ຂປລ
ກຸ່ມປະເທດ ຜູ້ສົ່ງອອກ ນ້ຳມັນ ຫລື ໂອເປກ (OPEC) ໄດ້ເປີດເຜີຍບົດລາຍງານ ປະຈຳເດືອນສິງຫາ ໂດຍໄດ້ປັບຫລຸດ ຄາດຄະເນ ການເຕີບໂຕ ຂອງ ຄວາມຕ້ອງການ ໃຊ້ນ້ຳມັນ ທົ່ວໂລກ ໃນປີ 2026 ອີກຄັ້ງ, ໂດຍຄາດວ່າ ຄວາມຕ້ອງການ ໃຊ້ນ້ຳມັນ ຈະຂະຫຍາຍຕົວເພີ່ມຂຶ້ນ 600.000 ຖັງຕໍ່ວັນ ເຊິ່ງຈະສົ່ງຜົນໃຫ້ ຄວາມຕ້ອງການລວມ ທົ່ວໂລກ ຢູ່ທີ່ 105,74 ລ້ານຖັງຕໍ່ວັນ.
ຂປລ. ສຳນັກຂ່າວ ອິນໂຟເຄວສ, ເມື່ອບໍ່ດົນມານີ້, ກຸ່ມປະເທດ ຜູ້ສົ່ງອອກ ນ້ຳມັນ ຫລື ໂອເປກ (OPEC) ໄດ້ເປີດເຜີຍບົດລາຍງານ ປະຈຳເດືອນສິງຫາ ໂດຍໄດ້ປັບຫລຸດ ຄາດຄະເນ ການເຕີບໂຕ ຂອງ ຄວາມຕ້ອງການ ໃຊ້ນ້ຳມັນ ທົ່ວໂລກ ໃນປີ 2026 ອີກຄັ້ງ, ໂດຍຄາດວ່າ ຄວາມຕ້ອງການ ໃຊ້ນ້ຳມັນ ຈະຂະຫຍາຍຕົວເພີ່ມຂຶ້ນ 600.000 ຖັງຕໍ່ວັນ ເຊິ່ງຈະສົ່ງຜົນໃຫ້ ຄວາມຕ້ອງການລວມ ທົ່ວໂລກ ຢູ່ທີ່ 105,74 ລ້ານຖັງຕໍ່ວັນ.
ໂດຍສະເພາະ ເມື່ອເດືອນກໍລະກົດ ຜ່ານມາ, ໂອເປກ ເຄີຍປະເມີນວ່າ ຄວາມຕ້ອງການ ໃຊ້ນ້ຳມັນໂລກ ຈະເຕີບໂຕຂຶ້ນ 800.000 ຖັງຕໍ່ວັນ ໄປສູ່ລະດັບ 105,94 ລ້ານຖັງຕໍ່ວັນ. ໂດຍຄາດວ່າ ກຸ່ມປະເທດ ສະມາຊິກ ອົງການ ເພື່ອຄວາມຮ່ວມມື ທາງເສດຖະກິດ ແລະ ພັດທະນາ (OECD) ຈະມີຄວາມຕ້ອງການ ໃຊ້ນ້ຳມັນເພີ່ມຂຶ້ນ ປະມານ 40.000 ຖັງຕໍ່ວັນ ສ່ວນກຸ່ມປະເທດນອກ OECD ຄາດວ່າ ຄວາມຕ້ອງການ ໃຊ້ນ້ຳມັນ ຈະເພີ່ມຂຶ້ນ ປະມານ 600.000 ຖັງຕໍ່ວັນ.
ແຕ່ໃນທາງກົງກັນຂ້າມ, ໂອເປກ ໄດ້ປັບເພີ່ມຄາດການ ຄວາມຕ້ອງການ ໃຊ້ນ້ຳມັນ ໃນປີ 2027 ຈະເພີ່ມຂຶ້ນເມື່ອທຽບໃສ່ເດືອນຜ່ານມາ ໂດຍປະເມີນວ່າ ຄວາມຕ້ອງການໃຊ້ ນ້ຳມັນ ທົ່ວໂລກ ຈະເຕີບໂຕເພີ່ມຂຶ້ນ ປະມານ 2,2 ລ້ານຖັງຕໍ່ວັນ ເມື່ອທຽບປີຕໍ່ປີ ເນື່ອງຈາກວ່າ ການຂະຫຍາຍຕົວ ຂອງ ກຸ່ມ OECD ປະມານ 300.000 ຖັງຕໍ່ວັນ ແລະ ກຸ່ມປະເທດນອກ OECD ອີກ ປະມານ 1,8 ລ້ານຖັງຕໍ່ວັນ.
ຂະນະດຽວກັນ, ໂອເປກ ຍັງຄົງ ຄາດການເຕີບໂຕ ຂອງ ກຳລັງການຜະລິດ ນ້ຳມັນນອກກຸ່ມ OPEC+ ສຳລັບປີ 2026 ໄວ້ລະດັບເດີມຄື: 600.000 ຖັງຕໍ່ວັນ ໂດຍມີປັດໄຈ ໜູນຫລັກ ຈາກ ບຣາຊິນ, ສ.ອາເມລິກາ, ການາດາ ແລະ ອາກຊັງຕິນ. ສ່ວນໃນປີ 2027 ການເຕີບໂຕ ຂອງ ກຳລັງ ການຜະລິດ ນອກກຸ່ມ OPEC+ ຄາດວ່າ ຈະຢຸດຈຶ້ງ ຢູ່ທີ່ 600.000 ຖັງຕໍ່ວັນເຊັ່ນກັນ, ໂດຍມີ ກາຕາ, ການາດາ, ບຣາຊິນ ແລະ ອາດຊັງຕິນ ເປັນຜູ້ຂັບເຄື່ອນຫລັກ./
KPL