນ້ຳໄດ້ເພີ່ມຂຶ້ນເປັນ 85%, ຈະສຳເລັດ ການຟື້ນຟູ ສະພາບແວດລ້ອມ ຂອງບ້ານບໍລິຫານ 8 ໝື່ນບ້ານ. ໃນຂະນະດຽວກັນ, ກໍເພີ່ມທະວີ ການຄຸ້ມຄອງ ສິ່ງມົນລະພິດໃໝ່ຕ່າງໆ ແລະ ຊຸກຍູ້ໃຫ້ການພັດທະນາເສດຖະກິດສັງຄົມ ຫັນໄປຕາມທິດສີຂຽວ ຢ່າງຮອບດ້ານ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL