ຂປລ
ອົງການແຮງງານ ລະຫວ່າງ ປະເທດ (ໄອແອລໂອ) ລາຍງານວ່າ: ອັດຕາ ການຫວ່າງງານ ຂອງ ຊາວໜຸ່ມທົ່ວໂລກ ໄດ້ເພີ່ມຂຶ້ນໃນປີ 2025 ເນື່ອງຈາກ ເສດຖະກິດໂລກ ໄດ້ຊຸດໂຊມລົງ, ຄວາມເຄັ່ງຕຶງ ທາງດ້ານພູມສາດ ການເມືອງ ແລະ ການສ້າງວຽກເຮັດງານທຳ ທີ່ຊ້າລົງ
ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກ ນະຄອນເຈນີວາ ປະເທດສະວິດ ເມື່ອບໍ່ດົນມານີ້ ອົງການແຮງງານ ລະຫວ່າງ ປະເທດ (ໄອແອລໂອ) ລາຍງານວ່າ: ອັດຕາ ການຫວ່າງງານ ຂອງ ຊາວໜຸ່ມທົ່ວໂລກ ໄດ້ເພີ່ມຂຶ້ນໃນປີ 2025 ເນື່ອງຈາກ ເສດຖະກິດໂລກ ໄດ້ຊຸດໂຊມລົງ, ຄວາມເຄັ່ງຕຶງ ທາງດ້ານພູມສາດ ການເມືອງ ແລະ ການສ້າງວຽກເຮັດງານທຳ ທີ່ຊ້າລົງ ເຮັດໃຫ້ຄົນໜຸ່ມສາວ ຕ້ອງຊອກຫາ ວຽກເຮັດ ໄດ້ຍາກຂຶ້ນ, ພ້ອມດຽວກັນນັ້ນ ປັນຍາປະດິດ (AI) ກໍ່ຍັງເພີ່ມແຮງ ກົດດັນ ໃສ່ຕະຫລາດແຮງງານອີກ.
ໂດຍອັດຕາ ການຫວ່າງງານ ທົ່ວໂລກ ໃນກຸ່ມຊາວໜຸ່ມ ທີ່ມີ ອາຍຸ 15-24 ປີ ໄດ້ເພີ່ມຂຶ້ນ ເປັນ 12,4% ເມື່ອປີກາຍນີ້ ຫລື ກວມເອົາ 67 ລ້ານຄົນ ທົ່ວໂລກ ຈາກ 12,3% ໃນປີ 2023. ໄອແອວໂອ ລະບຸຕື່ມວ່າ: ອັດຕາສ່ວນ ຂອງ ຊາວໜຸ່ມ ທີ່ບໍ່ໄດ້ເຮັດວຽກ, ບໍ່ໄດ້ຮຽນໜັງສື ຫລື ບໍ່ໄດ້ຮັບ ການຝຶກອົບຮົມ (NEET) ກໍ່ເພີ່ມຂຶ້ນ 20% ຊຶ່ງກວມເອົາ ຈຳນວນ ຫລາຍກວ່າ 257 ລ້ານຄົນ. ໃນຂະນະທີ່ ອັດຕາ ການຫວ່າງງານ ຂອງ ຊາວໜຸ່ມ ແມ່ນເພີ່ມຂຶ້ນສູງສຸດ ໃນກຸ່ມປະເທດ ອາຣັບ ກວມເອົາ 26,2% ຖັດມາແມ່ນ ອາຟຣິກາເໜືອ 22,6%./
KPL