ເສັ້ນເຝີດອນຂະເໝົາ ຈາກພູມປັນຍາທ້ອງຖິ່ນ ສູ່ທຸລະກິດສະຫະກອນຮ້ອຍລ້ານ

13/08/2026 10:16
ຂປລ ຂປລ. ເສັ້ນເຝີ ເປັນອາຫານປະເພເສັ້ນທີ່ໄດ້ຮັບຄວາມນິຍົມຈາກປະຊາຊົນ ແລະ ສາມາດນຳໄປປຸງແຕ່ງເປັນຫລາຍລາຍການອາຫານ. ດ້ວຍເຫດນີ້ ອາຊີບຜະລິດເສັ້ນເຝີ ຈຶ່ງມີການຂະຫຍາຍຕົວໃນຫລາຍທ້ອງຖິ່ນ ເຊິ່ງ​ແຕ່ລະ​ແຫ່ງຈະ​ມີ​ເອກະລັກ​ສະ​ເພ​າະທີ່​ບໍ່​ຄື​​ໃຜ ​ເໝືອນດັ່ງ ​ເສັ້ນ​ເຝີ ຈາກ ​​ກຸ່ມຜະລິດເສັ້ນເຝີພັດທະນາຊຸມຊົນ ບ້ານ ດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ

ຂປລ. ເສັ້ນເຝີ ເປັນອາຫານປະເພເສັ້ນທີ່ໄດ້ຮັບຄວາມນິຍົມຈາກປະຊາຊົນ ແລະ ສາມາດນຳໄປປຸງແຕ່ງເປັນຫລາຍລາຍການອາຫານ. ດ້ວຍເຫດນີ້ ອາຊີບຜະລິດເສັ້ນເຝີ ຈຶ່ງມີການຂະຫຍາຍຕົວໃນຫລາຍທ້ອງຖິ່ນ ເຊິ່ງ​ແຕ່ລະ​ແຫ່ງຈະ​ມີ​ເອກະລັກ​ສະ​ເພ​າະທີ່​ບໍ່​ຄື​​ໃຜ ​ເໝືອນດັ່ງ ​ເສັ້ນ​ເຝີ ຈາກ ​​ກຸ່ມຜະລິດເສັ້ນເຝີພັດທະນາຊຸມຊົນ ບ້ານ ດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ ກໍ​ເປັນ​ອີກ​ກຸ່ມໜຶ່ງ​ທີ່ໄດ້ນຳເອົາພູມປັນຍາຈາກຄົນຮຸ່ນກ່ອນມາພັດທະນາເປັນ ຈົນ​ເຮັດ​ໃຫ້​ກຸ່ມ​ສາມາດ ​ສ້າງ​ລາຍ​ຮັບ ໄດ້ເຖິງ 43.000 ລ້ານກີບ ​ໃນ​ໄລຍະ​ເວລາ 6 ​ເດືອນຜ່ານມາ.

         ທ່ານ ໄພທອງ ແສງປະທຸມ ປະທານສະຫະກອນ ຜະລິດເສັ້ນເຝີ ພັດທະນາຊຸມຊົນ    ດອນຂະເໝົາ ​ໃຫ້​ຮູ້ວ່າ:  ເສັ້ນເຝີດອນຂະເໝົາ ມີຈຸດເລີ່ມຕົ້ນຈາກພູມປັນຍາຊາວບ້ານທີ່ສືບທອດກັນມາແຕ່ລຸ້ນປູ່ຍ່າຕາຍາຍ ຊຶ່ງໃນອະດີດແມ່ນເຮັດແບບຄອບຄົວກະແຈກກະຈາຍ ຕໍ່ມາໃນປີ 2013 ໄດ້ໂຮມໂຕກັນສ້າງຕັ້ງເປັນກຸ່ມຜະລິດ ໂດຍມີ 17 ຄອບຄົວ,  ດ້ວຍລົດຊາດ ແລະ ຄຸນນະພາບທີ່ເປັນເອກະລັກ, ໃນປີ 2015 ຈຶ່ງໄດ້ຮັບນາມມະຍົດເປັນສິນຄ້າ ໂອດັອບ (ODOP) ແຫ່ງຊາດ. ຈາກຄວາມເຂັ້ມແຂງ ແລະ ການຂະຫຍາຍຕົວຢ່າງໄວວາ, ໃນປີ 2025 ໄດ້ຍົກລະດັບສ້າງຕັ້ງເປັນ "ສະຫະກອນຜະລິດເສັ້ນເຝີພັດທະນາຊຸມຊົນ ດອນຂະເໝົາ" ຢ່າງເປັນທາງການ ​ຊຶ່ງປັດຈຸບັນມີສະມາຊິກເພີ່ມຂຶ້ນເຖິງ 48 ຄອບຄົວ, ມີກຳລັງແຮງງານທັງໝົດ 144 ຄົນ ຍິງ 48 ຄົນ ແລະ ມີໂຮງງານຜະລິດເສັ້ນເຝີ ກວມເອົາ 4 ບ້ານ ຄື: ບ້ານຂະເໝົາໂພນຈໍາປາ, ຂະເໝົາພູແມວ, ຂະເໝົາປາກເຊ ແລະ ບ້ານລົບປາກດີກາງ ລວມທັງໝົດ 22 ແຫ່ງ. ໃນໄລຍະ 6 ເດືອນຕົ້ນປີ 2026 ຜ່ານມາ, ສະຫະກອນສາມາດຜະລິດເສັ້ນເຝີໄດ້ສະເລ່ຍ 288 ໂຕນຕໍ່ເດືອນ ລວມ 6 ເດືອນ ສາມາດຜະລິດໄດ້ທັງໝົດ 1.728 ໂຕນ ສ້າງລາຍຮັບໄດ້ເຖິງ 43.000 ລ້ານກີບ, ປະຕິບັດໄດ້ 90% ຂອງແຜນການປີ ແລະ ເພີ່ມຂຶ້ນ 9% ຖ້າທຽບໃສ່ໄລຍະດຽວກັນຂອງປີກ່ອນ.

        ທ່ານ ໄພທອງ  ​ເວົ້າ​ເສີມ​ວ່າ: ນອກຈາກຕົວເລກທາງເສດຖະກິດທີ່ໂດດເດັ່ນແລ້ວ, ເສັ້ນເຝີດອນຂະເໝົາຍັງໄດ້ເຂົ້າຮ່ວມງານວາງສະແດງທັງລະດັບເມືອງ ແລະ ແຂວງ ລວມ 7 ຄັ້ງ, ທີ່ສໍາຄັນແມ່ນສາມາດຍາດໄດ້ອັນດັບທີ 1 ໃນງານວັດພູຈໍາປາສັກ ຈາກ 9 ຕົວເມືອງ ແລະ 1 ນະຄອນ ທົ່ວແຂວງຈຳປາສັກ. ພ້ອມກັນນັ້ນ, ສະຫະກອນຍັງໄດ້ແບ່ງປັນຜົນກຳໄລຄືນສູ່ສັງຄົມ ໂດຍໄດ້ປະກອບສ່ວນຊ່ວຍເຫລືອວຽກງານສ່ວນລວມພາຍໃນຕາແສງ ແລະ ເມືອງ ເປັນມູນຄ່າຫລາຍກວ່າ 180 ລ້ານກີບ. ຄວາມສໍາເລັດອັນຍິ່ງໃຫຍ່ນີ້ ແມ່ນເກີດຈາກການຊີ້ນຳ-ນຳພາຂອງພັກ-ລັດ, ຜ່ານມາໄດ້ຮັບການສະໜັບສະໜູນອຸປະກອນການຜະລິດຈາກໂຄງການພັດທະນາເຂື່ອນໄຟຟ້າດອນສະໂຮງ ເຊັ່ນ: ຈັກຊອຍເສັ້ນເຝີ 5 ເຄື່ອງ, ຜ້າຢາງເຮືອນຕາກ 10 ມັດ ແລະ ເຄື່ອງອັດສູນຍາກາດ 1 ເຄື່ອງ ມູນຄ່າ 250 ລ້ານກີບ. ຄຽງຄູ່ກັບຜົນງານຕ່າງໆທີ່ກ່າວມານັ້ນສະຫະກອນກໍຍັງເຫັນເຖິງຂໍ້ຫຍຸ້ງຍາກ ເປັນຕົ້ນ: ແມ່ນການຂາດເຂີນເຂົ້າທີ່ເປັນວັດຖຸດິບ ເຂົ້າທີ່ຊາວບ້ານຜະລິດເອງໃຊ້ໄດ້ພຽງ 3 ເດືອນ ຈຳເປັນຕ້ອງຊື້ເພີ່ມຈາກບ້ານໃກ້ຄຽງ ແລະ ສະພາບເສດຖະກິດສິນຄ້າລາຄາແພງ ເຮັດໃຫ້ສະມາຊິກບາງຄອບຄົວຕ້ອງຢຸດຕິການຜະລິດຊົ່ວຄາວ. ແຕ່ເຖິງຢ່າງໃດກໍຕາມ, ສະຫະກອນ ຜະລິດເສັ້ນເຝີພັດທະນນຊຸມຊົນ ດອນຂະເໝົາ ຍັງຄົງມຸ່ງໝັ້ນທີ່ຈະປັບປຸງ ແລະ ເດີນໜ້າສູ້ຕໍ່ເພື່ອຮັກສາຄຸນນະພາບເສັ້ນເຝີດອນຂະເໝົາ ໃຫ້ເປັນສິນຄ້າພູມປັນຍາທີ່ສ້າງລາຍໄດ້ ແລະ ຊື່ສຽງໃຫ້ເມືອງໂຂງຢ່າງຍືນຍົງ.

 ໂດຍ: ພຸດທະສິນ ວົງວິໄລທອງ ສະຖານີວິທະຍຸ-ໂທລະພາບເມືອງໂຂງ

KPL

ຂ່າວອື່ນໆ

ads
ads

Top