ເຮືອໂດຍສານ ອິນໂດເນເຊຍ ທີ່ເກີດໄຟໄໝ້ ໄດ້ຮັບການຊ່ວຍເຫລືອແລ້ວ

14/08/2026 15:13
ຂປລ ວຽງ​ງານ​ກູ້​ໄ​ພ ແລະ ຍົກ​ຍ້າຍຜູ້​ໂດຍ​ສານ​ ຈາກ​ເຮືອ​ໂດຍ​ສານ ​ອິນ​ໂດ​ເນ​ເຊຍ ​ທີ່​ເກີດ​ໄຟ​ໄໝ້​ ຢູ່​ເຂດ​ທະ​ເລ​ໃກ້​ກັບ ​ເກາະ​ບາ​ຫລີ ​ເຊິ່ງ​ເປັນ​ສະ​ຖານ​ທີ່ ​ທ່ອງ​ທ່ຽວ ​ທີ່​ມີ​ຊື່​ສຽງ ໄດ້​ສິ້ນ​ສຸດ​ລົງ​ແລ້ວ. ປັດ​ຈຸ​ບັນ ​ຢືນ​ຢັນ​ໄດ້​ວ່າ​ມີ​ພົນ​ລະ​ເມືອງ​ອິນ​ໂດ​ເນ​ເຊຍ ​ເສຍ​ຊີ​ວິດ 1 ຄົນ ແລະ 211 ຄົນ ​ໄດ້​ຮັບ​ການ​ຊ່ວຍ​ເຫລືອແລ້ວ.

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ວັນ​ທີ 13 ສິງ​ຫາ​ນີ້, ພາກ​ສ່ວນ​ກູ້​ໄພ​ທ້ອງ​ຖິ່ນ​ ອິນ​ໂດ​ເນ​ເຊຍ ​ໄດ້​ອອກ​ຖະ​ແຫລງ​ການ​ວ່າ: ວຽງ​ງານ​ກູ້​ໄ​ພ ແລະ ຍົກ​ຍ້າຍຜູ້​ໂດຍ​ສານ​ ຈາກ​ເຮືອ​ໂດຍ​ສານ ​ອິນ​ໂດ​ເນ​ເຊຍ ​ທີ່​ເກີດ​ໄຟ​ໄໝ້​ ຢູ່​ເຂດ​ທະ​ເລ​ໃກ້​ກັບ ​ເກາະ​ບາ​ຫລີ ​ເຊິ່ງ​ເປັນ​ສະ​ຖານ​ທີ່ ​ທ່ອງ​ທ່ຽວ ​ທີ່​ມີ​ຊື່​ສຽງ ໄດ້​ສິ້ນ​ສຸດ​ລົງ​ແລ້ວ. ປັດ​ຈຸ​ບັນ ​ຢືນ​ຢັນ​ໄດ້​ວ່າ​ມີ​ພົນ​ລະ​ເມືອງ​ອິນ​ໂດ​ເນ​ເຊຍ ​ເສຍ​ຊີ​ວິດ 1 ຄົນ ແລະ 211 ຄົນ ​ໄດ້​ຮັບ​ການ​ຊ່ວຍ​ເຫລືອແລ້ວ. ບັນ​ທຶກການ​​ລົງ​ທະ​ບ​ຽນ​​ຂຶ້ນ​ເຮືອ ​ສະ​ແດງ​ໃຫ້​ເຫັນ​ວ່າ: ເຮືອ​ໂດຍ​ສານ​ລໍ​າ​ນີ້ ​ບັນ​ຈຸ​ຜູ້​ໂດຍ​ສານ 114 ຄົນ ແລະ ລູກ​ເຮືອ 17 ຄົນ, ແຕ່​ຍ້ອນ​ຂັ້ນ​ຕອນ​ ການ​ລົງ​ທະ​ບ​ຽນ​ ມີ​ຄວາມ​ຜິດ​ພາດ ຈຶ່ງ​ເຮັດ​ໃຫ້​ຈຳ​ນ​ວນ​ຜູ້​ໂດຍ​ສານ​ຕົວ​ຈິງ​ເກີນ ​ຈຳ​ນວນ​ການ​ລົງ​ທະ​ບຽ​ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top