ສສ ຫວຽດນາມ-ນູແວນເຊລັງ ເພີ່ມການຮ່ວມມື ດ້ານເສດຖະກິດ-ການຄ້າ

13/08/2026 18:27
ຂປລ ທ່ານ ໂຕ ເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດ ນາມ ໄດ້ພົບປະໂອ້ລົມກັບ ທ່ານ ຄຣິສໂຕເຟີ ລັກຊອນ(Christopher Luxon), ນາຍົກ ລັດຖະມົນຕີ ນູແວນເຊລັງ. ໂດຍທັງສອງຝ່າຍ ໄດ້ເຫັນດີ ເປັນເອກະພາບກັນ ສືບຕໍ່ປັບປຸງ ຄວາມໄວ້ເນື້ອເຊື່ອໃຈ ທາງການເມືອງ, ພັດທະນາ ການພົວພັນ ສອງປະເທດ ຢ່າງຮອບດ້ານ.

ຂປລ.ວິທະຍຸ ກະຈ່າຍສຽງ ຫວຽດນາມ, ໃນຂອບເຂດ ການຢ້ຽມຢາມ ທາງລັດຖະກິດ ນູແວນເຊລັງ ໃນວັນທີ 13 ສິງຫານີ້ ທີ່ນະຄອນໂອກແລນ(Auckland) ຂອງນູແວນເຊລັງ, ທ່ານ ໂຕ ເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ພົບປະໂອ້ລົມກັບ ທ່ານ ຄຣິສໂຕເຟີ ລັກຊອນ(Christopher Luxon), ນາຍົກ ລັດຖະມົນຕີ ນູແວນເຊລັງ.ໂດຍທັງສອງຝ່າຍ ໄດ້ເຫັນດີ ເປັນເອກະພາບກັນ ສືບຕໍ່ປັບປຸງ ຄວາມໄວ້ເນື້ອເຊື່ອໃຈ ທາງການເມືອງ, ພັດທະນາການພົວພັນ ສອງປະເທດ ຢ່າງຮອບດ້ານ. ທ່ານ ເລຂາທິ ການໃຫຍ່, ປະທານປະເທດ ຫວຽດນາມ ສະເໜີສອງຝ່າຍ ຕ້ອງເພີ່ມທະວີ ການຜັນຂະຫຍາຍ ໂຄງການກະທຳ ຜັນຂະຫຍາຍ ການພົວພັນ ຄູ່ຮ່ວມມື ຍຸດທະສາດ ຫວຽດນາມ - ນູແວນເຊລັງ ໄລຍະ 2025 – 2030 ຢ່າງມີປະສິດທິຜົນ. ທັງສອງຝ່າຍ ເປັນເອກະພາບກັນ ນຳການຮ່ວມມື ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເຂົ້າສູ່ສະພາບທີ່ແທດຈິງ, ມີປະສິດທິຜົນ, ຄົ້ນຄວ້າການສ້າງຕັ້ງກົນໄກ ຕິດຕໍ່ ປະສານກ່ຽວກັບ ບັນດາບັນຫາ ອາດຊະຍາກຳ ຂ້າມຊາດ ແບບໂດຍກົງ ຫລື ສາຍດ່ວນ.ນອກນີ້ ສອງຝ່າຍ ຢັ້ງຢືນຈະສືບຕໍ່ ແບ່ງປັນບົດຮຽນ ໃນການສ້າງລັດຖະບານ ດິຈິຕອນ, ລະບົບຊີວະພາບ ຮັບໃຊ້ການພັດທະນາ ວິທະຍາສາດ-ເຕັກໂນໂລຊີ ແລະ ເປັນເອກະພາບກັນນຳ ການສຶກສາ, ການທ່ອງທ່ຽວ, ການເຊື່ອມຕໍ່ ແລະ ການພົວພັນແລກປ່ຽນ ປະຊາຊົນ ກາຍເປັນກຳລັງໜູນ ພັດທະນາ ທີ່ສຳຄັນ ຂອງການພົວພັນ ສອງປະເທດ. ພ້ອມທັງ ຢັ້ງຢືນຈະສືບຕໍ່ ທະວີການຮ່ວມມື ໃນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍ ຕ່າງມີຄວາມສົນໃຈ ໃນບັນດາເວທີປາໄສ ຫລາຍຝ່າຍຕື່ມອີກ, ພິ ເສດ ແມ່ນສະຫະ ປະຊາຊາດ. ສອງຝ່າຍກໍ່ຢັ້ງຢືນ ຄືນລະດັບຄວາມສຳຄັນ ຂອງການເຄົາລົບກົດໝາຍສາກົນ ຢູ່ພາກພື້ນ ແລະ ແກ້ໄຂຄວາມຄັດແຍ່ງກັນ ຢູ່ທະເລຕາເວັນອອກໂດຍສັນຕິວິທີ, ສອດຄ່ອງ ກັບ ກົດໝາຍສາກົນ, ພິເສດແມ່ນ ສົນທິສັນຍາ ສະຫະປະຊາຊາດ ກ່ຽວກັບ ກົດໝາຍວ່າ ດ້ວຍທະເລ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top