ອາຣັບບີ ຊາອຸດິດ ເລັ່ງສົ່ງອອກນ້ຳມັນ ຜ່ານທໍ່ສົ່ງເມດີເຕເຣນຽນ

13/08/2026 19:25
ຂປລ ອາຣັບບີ ຊາອຸດິດ ໄດ້ເລັ່ງສົ່ງອອກ ນ້ຳມັນ ເພີ່ມຂຶ້ນ ຜ່ານທໍ່ສົ່ງ ນ້ຳມັນ ປະເທດ ເອຢິບ ໄປຍັງ ທະເລເມດີເຕເຣນຽນ ເນື່ອງຈາກ ອາຣັບບີ ຊາອຸດິດ ພວມຊອກຫາ ເສັ້ນທາງອື່ນ ທົດແທນ ທະເລແດງ ຫລັງຈາກ ກຸ່ມຮູຕີ ໃນເຢເມນ ໄດ້ຮັບການໜູນຫລັງ ຈາກ ອີຣານ ປະກາດປິດລ້ອມ ທາງທະເລຕໍ່ ອາຣັບບີີ ຊາອຸດິດ.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເຄບເລີ (Kpler) ເຊິ່ງເປັນ ບໍລິສັດ ຕິດຕາມ ການເດີນເຮືອ ລະບຸວ່າ, ອາຣັບບີ ຊາອຸດິດ  ໄດ້ເລັ່ງສົ່ງອອກ ນ້ຳມັນ ເພີ່ມຂຶ້ນ ຜ່ານທໍ່ສົ່ງ ນ້ຳມັນ ປະເທດ ເອຢິບ ໄປຍັງ ທະເລເມດີເຕເຣນຽນ ເນື່ອງຈາກ ອາຣັບບີ ຊາອຸດິດ ພວມຊອກຫາ ເສັ້ນທາງອື່ນ ທົດແທນ ທະເລແດງ ຫລັງຈາກ ກຸ່ມຮູຕີ ໃນເຢເມນ ໄດ້ຮັບການໜູນຫລັງ ຈາກ ອີຣານ ປະກາດປິດລ້ອມ ທາງທະເລຕໍ່ ອາຣັບບີີ ຊາອຸດິດ.

ການສົ່ງອອກນ້ຳມັນ ຈາກທ່າກຳປັ່ນ ຊິດີ ເຄຣີຣ໌ (Sidi Kerir) ຂອງ ເອຢິບ ເຊິ່ງຕັ້ງຢູ່ ໃນບໍລິເວນ ທະເລເມດີເຕເຣນຽນ ໄດ້ປັບຕົວ ເພີ່ມຂຶ້ນກວ່າເທົ່າຕົວ ໄປສູ່ລະດັບ ປະມານ 2,3 ລ້ານຖັງຕໍ່ວັນ ໃນເດືອນສິງຫາ ເມື່ອທຽບກັບປະມານ 1 ລ້ານຖັງ ຕໍ່ວັນໃນເດືອນກໍລະກົດ ໂດຍນ້ຳມັນທີ່ສົ່ງອອກ ສ່ວນໃຫຍ່ ແມ່ນນ້ຳມັນດິບຂອງອາຣັບບີ ຊາອຸດິດ.

ທ່າກຳປັ່ນຊິດີ ເຄຣີຣ໌ ເຊື່ອມຕໍ່ກັບ ທ່າກຳປັ່ນ ອິນຊອກນາ (Ain Sokhna) ໃນທະເລແດງ ຜ່ານທໍ່ສົ່ງນ້ຳມັນທີ່ຊື່ວ່າ ຊູເມດ (Sumed).

ອາຣັບບີ ຊາອຸດິດ ໄດ້ຜະເຊີນກັບ ແຮງກົດດັນ ຢ່າງໜັກໜ່ວງ ເນື່ອງຈາກ ອີຣານ ແລະ ບັນດາ ພັນທະມິດ ຊຶ່ງໄດ້ບີບເສັ້ນທາງ ການຂົນສົ່ງນ້ຳມັນ ທີ່ສຳຄັນ ໃນເຂດຕາເວັນອອກກາງ ເຮັດໃຫ້ ອາຣັບບີ ຊາອຸດິດ ຕ້ອງປ່ຽນເສັ້ນທາງ ການຂົນສົ່ງນ້ຳມັນ ຫລາຍລ້ານຖັງຕໍ່ວັນ ຜ່ານທໍ່ສົ່ງນ້ຳມັນ ຈາກເຂດຕາເວັນອອກ ຂອງປະເທດ ໄປສູ່ ທ່າກຳປັ່ນ ຢານບູ (Yanbu) ໃນທະເລແດງ ຫລັງຈາກ ອີຣານ ໄດ້ປິດກັ້ນ ການສັນຈອນ ຜ່ານຊ່ອງແຄບ ທະເລຮໍມຸດ ໃນປີນີ້./

KPL

ຂ່າວອື່ນໆ

ads
ads

Top