ສປ ຈີນ-ໄທ ຮ່ວມກັນມ້າງຄະດີສໍ້ໂກງ ບັດສິນເຊື່ອຂ້າມຊາດ

14/08/2026 15:37
ຂປລ ກະ​ຊວງ​ປ້ອງ​ກັນ​ ຄວາມ​ສະ​ຫງົບ​ຈີນ ແລະ ​ສຳ​ນັກ​ງານ​ຕຳຫລວດ​​ແຫ່ງ​ຊາດ​ໄທ ໄດ້​ປະ​ສານ​ງານ​ກັນ ​ຢ່າງໃກ້​ຊິດ ເພື່ອ ຮ່ວມ​ກັນ​ ປາບ​ປາມ​ຄະ​ດີ ​ສໍ້​ໂກງ​ບັດ​ສິນ​ເຊື່ອ ຫລື ​ບັດ​ເຄ​ຣ​ດິດ ​ຂ້າມ​ຊາດ​ຄັ້ງ​ໃຫຍ່ ​ທີ່​ແນ​ໃສ່​ປະ​ຊາ​​ຊົນ​ຈີນ, ໄດ້​ມ້າງ​​ແຫລ່ງ​ລີ້​ຊ່ອນ​ ຂອງ​ອາ​ຊະ​ຍາ​ກອນ ຫລາຍ​ແຫ່ງ, ສາ​ມາດ​ຈັບ​ຕົວ​ ຜູ້​ຕ້ອງ​ຫາ​ຊາວ​ໄທ 5 ຄົນ ແລະ ຊາວ​ຈີນ 4 ຄົນ ເຊິ່ງ​​ເປັນ​ການ​ປະ​ສົບ​ຜົນ​ສຳ​ເລັດ ​ຢ່າງ​ໃຫຍ່ຫລວງ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ກະ​ຊວງ​ປ້ອງ​ກັນ​ ຄວາມ​ສະ​ຫງົບ​ຈີນ ແລະ ​ສຳ​ນັກ​ງານ​ ຕຳຫລວດ​​ແຫ່ງ​ຊາດ​ໄທ ໄດ້​ປະ​ສານ​ງານ​ກັນ ​ຢ່າງໃກ້​ຊິດ ເພື່ອຮ່ວມ​ກັນ​ ປາບ​ປາມ​ຄະ​ດີ ​ສໍ້​ໂກງ​ບັດ​ສິນ​ເຊື່ອ ຫລື ​ບັດ​ເຄ​ຣ​ດິດ ​ຂ້າມ​ຊາດ​ຄັ້ງ​ໃຫຍ່ ​ທີ່​ແນ​ໃສ່​ປະ​ຊາ​​ຊົນ​ຈີນ, ໄດ້​ມ້າງ​​ແຫລ່ງ​ລີ້​ຊ່ອນ​ ຂອງ​ອາ​ຊະ​ຍາ​ກອນຫລາຍ​ແຫ່ງ, ສາ​ມາດ​ຈັບ​ຕົວ​ຜູ້​ຕ້ອງ​ຫາ​ຊາວ​ໄທ 5 ຄົນ ແລະ ຊາວ​ຈີນ 4 ຄົນ ເຊິ່ງ​​ເປັນ​ການ​ປະ​ສົບ​ຜົນ​ສຳ​ເລັດ ​ຢ່າງ​ໃຫຍ່ຫລວງ. ເຈົ້າ​ໜ້າ​ທີ່ ​ກະ​ຊວງ​ປ້ອງ​ກັນ​ ຄວາມ​ສະ​ຫງົບ​ຈີນ ​ກ່າວ​ວ່າ: ການ​ມ້າງ​ຄະ​ດີ​ຄັ້ງ​ນີ້​ ແມ່ນ​​ເປັນ​ການ​ຮ່ວມ​ກັນ​ ປະ​ຕິ​ບັດ​ງານ​ ຄັ້ງ​ທຳ​ອິດ ​ລະ​ຫວ່າງ ເຈົ້າ​ໜ້າ​ທີ່​ຕຳຫລວດ​ຈີນ ແລະ ໄທ​ ​ໃນ​ຂົງ​ເຂດ​​ ຕ້ານ​ອາ​ຊະ​ຍາ​ກຳ ​ທາງດ້ານ​ເສດ​ຖະ​ກິດ ເຊິ່ງ​ສາ​ມາດ​ສະ​ກັດ​ກັ້ນ ການ​ກະ​ທຳ​ຜິດ​ ທາງ​ດ້ານ​ເສດ​ຖະ​ກິດ ​ຂ້າມ​ຊາດ ​ຢ່າງ​ບັງ​ເກີດ​ຜົນ. ​ໃນ​ອະ​ນາ​ຄົດ, ສອງ​ຝ່າຍ ​ຈະ​ຄົ້ນ​ຄ​ວ້າ ແລະ ສ້າງ​ຕັ້ງ​ກົນ​ໄກ​ ປະ​ສານ​ງານ ​ປາບ​ປາມ​​ ອາ​ຊະ​ຍາ​ກຳ​ ທາງດ້ານ​ເສດ​ຖະ​ກິດ ​ຂ້າມ​ຊາດ​ ຢ່າງ​ເປັນ​ປົກ​ກະ​ຕິ ແລະ ລົງ​ເລິກ​ ການ​ຮ່ວມ​ມື ​ດ້ານ​ການ​ບັງ​ຄັບ ​ໃຊ້​ກົດ​ໝາຍ ຢ່າງ​ຕໍ່​ເນື່ອງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top