ສສ ຫວຽດນາມ ເປັນເສົາຄ້ຳຍຸດທະສາດໃນ 5 ພື້ນຖານເສດຖະກິດດີເດັ່ນໃນອາຊຽນ

14/08/2026 15:13
ຂປລ ດ້ວຍ​ຂອບ​ຂະ​ໜາດ, ພື້ນ​ຖານ​ອຸດ​ສາ​ຫະ​ກຳ, ໂຄງ​ປະ​ກອບ​ປະ​ຊາ​ກອນ ແລະ ຕະຫລາ​ດ ​ບໍ​ລະ​ໂພກ ນັບ​ມື້​ນັ​ບ​ເປີດກວ້າງ, 5 ພື້ນ​ຖານ​ເສ​ດ​ຖະ​ກິດ ລວມ​ມີ: ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ໄທ, ສສ ຫວຽດ​ນາມ ແລະ ຟີ​ລິບ​ປິນ ພວມ​ກຳ​ນົດ​ຄືນ ​ຖາ​ນະ​ບົດ​ບາດ​ຢູ່​ ອາ​ຊີ​ ຕາ​ເວັນ​ອອກ​ ສ່ຽງ​ໃຕ້​ ໃນ​ແຜນ​ທີ່​ທຶນ​ທົ່ວ​ໂລກ​ ກໍ່​ຄືວົງ​ຈອນເຕີບ​ໂຕ​ຕໍ່​ໄປ​ຂອງ ອາ​ຊຽນ.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ດ້ວຍ​ຂອບ​ຂະ​ໜາດ, ພື້ນ​ຖານ​ອຸດ​ສາ​ຫະ​ກຳ, ໂຄງ​ປະ​ກອບ​ປະ​ຊາ​ກອນ ແລະ ຕະຫລາ​ດ ​ບໍ​ລະ​ໂພກ ນັບ​ມື້​ນັ​ບ​ເປີດກວ້າງ, 5 ພື້ນ​ຖານ​ເສ​ດ​ຖະ​ກິດ ລວມ​ມີ: ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ໄທ, ສສ ຫວຽດ​ນາມ ແລະ ຟີ​ລິບ​ປິນ ພວມ​ກຳ​ນົດ​ຄືນ ​ຖາ​ນະ​ບົດ​ບາດ​ຢູ່​ ອາ​ຊີ​ ຕາ​ເວັນ​ອອກ​ ສ່ຽງ​ໃຕ້​ ໃນ​ແຜນ​ທີ່​ທຶນ​ທົ່ວ​ໂລກ​ ກໍ່​ຄືວົງ​ຈອນເຕີບ​ໂຕ​ຕໍ່​ໄປ​ຂອງ ອາ​ຊຽນ. ໃນ​ນັ້ນ, ສສ ຫວຽດ​ນາມ ພົ້ນ​ເດັ່ນ​ຂຶ້ນ ​ຄື​ໜຶ່ງ​ໃນ​ບັນ​ດາ​ກຳ​ລັງ​ໜູນ​ຢ່າງ​ແຮງ​ທີ່​ສຸດ​ ໃນ​ການ​ເຕີບ​ໂຕ ​ເສດ​ຖະ​ກິດ. ນີ້​ໄດ້​ຮັບ​ການ​ຕີ​ລາ​ຄາ​ ຂອງ​ນັກ​ເສດ​ຖະ​ກິດ​ທົ່ວ​ໂລກ Shan Saeed ຂຶ້ນ​ກັບ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​ ອາ​ສັງ​ຫາ​ລິ​ມະ​ສັບ IQI Juwai ຢູ່​ມາ​ເລ​ເຊຍ. ເສດ​ຖະ​ກິດ ຫວຽດ​ນາມ ​ມີ​ການ​ເຕີບ​ໂຕ 8,39% ເມື່ອ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025, ນຳ​ກາ​ນ​ເຕີບ​ໂຕ ​ໃນ​ໄລ​ຍະ 6 ເດືອນ​ຕົ້ນ​ປີ 2026 ຂຶ້ນ​ເຖິງ 8,18%. ໃນ​ຂະ​ນະ​ທີ່​ການ​ເຕີບ​ໂຕ​ຂອງ 4 ພື້ນ​ຖານ ​ເສດ​ຖ​ະ​ກິດ ​ຍັງ​ເຫລືອ​ ຕ່ຳ​ກວ່າ 5,8%. ສານ​ຢ່າງ​ຈະ​ແຈ້ງ​ທີ່​ວ່າ: ຫວຽດ​ນາມ ພວມ​ກ້າວ​ເຂົ້າ​ສູ່ 6 ເດືອນ​ທ້າຍ​ປີ ດ້ວຍ​ອັດ​ຕາ​ ການ​ເຕີບ​ໂຕ​ກະ​ໂດດ​ຂັ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top