ກຸ່ມຊ້າງອາຊີຢູ່ ສປ ຈີນ ມີທ່າອຽງເພີ່ມຂຶ້ນແບບສວນກະແສ

14/08/2026 15:13
ຂປລ ໃນຂະນະທີ່ ຈໍານວນປະຊາກອນຊ້າງອາຊີ ໃນທົ່ວໂລກ ຫລຸດລົງ ຢ່າງຕໍ່ເນື່ອງ, ກຸ່ມຊ້າງອາຊີຢູ່ ສປ ຈີນ ປາກົດມີທ່າອຽງ ເພີ່ມຂຶ້ນ ແບບສວນກະແສ. ຊ້າງປ່າອາຊີຢູ່ ສປ ຈີນ ດໍາລົງຊີວິດ ແບບກະແຈກກະຈາຍ ຢູ່ທ້ອງຖິ່ນຕ່າງໆເປັນຕົ້ນ ແມ່ນກິ່ງແຂວງສິບສອງພັ່ນນາ,​ ນະຄອນຜູເອີ ແລະ ນະຄອນຫລິນຊາງ ແຂວງຢຸນນານ. ໃນຊຸມປີ 1980, ກຸ່ມຊ້າງອາຊີ ຢູ່ ສປ ຈີນ ເຫລືອພຽງ ປະມານ 150 ໂຕ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ອີງຕາມຕົວເລກ ຂໍ້ມູນຫລ້າສຸດ ທີ່ອົງການປ່າໄມ້ ແລະ ທົ່ງຫຍ້າແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ໃນຂະນະທີ່ ຈໍານວນປະຊາກອນຊ້າງອາຊີ ໃນທົ່ວໂລກ ຫລຸດລົງ ຢ່າງຕໍ່ເນື່ອງ, ກຸ່ມຊ້າງອາຊີຢູ່ ສປ ຈີນ ປາກົດມີທ່າອຽງເພີ່ມຂຶ້ນ ແບບສວນກະແສ. ຊ້າງປ່າອາຊີຢູ່ ສປ ຈີນ ດໍາລົງຊີວິດ ແບບກະແຈກກະຈາຍ ຢູ່ທ້ອງຖິ່ນຕ່າງໆເປັນຕົ້ນ ແມ່ນກິ່ງແຂວງສິບສອງພັ່ນນາ,​ ນະຄອນຜູເອີ ແລະ ນະຄອນຫລິນຊາງ ແຂວງຢຸນນານ. ໃນຊຸມປີ 1980, ກຸ່ມຊ້າງອາຊີຢູ່ ສປ ຈີນ ເຫລືອພຽງ ປະມານ 150 ໂຕ. ຜ່ານການອະນຸລັກ ມາເປັນເວລາຫລາຍປີ ໄດ້ເພີ່ມຂຶ້ນປະມານ 400 ໂຕ. ເກືອບວ່າທຸກໆກຸ່ມຊ້າງລ້ວນແຕ່ມີຊ້າງນ້ອຍເກີດໃໝ່ໃນທຸກປີ, ຖືວ່າກຸ່ມຊ້າງອາຊີຢູ່ຈີນໄດ້ເຂົ້າສູ່ໄລຍະແຜ່ພັນຢ່າງວ່ອງໄວ. ປັດຈຸບັນ, ສປ ຈີນ ໄດ້ສ້າງໃຫ້ມີເຂດສະຫງວນ ທໍາມະຊາດຊ້າງອາຊີ 11 ແຫ່ງ ໂດຍໄດ້ຈັດສັນທີ່ຢູ່ອາໄສ ຂອງຊ້າງປະມານ 240.000 ເຮັກຕາ, ຖານແຫລ່ງຫົວອາຫານ ຂອງຊ້າງປະມານ 2,467 ເຮັກຕາ ແລະ ໂຮງອາຫານຂອງຊ້າງປະມານ 800 ເຮັກຕາ ທີ່ປູກພືດຕ່າງໆສໍາລັບຊ້າງ ເຊັ່ນ: ຫຍ້າ, ໄມ້ໄຜ່ ແລະ ຕົ້ນກ້ວຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top