ສສກ ເຜີຍແຜ່ເຊື່ອມຊຶມທິດທາງປັບປຸງຫລັກສູດ 6+3+3

11/08/2026 09:15
Email Print 1721
ຂປລ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມເຜີຍ ແຜ່, ເຊື່ອມຊຶມທິດທາງການປັບປຸງ ຫລັກສູດ 6+3+3 ແລະ ການສ້າງ ມະຫາວິທະຍາໄລສ້າງຄູແຫ່ງ ຊາດ ໃນວັນທີ 6 ສິງຫາ 2026 ໂດຍການເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ທ່ານ ປະທານກໍາມາທິການວັດທະນະ ທໍາ, ສັງຄົມ ແລະ ຊົນເຜົ່າສະພາ ແຫ່ງຊາດ, ຮອງປະທານຄະນະກຳ ມະການປົກຄອງນະຄອນຫລວງ ແລະ ແຂວງທົ່ວປະເທດ, ຕາງໜ້າ ມະຫາວິທະຍາໄລແຫ່ງຊາດ, ຜູ້ອຳ ນວຍການມະຫາວິທະຍາໄລ, ຜູ້ອຳ ນວຍການສະຖານການສຶກສາຄູແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຂປລ. ຈຸດປະສົງຂອງກອງປະຊຸມໃນ ຄັ້ງນີ້ ແມ່ນເພື່ອຮັບຟັງການເຜີຍແຜ່, ເຊື່ອມຊຶມທິດທາງການປັບປຸງຫລັກ ສູດ 6+3+3 ແລະ ການສ້າງມະຫາ ວິທະຍາໄລສ້າງຄູ ເພື່ອສ້າງຄວາມ ເຂົ້າໃຈເປັນເອກະພາບທົ່ວລະບົບ ການສຶກສານັບແຕ່ສູນກາງລົງຮອດ ທ້ອງຖິ່ນ ເພື່ອເປັນພື້ນຖານໃນການ ນຳເອົາເນື້ອໃນຈິດໃຈທິດຊີ້ນຳຂອງ ຂັ້ນເທິງ ກໍຄື ບັນດານິຕິກຳທີ່ພັກ, ລັດຖະບານ ແລະ ສະພາແຫ່ງຊາດ ໄດ້ຮັບຮອງຕໍ່ກັບວຽກງານດັ່ງ ກ່າວ. ກອງປະຊຸມຄັ້ງນີ້, ໄດ້ຮັບຟັງ ລາຍງານທິດທາງການປັບປຸງລະ ບົບການສຶກສາສາຍສາມັນ ຈາກ 5+4+3 ເປັນ 6+3+3, ລາຍງານ ການກະກຽມສ້າງຕັ້ງມະຫາວິທະ ຍາໄລສ້າງຄູແຫ່ງຊາດ ແລະ ສະ ພາບການກະກຽມຮັບນັກສຶກສາ ເຂົ້າຮຽນໃນມະຫາວິທະຍາໄລ ສ້າງຄູແຫ່ງຊາດ ປະຈໍາສົກຮຽນ 2026-2027, ທິດທາງການຫັນ ວິທະຍາໄລຄູເປັນໂຮງຮຽນສາມັນ ວິຊາຊີບ. ແນໃສ່ຮັບປະກັນໃຫ້ແກ່ ການປັບປຸງຫລັກສູດ, ປັບປຸງພື້ນ ຖານໂຄງລ່າງ, ການຝຶກອົບຮົມ ແລະ ສ້າງຄູ. ນອກຈາກນັ້ນ, ກອງ ປະຊຸມຍັງໄດ້ມີການປະກອບຄວາມ ຄິດເຫັນ ແລະ ແລກປ່ຽນບົດຮຽນ ເພື່ອຊອກຫາທິດທາງ, ຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດທີ່ ສອດຄ່ອງ ແລະ ເໝາະສົມ ເພື່ອ ສ້າງຄວາມເຂົ້າໃຈເປັນເອກະພາບ ແລະ ຈັດຕັ້ງຜັນຂະຫຍາຍໃຫ້ເປັນ ຮູບປະທຳຕົວຈິງ. ພ້ອມນັ້ນ, ກອງປະຊຸມຍັງໄດ້ເອົາໃຈໃສ່ລົງເລິກ ທົບທວນຄືນກົນໄກ, ລະບອບການ ປະສານງານລະຫວ່າງກະຊວງສຶກ ສາທິການ ແລະ ກິລາ ແລະ ບັນດາ ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ແລະ ແຂວງ ເພື່ອໃຫ້ມີຄວາມກົມກຽວ, ໂລ່ງ ລ່ຽນທັງໄດ້ມີການແບ່ງຄວາມ ຮັບຜິດຊອບຢ່າງລະອຽດຈະແຈ້ງ ໃນການບໍລິຫານ-ຄຸ້ມຄອງ ກໍຄື ການ ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະຂັ້ນ. ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ໂອ້ລົມໃຫ້ທິດຊີ້ນຳຕໍ່ ກອງປະຊຸມໂດຍໃຫ້ນຳເອົາເນື້ອໃນ ຈິດໃຈຂອງກອງປະຊຸມໃນຄັ້ງນີ້ໄປ ເຜີຍແຜ່, ເຊື່ອມຊຶມຢູ່ທ້ອງຖິ່ນຕົນ ຢ່າງກວ້າງຂວາງ ແລະ ຫັນເຂົ້າສູ່ ລວງເລິກ, ພ້ອມທັງຮຽກຮ້ອງໃຫ້ ຂະແໜງການສຶກສາທຸກຂັ້ນເອົາໃຈ ໃສ່ດັ່ງນີ້: ສຸມໃສ່ປັບປຸງຫລັກສູດ ໃຫ້ໄດ້ມາດຕະຖານຂອງຊາດ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນຢ່າງແທ້ຈິງ, ຄຽງຄູ່ ກັບການປັບປຸງແກ້ໄຂຂໍ້ບົກຜ່ອງ, ຂໍ້ຈຳກັດຂອງຫລັກສູດຕາມບົດວິ ພາກໃຫ້ມີການຫັນປ່ຽນຢ່າງຈະ ແຈ້ງຊັດເຈນ, ມີການລາຍງານ, ຊີ້ນຳເປັນປະຈຳ ແລະ ໃຫ້ມີຄວາມ ຄືບໜ້າທັນຕາມກຳນົດເວລາ; ສຸມ ໃສ່ທົບທວນຄືນທີ່ຕັ້ງຂອງສະຖານ ການສຶກສາໃຫ້ສອດຄ່ອງກັບສະ ພາບຄວາມເປັນຈິງ ແລະ ເລັ່ງໃສ່ ແກ້ໄຂບັນຫາໂຮງຮຽນທີ່ບໍ່ໄດ້ມາດ ຕະຖານຊັ້ນປະຖົມ ແລະ ກ້າວໄປ ສູ່ໂຮງຮຽນມັດທະຍົມໃຫ້ສຳເລັດ ໂດຍໄວ; ການສ້າງມະຫາວິທະຍາ ໄລຄູແຫ່ງຊາດ ແມ່ນຄວາມຈຳເປັນ ຮີບດ່ວນໃນການຍົກສູງບົດບາດ, ດ້ານຄວາມຮູ້ຄວາມສາມາດຂອງ ຄູໃຫ້ທຽບທັນກັບຄວາມຮຽກຮ້ອງ ຕ້ອງການຂອງສະພາບເງື່ອນໄຂ ການສຶກສາພາກພື້ນ ແລະ ສາກົນ ໃນໄລຍະໃໝ່, ບົນພື້ນຖານເອົາໃຈ ໃສ່ສ້າງແຜນຝຶກອົບຮົມໃຫ້ແກ່ຄູ ຢ່າງເປັນລະບົບ ເພື່ອສ້າງຖັນແຖວ ຄູໃຫ້ມີຄຸນນະພາບຕອບສະໜອງ ໜ້າທີ່ການເມືອງໃຫ້ມີການຫັນປ່ຽນ ທີ່ເຂັ້ມແຂງຍິ່ງຂຶ້ນ. ຂ່າວ: ສສກ

KPL

ຂ່າວອື່ນໆ

    • ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີວັດທະນະທຳ-ສັງຄົມ

      ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີ

      9/11/2026 10:02:44 AM

      ໃນວັນທີ 8 ກັນຍາ 2026, ສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-9/9/2026) ໂດຍການປາຖະກະຖາຂອງ ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ມີ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາແຫ່ງຊາດ, ຮອງປະທານສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ, ສະຫາຍ ເພັດສົມພອນ ແສນສີ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໄຊທານີ, ມີຄະນະກົມ, ຄະນະພະແນກ, ພະນັກງານ, ນາຍ ແລະ ພົນຕຳຫຼວດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີວັດທະນະທຳ-ສັງຄົມ

      ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ

      9/11/2026 9:52:25 AM

      ພິທີສະເຫຼີມສະຫຼອງ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ “ການຮູ້ໜັງສືເພື່ອປະຊາຊົນ, ມວນມະນຸດໃນໂລກ ແລະ ຄວາມຈະເລີນຮຸ່ງເຮືອງ” ຈັດຂຶ້ນໃນວັນທີ 8 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈຳການ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາອະດີດການນຳກະຊວງ, ການນຳພັກ-ລັດ, ຄະນະກຳມະການເພື່ອການຮຽນຮູ້ຕະຫຼອດຊີວິດແຫ່ງຊາດ, ການສຶກສາພາກເອກະຊົນ, ຕາງໜ້າຈາກກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ຄູ-ອາຈານ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງວັດທະນະທຳ-ສັງຄົມ

      ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງ

      9/11/2026 9:42:21 AM

      ແຫຼ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນວັນທີ 8 ກັນຍາ 2026, ທ່ານ ບຸນລັດ ລໍບານເຢັນ ເລຂາພັກເມືອງອາດສະພອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງພື້ນທີ່ຕິດຕາມ ແລະ ກວດເບິ່ງສະພາບນໍ້າຖ້ວມຢູ່ຕາມເສັ້ນທາງສາຍບ້ານທາດດອກແກ້ວ ຫາ ບ້ານຜັກຂະຫຍ່າ ບໍລິເວນຂົວຫ້ວຍພຸງ ແລະ ເສັ້ນທາງຈາກບ້ານທາດດອກແກ້ວ ຫາ ບ້ານດົງນາງາມ. ການລົງຕິດຕາມຄັ້ງນີ້, ກໍເພື່ອກວດກາ ແລະ ຕິດຕາມສະພາບນໍ້າຖ້ວມຢ່າງໃກ້ຊິດ ພ້ອມທັງປະເມີນສະພາບຄວາມເສຍຫາຍຂອງເສັ້ນທາງ, ຂົວ ແລະ ພື້ນຖານໂຄງລ່າງອື່ນໆ ທີ່ອາດໄດ້ຮັບຜົນກະທົບຈາກນໍ້າຖ້ວມ.

    • ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດວັດທະນະທຳ-ສັງຄົມ

      ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ

      9/11/2026 9:32:30 AM

      ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ 2026-2035 ແລະ ວິໄສທັດຮອດປີ 2040 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ເພັດສະໝອນ ສອນ ຮອງລັດຖະມົນຕີກະຊວງການເງິນ, ຜູ້ຊີ້ນຳວຽກງານສູນສະຖິຕິແຫ່ງຊາດ, ມີຮອງຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການພາຍໃນສູນສະຖິຕິແຫ່ງຊາດ ເຂົ້າຮ່ວມ.

    • ເປີດຮັບສະໝັກແຂ່ງຂັນສຽງເພງລາວທົ່ວປະເທດວັດທະນະທຳ-ສັງຄົມ

      ເປີດຮັບສະໝັກແຂ່ງຂັນສຽງເພງລາວທົ່ວປະເທດ

      9/8/2026 12:08:07 PM

      ໂທລະພາບແຫ່ງຊາດລາວ ຮ່ວມກັບ ບໍລິສັດ MSG ມິເດຍ ກຽມຈັດການແຂ່ງຂັນສຽງເພງລາວທົ່ວປະເທດ “ລາຍການດາວດວງໃໝ່ 2026” ,

ads
ads

Top