ຂປລ
ສສ ຫວຽດນາມ ແລະ ອິນເດຍ ສູ້ຊົນການຄ້າສອງຝ່າຍ ບັນລຸລະດັບ 25 ຕື້ໂດລາສະຫະລັດ ໃນປີ 2030 ໃຫ້ປະກົດຜົນເປັນຈິງ.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ສສ ຫວຽດນາມ ແລະ ອິນເດຍ ສູ້ຊົນການຄ້າສອງຝ່າຍ ບັນລຸລະດັບ 25 ຕື້ໂດລາສະຫະລັດ ໃນປີ 2030 ໃຫ້ປະກົດຜົນເປັນຈິງ. ພາຍຫລັງ ການຄ້າ ຫວຽດນາມ ແລະ ອິນເດຍ ມີຄວາມສາມາດບົ່ມຊ້ອນ ຫລາຍຢ່າງ ເພື່ອເຕີບໂຕ, ເມື່ອສິນຄ້າ ຫລາຍປະເພດຂອງ ສສ ຫວຽດນາມ ມີທ່າໄດ້ປຽບໃນການແກ້ງແຍ້ງ ແຕ່ຍັງບໍ່ທັນໄດ້ຮັບການຂຸດຄົ້ນ ຢ່າງເໝາະສົມ ຢູ່ຕະຫລາດ ທີ່ມີປະຊາກອນກວ່າ 1,46 ຕື້ຄົນ. ນີ້ແມ່ນຂໍ້ສັງເກດ ທີ່ໄດ້ຍົກອອກມາ ຢູ່ວາລະປຶກສາຫາລື ຄັ້ງທີ 10 ຂອງກອງປະຊຸມ ສຳມະນາ ວິຊາການ “ບັນດາແງ່ມູມ ຂອງການພົວພັນຄູ່ຮ່ວມມື ສສຫວຽດນາມ ແລະ ອິນເດຍ” ໂດຍສະຖານທູດ ຫວຽດນາມ ປະຈຳ ອິນເດຍ ປະສານສົມທົບກັບ ສູນຄົ້ນຄ້ວາ ຫວຽດນາມ ແລະ ກອງທຶນອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ ນີວເດລີ(New Delhi) ຂອງ ອິນເດຍ. ກອງປະຊຸມຄັ້ງນີ້, ບັນດານັກຊ່ຽວຊານໄດ້ສະເໜີ, ສສ ຫວຽດນາມ ແລະ ອິນເດຍ ເພີ່ມທະວີ ການໂອ້ລົມ ສົນທະນາ ກ່ຽວກັບ ບັນດາມາດຕະຖານ, ຄົ້ນຄ້ວາກົນໄກຮັບຮອງ ຜົນຂອງການກວດສອບຂອງກັນ; ພ້ອມທັງ ສ້າງລະບົບກ່າວເຕືອນໂດຍໄວ ກ່ຽວກັບບັນດາຂໍ້ກຳນົດໃໝ່ ເພື່ອຊ່ວຍວິສາຫະກິດ ເປັນເຈົ້າການໃນການຮັບມື.ນອກນີ້ ບັນດານັກຮຽນຮູ້, ນັກຄົ້ນຄວ້າ ຖືວ່າ ຖ້າບັນດາຂໍ້ຕິດຂັດກ່ຽວກັບ ມາດຖານດ້ານເຕັກນິກ, ລະບຽບການ ແລະ ແຈກຢາຍຈຳໜ່າຍ ໄດ້ຮັບການແກ້ໄຂ, ເປົ້າໝາຍຍົກວົງເງິນ ການຄ້າສອງຝ່າຍ ໃຫ້ຂະຫຍາຍຕົວຕາມເປົ້າໝາຍກຳນົດໄວ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL