ຍອດມູນຄ່າ ການນຳເຂົ້າ-ສົ່ງອອກ ເຂດນິຄົມ ອຸດສາຫະກຳຊູ່ໂຈ່ວ ບັນລຸຫລາຍກວ່າ 1.000 ຕື້ຢວນ

14/08/2026 15:54
ຂປລ ໃນ 7 ເດືອນ​ຕົ້ນ​ປີ​ນີ້ ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກ ຂອງເຂດ​ນິ ​ຄົມ​ອຸດ​ສາ​ຫະ​ກຳ​ ຊູ່​ໂຈ່ວ ​ເຊິ່ງ​ເປັນ​ເຂດ ​ພັດ​ທະ​ນາ​ການ​ຮ່ວມ​ມື​ ລະ​ຫວ່າງ ສປ ​ຈີນ ​ກັບ​ຕ່າງ​ປະ​ເທດ ​ແຫ່ງ​ທຳ​ອິດ​ ຂອງ ສປ ​ຈີນ ບັນ​ລຸ ຫລາຍກວ່າ 1.000 ຕື້ຢວນ ​ເປັນ​ຄັ້​ງ​ທຳ​ອິດ, ເພີ່ມ​ຂຶ້ນ 126.8% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ ແລະ ມີຫລາຍກວ່າ ​ຍອດ​ມູນ​ຄ່າ​ການ​​ນຳ​ເຂົ້າ-ສົ່ງ​ອອກ ໃນ​ໝົດ​ປີ 2025

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ແຫລ່​ງ​ຂ່າວ​ ຈາກ​ດ່ານ​ພາ​ສີ ເຂດ​ນິ​ຄົມ ​ອຸດ​ສາ​ຫະ​ກຳ​ ຊູ່​ໂຈ່ວ ໃຫ້​ຮູ້​ໃນ​ວັນ​ທີ 13 ສິງ​ຫາ​ນີ້​ວ່າ: ​ໃນ 7 ເດືອນ​ຕົ້ນ​ປີ​ນີ້ ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ-ສົ່ງ​ອອກ ຂອງເຂດ​ນິ ​ຄົມ​ອຸດ​ສາ​ຫະ​ກຳ​ ຊູ່​ໂຈ່ວ ​ເຊິ່ງ​ເປັນ​ເຂດ ​ພັດ​ທະ​ນາ​ການ​ຮ່ວມ​ມື​ ລະ​ຫວ່າງ ສປ ​ຈີນ ​ກັບ​ຕ່າງ​ປະ​ເທດ ​ແຫ່ງ​ທຳ​ອິດ​ ຂອງ ສປ ​ຈີນ ບັນ​ລຸ ຫລາຍກວ່າ 1.000 ຕື້ຢວນ ​ເປັນ​ຄັ້​ງ​ທຳ​ອິດ, ເພີ່ມ​ຂຶ້ນ 126.8% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ ແລະ ມີຫລາຍກວ່າ ​ຍອດ​ມູນ​ຄ່າ​ການ​​ນຳ​ເຂົ້າ-ສົ່ງ​ອອກ ໃນ​ໝົດ​ປີ 2025. ໃນ​ນັ້ນ, ຜະ​ລິດ​ຕະ​ພັນ​ຮາດ​ແວ ​​ປະ​ມວນ​ຜົນ AI ເຊັ່ນ: ໜ່ວຍ​ຄວາ​ມ​ຈຳ, ​ໂມ​ດູນ​ສື່​ສານ​ດ້ວຍ​ແສງ ຫລື optical module ແລະອື່ນໆ ໄດ້​ກວມ​ເອົາ ຫລາຍກວ່າ​ເຄິ່ງ​ໜຶ່ງ, ​ເຮັດ​ໃຫ້ກຳ​ລັງ​ ການ​ຜະ​ລິດ​ໃນ​ຄຸນ​ນະ​ພາບ​ໃໝ່ ໄດ້​ກາຍ​ເປັນ​ສິ່ງ​ຄ້ຳ​ປະ​ກັນ​ສຳ​ຄັນ ​ທີ່​ຊຸກ​ຍູ້​ການ​ເຕີບ​ໂຕ​​ ດ້ານການ​ຄ້າ​ກັບ​ຕ່າງ​ປະ​ເທດ ​ຢ່າງ​ແຂງ​ແຮງ.ເຂດ​ນິ​ຄົມ ​ອຸດ​ສາ​ຫະ​ກຳ​ຊູ່​ໂຈ່ວ ​ແມ່ນ​ໂຄງ​ການ​ຮ່ວມ​ມື​ ທີ່​ສຳ​ຄັນ​ ລະ​ຫວ່າງ ​ລັດ​ຖະ​ບານ​ຈີນ​ ແລະ ສິງ​ກະ​ໂປ ທັງ​ເປັນ​ເວ​ທີ​ສຳ​ຄັນ ​ໃນ​ການ​ເປີດ​ປະ​ຕູ​ ສູ່​ພາຍນອກ​ ລະ​ດັບ​ສູງ​ຂອງ ສປ ​ຈີນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ສປ ຈີນ ພວມກ້າວໄປ ຢ່າງຮອບດ້ານ ໃນການສ້າງປະເທດ ໃຫ້ສວຍງາມຂ່າວຕ່າງປະເທດ

      ສປ ຈີນ ພວມກ້າວໄປ ຢ່າງຮອບດ້ານ ໃນການສ້າງປະເທດ ໃຫ້ສວຍງາມ

      8/14/2026 3:37:38 PM

      ກອງ​ປະ​ຊຸມ​ ຖະ​ແຫລງ​ຂ່າວ​ ພາຍ​ໃຕ້ ຫລາຍ​ຫົວ​ຂໍ້ ກ່ຽວ​ກັບ “​ການເລີ່ມ​ຕົ້ນ​ຈັດ​ຕັ້ງ​ ປະ​ຕິ​ບັດ ​ແຜນ​ພັດ​ທະ​ນາ 5 ປີ​ຄັ້ງ​ທີ 15”. ເຈົ້າ​ໜ້າ​ທີ່​​ ຈາກກະ​ຊວງ​ນິ​ເວດ ​ວິ​ທະ​ຍາ​ ແລະ​ ສິ່ງ​ແວດ​ລ້ອມ​​ຈີນ​ໄດ້​ແຈ້ງ​ໃຫ້​ຮູ້​ກ່ຽວ​ກັບ​​ ຄວາມ​ກ້າວ​ໜ້າ ​ຢ່າງ​ຮອບ​ດ້ານ ​ຂອງການ​ຊຸກ​ຍູ້​ ການ​ສ້າງປະ​ເທດ​ຈີນ ໃຫ້​ສວຍ​ງາມ.

    • ສປ ຈີນ-ໄທ ຮ່ວມກັນມ້າງຄະດີສໍ້ໂກງ ບັດສິນເຊື່ອຂ້າມຊາດຂ່າວຕ່າງປະເທດ

      ສປ ຈີນ-ໄທ ຮ່ວມກັນມ້າງຄະດີສໍ້ໂກງ ບັດສິນເຊື່ອຂ້າມຊາດ

      8/14/2026 3:37:34 PM

      ກະ​ຊວງ​ປ້ອງ​ກັນ​ ຄວາມ​ສະ​ຫງົບ​ຈີນ ແລະ ​ສຳ​ນັກ​ງານ​ຕຳຫລວດ​​ແຫ່ງ​ຊາດ​ໄທ ໄດ້​ປະ​ສານ​ງານ​ກັນ ​ຢ່າງໃກ້​ຊິດ ເພື່ອ ຮ່ວມ​ກັນ​ ປາບ​ປາມ​ຄະ​ດີ ​ສໍ້​ໂກງ​ບັດ​ສິນ​ເຊື່ອ ຫລື ​ບັດ​ເຄ​ຣ​ດິດ ​ຂ້າມ​ຊາດ​ຄັ້ງ​ໃຫຍ່ ​ທີ່​ແນ​ໃສ່​ປະ​ຊາ​​ຊົນ​ຈີນ, ໄດ້​ມ້າງ​​ແຫລ່ງ​ລີ້​ຊ່ອນ​ ຂອງ​ອາ​ຊະ​ຍາ​ກອນ ຫລາຍ​ແຫ່ງ, ສາ​ມາດ​ຈັບ​ຕົວ​ ຜູ້​ຕ້ອງ​ຫາ​ຊາວ​ໄທ 5 ຄົນ ແລະ ຊາວ​ຈີນ 4 ຄົນ ເຊິ່ງ​​ເປັນ​ການ​ປະ​ສົບ​ຜົນ​ສຳ​ເລັດ ​ຢ່າງ​ໃຫຍ່ຫລວງ.

    • ສສ ຫວຽດນາມ-ອິນເດຍ ສູ້ຊົນການຄ້າສອງຝ່າຍໃຫ້ບັນລຸ 25 ຕື້ໂດລາສະຫະລັດໃນປີ 2030ຂ່າວຕ່າງປະເທດ

      ສສ ຫວຽດນາມ-ອິນເດຍ ສູ້ຊົນການຄ້າສອງຝ່າຍໃຫ້ບັນລຸ 25 ຕື້ໂດລາສະຫະລັດໃນປີ 2030

      8/14/2026 3:13:54 PM

      ສສ ຫວຽດ​ນາມ ແລະ ອິນ​ເດຍ ສູ້ຊົນການຄ້າສອງຝ່າຍ ​​ບັນ​ລຸ​ລະ​ດັບ 25 ຕື້ໂດລາສະຫະລັດ ໃນ​ປີ 2030 ໃຫ້ປະ​ກົດ​ຜົນ​ເປັນ​ຈິງ.

    • ສສ ຫວຽດນາມ ເປັນເສົາຄ້ຳຍຸດທະສາດໃນ 5 ພື້ນຖານເສດຖະກິດດີເດັ່ນໃນອາຊຽນຂ່າວຕ່າງປະເທດ

      ສສ ຫວຽດນາມ ເປັນເສົາຄ້ຳຍຸດທະສາດໃນ 5 ພື້ນຖານເສດຖະກິດດີເດັ່ນໃນອາຊຽນ

      8/14/2026 3:13:51 PM

      ດ້ວຍ​ຂອບ​ຂະ​ໜາດ, ພື້ນ​ຖານ​ອຸດ​ສາ​ຫະ​ກຳ, ໂຄງ​ປະ​ກອບ​ປະ​ຊາ​ກອນ ແລະ ຕະຫລາ​ດ ​ບໍ​ລະ​ໂພກ ນັບ​ມື້​ນັ​ບ​ເປີດກວ້າງ, 5 ພື້ນ​ຖານ​ເສ​ດ​ຖະ​ກິດ ລວມ​ມີ: ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ໄທ, ສສ ຫວຽດ​ນາມ ແລະ ຟີ​ລິບ​ປິນ ພວມ​ກຳ​ນົດ​ຄືນ ​ຖາ​ນະ​ບົດ​ບາດ​ຢູ່​ ອາ​ຊີ​ ຕາ​ເວັນ​ອອກ​ ສ່ຽງ​ໃຕ້​ ໃນ​ແຜນ​ທີ່​ທຶນ​ທົ່ວ​ໂລກ​ ກໍ່​ຄືວົງ​ຈອນເຕີບ​ໂຕ​ຕໍ່​ໄປ​ຂອງ ອາ​ຊຽນ.

    • ເຮືອໂດຍສານ ອິນໂດເນເຊຍ ທີ່ເກີດໄຟໄໝ້ ໄດ້ຮັບການຊ່ວຍເຫລືອແລ້ວຂ່າວຕ່າງປະເທດ

      ເຮືອໂດຍສານ ອິນໂດເນເຊຍ ທີ່ເກີດໄຟໄໝ້ ໄດ້ຮັບການຊ່ວຍເຫລືອແລ້ວ

      8/14/2026 3:13:47 PM

      ວຽງ​ງານ​ກູ້​ໄ​ພ ແລະ ຍົກ​ຍ້າຍຜູ້​ໂດຍ​ສານ​ ຈາກ​ເຮືອ​ໂດຍ​ສານ ​ອິນ​ໂດ​ເນ​ເຊຍ ​ທີ່​ເກີດ​ໄຟ​ໄໝ້​ ຢູ່​ເຂດ​ທະ​ເລ​ໃກ້​ກັບ ​ເກາະ​ບາ​ຫລີ ​ເຊິ່ງ​ເປັນ​ສະ​ຖານ​ທີ່ ​ທ່ອງ​ທ່ຽວ ​ທີ່​ມີ​ຊື່​ສຽງ ໄດ້​ສິ້ນ​ສຸດ​ລົງ​ແລ້ວ. ປັດ​ຈຸ​ບັນ ​ຢືນ​ຢັນ​ໄດ້​ວ່າ​ມີ​ພົນ​ລະ​ເມືອງ​ອິນ​ໂດ​ເນ​ເຊຍ ​ເສຍ​ຊີ​ວິດ 1 ຄົນ ແລະ 211 ຄົນ ​ໄດ້​ຮັບ​ການ​ຊ່ວຍ​ເຫລືອແລ້ວ.

ads
ads

Top