ສປຈີນ ສັ່ງປິດແຫລ່ງທ່ອງທ່ຽວຫລາຍກວ່າ 100 ແຫ່ງ ຈາກຝົນຕົກໜັກ

13/08/2026 19:25
ຂປລ ນະຄອນຫລວງປັກກິ່ງ ຂອງຈີນ ໄດ້ສັ່ງປິດສະຖານທີ່ ທ່ອງທ່ຽວ, ຢຸດຕິການໃຫ້ ບໍລິການ ລົດໂດຍສານ ປະຈຳທາງ, ສັ່ງຢຸດງານກໍ່ສ້າງ ແລະ ອົບພະຍົບປະຊາຊົນ ອອກຈາກພື້ນທີ່ ມີຄວາມສ່ຽງສູງ ເນື່ອງຈາກ ອິດທິພົນ ຂອງ ພະຍຸໄຕຝຸ່ນ "ດອລຟິນ" (Dolphin)

ຂປລ.ສຳນັກຂ່າວຊິນຮວາຂອງ ສປຈີນ, ວັນທີ 12 ສິງຫາ, ນະຄອນຫລວງປັກກິ່ງ ຂອງຈີນ ໄດ້ສັ່ງປິດສະຖານທີ່ ທ່ອງທ່ຽວ, ຢຸດຕິການໃຫ້ ບໍລິການ ລົດໂດຍສານ ປະຈຳທາງ, ສັ່ງຢຸດງານກໍ່ສ້າງ ແລະ ອົບພະຍົບປະຊາຊົນ ອອກຈາກພື້ນທີ່ ມີຄວາມສ່ຽງສູງ ເນື່ອງຈາກ ອິດທິພົນ ຂອງ ພະຍຸໄຕຝຸ່ນ "ດອລຟິນ" (Dolphin) ເຮັດໃຫ້ ນະຄອນຫລວງປັກກິ່ງ ປະສົບກັບຝົນຕົກ ຢ່າງຕໍ່ເນື່ອງ.

ໃນຂະນະດຽວກັນນັ້ນ, ຍັງສັ່ງປິດສະຖານທີ່ ທ່ອງທ່ຽວ 151 ແຫ່ງ ແລະ ສະຖານທີ່ ຈັດກິດຈະກຳ ແຄມປິ້ງ  157 ແຫ່ງ, ພ້ອມສັ່ງຢຸດຕິ ການໃຫ້ບໍລິການ ໂຮມສະເຕສ ໃນພື້ນທີ່ ຊົນນະບົດ ຫລາຍກວ່າ 4.100 ແຫ່ງ. ນອກຈາກນີ້ ຍັງມີລົດໂດຍສານປະຈຳທາງ ຈຳນວນ 250 ເສັ້ນທາງ ກໍຖືກສັ່ງຢຸດແລ່ນ, ສ່ວນລົດໄຟໃຕ້ດິນ 10 ສາຍ ໄດ້ຮັບຄຳສັ່ງ ໃຫ້ຫລຸດຄວາມໄວ ໃນການແລ່ນ, ລວມເຖິງ ການຢຸດຕິ ໃຫ້ບໍລິການ ກຳປັ່ນນຳທ່ຽວທັງໝົດ. ປັດຈຸບັນ, ນະຄອນຫລວງປັກກິ່ງ ພວມຜະເຊິນກັບ ປະລິມານນ້ຳຝົນ ສະເລ່ຍ 23,5 ມິນລີແມັດ ນັບແຕ່ ວັນທີ 11 ສິງຫາ ຈົນເຖິງ ວັນທີ 12 ສິງຫາ. ໂດຍພື້ນທີ່ ທີ່ມີຝົນຕົກໜັກ ທີ່ສຸດກໍແມ່ນ ເຂດມີ່ຢຸນ ເຊິ່ງວັດແທກ ປະລິມານ ນໍ້າຝົນໄດ້ສູງເຖິງ 199.6 ມິນລີແມັດ./

KPL

ຂ່າວອື່ນໆ

ads
ads

Top