ສື່ລາວກ້າວສູ່ຍຸກດີຈິຕອນ ແລະ AI ເພື່ອເຮັດໃຫ້ຂໍ້ມູນຂ່າວສານເຂົ້າເຖິງປະຊາຊົນຫລາຍຂຶ້ນ

13/08/2026 10:27
Email Print 102
ຂປລ ຂປລ. ປັດຈຸບັນ​ການພັດທະນາຂອງເຕັກໂນໂລຊີ ໄດ້ນຳພາວຽກງານສື່ມວນຊົນກ້າວເຂົ້າສູ່ຍຸກດີຈິຕອນຢ່າງໄວວາ. ຈາກສື່ມວນຊົນແບບເດີມ ເຊັ່ນ: ໜັງສື​ພິມ, ວິທະຍຸ,​ ໂທລະພາບ ມີ​ບົດບາດ​ຫລຸດ​ລົງ ​ຜູ້​ບໍລິ​ໂພ​ກຂ່າວສານໄດ້ຫັນ​ມາໃຊ້​ສື່​ອອນ​ລາຍຫລາຍ​ຂຶ້ນ ​ເຮັດ​ໃຫ້ສື່ອອນລາຍມີການຂະຫຍາຍຕົວຢ່າງວ່ອງໄວ ກາຍ​ເປັນ​ສື່​ຫລັກ ທີ່​ສັງຄົມ​ໃຫ້​ຄວາມ​ສົນ​ໃຈ.

ຂປລ. ປັດຈຸບັນ​ການພັດທະນາຂອງເຕັກໂນໂລຊີ ໄດ້ນຳພາວຽກງານສື່ມວນຊົນກ້າວເຂົ້າສູ່ຍຸກດີຈິຕອນຢ່າງໄວວາ. ຈາກສື່ມວນຊົນແບບເດີມ ເຊັ່ນ: ໜັງສື​ພິມ, ວິທະຍຸ,​ ໂທລະພາບ ມີ​ບົດບາດ​ຫລຸດ​ລົງ ​ຜູ້​ບໍລິ​ໂພ​ກຂ່າວສານໄດ້ຫັນ​ມາໃຊ້​ສື່​ອອນ​ລາຍຫລາຍ​ຂຶ້ນ  ​ເຮັດ​ໃຫ້ສື່ອອນລາຍມີການຂະຫຍາຍຕົວຢ່າງວ່ອງໄວ ກາຍ​ເປັນ​ສື່​ຫລັກ ທີ່​ສັງຄົມ​ໃຫ້​ຄວາມ​ສົນ​ໃຈ. ການປ່ຽນແປງດັ່ງກ່າວຮຽກຮ້ອງໃຫ້ສື່ມວນຊົນລາວຕ້ອງປັບຕົວໃຫ້ທັນກັບຍຸກສະໄໝ ດ້ວຍການສຶກສາ ແລະ ນຳໃຊ້ເຕັກໂນໂລຊີໃໝ່ ລວມເຖິງປັນຍາປະດິດ  ( AI) ເຂົ້າມາຊ່ວຍໃນການຜະລິດ ແລະ ເຜີຍແຜ່ຂໍ້ມູນຂ່າວສານໃຫ້ວ່ອງໄວ, ທັນການ ແລະ ເຂົ້າເຖິງຜູ້ຮັບຂໍ້ມູນຂ່າວສານໄດ້ກວ້າງຂວາງຂຶ້ນ.

 ທ່ານ ວິສິດ ຄໍາລືຊາ ຫົວໜ້າສູນຂ່າວສານສາທາລະນະສຸກ ​ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ເນື່ອງໃນໂອກາດ ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ໝູນວຽນມາຄົບຮອບ 76 ປີ ວ່າ: ວຽກງານສື່ມວນຊົນໃນປັດຈຸບັນ ຈຳເປັນຕ້ອງຫັນປ່ຽນຈາກຮູບແບບເດີມໄປສູ່ຮູບແບບໃໝ່ ໂດຍຮູ້ນຳໃຊ້ເຕັກໂນໂລຊີ , ເຕັກນິກທີ່ທັນສະ
ໄໝ ແລະ
AI ເຂົ້າໃນວຽກງານ, ຄຽງຄູ່ກັບການປັບຕົວເຂົ້າສູ່ສັງຄົມອອນລາຍ. ສຳລັບສູນຂ່າວສານສາທາລະນະສຸກ ກໍໄດ້ມີການພັດທະນາຢ່າງຕໍ່ເນື່ອງ. ຈາກເມ່ືອກ່ອນທີ່ມີພຽງແຕ່ກ້ອງວິດີໂອໜ່ວຍໜຶ່ງ ແລະ ເຄ່ືອງອັດສຽງລະບົບກາແຊັດອັນໜຶ່ງ ແລ້ວກໍຄ່ອຍໆປັບປຸງຂຶ້ນມາເລື້ອຍໆຈົນມາຮອດປັດຈຸບັນໄດ້ມີການພັດທະນາເປັນລະບົບດີຈິຕອນ ມີກ້ອງຖ່າຍທຳວິດີໂອ, ເຄື່ອງຕັດຕໍ່, ຫ້ອງອັດສຽງ, ເຄື່ອງອັດສຽງທີ່ໄດ້ມາດຕະຖານສາມາດຜະລິດສື່ ບໍ່ວ່າຈະເປັນສື່ວິດີໂອ, ສື່ທາງດ້ານວິທະຍຸ ຫລື ສື່ສິ່ງພິມ ສີ່​ງນີ້​ມັນສະ​ແດງ​ເຖິງ​ການ​ພັດທະນາ​ຂອງ​ວຽກງານ​ສື່​ຂອງ​ກະຊວງ​ສາທາ​ລະນະ​ສຸກ ທີ່​ນັບ​ມື້​ຂະຫຍາຍຕົວ ​ຊຶ່ງຈຸດ​ນີ້​ມັນ​ໄດ້​ສ້າງ​ປະ​ໂຫຍ​ດ​​ໃຫ້​ແກ່​ປະຊາ​ຊົນ​ ທີ່​ຈະ​ໄດ້​ຮັບ​ຂ່າວສານ​ການ​​​ແພດ​ຫລາຍ​ຂຶ້ນ​ເຊັ່ນ​ກັນບໍ່ວ່າຈະຢູ່ໃນຕົວເມືອງ ແລະເຂດຊົນນະບົດຫ່າງໄກ.

ທ່ານ ວິສິດ ເວົ້າ​ຕື່ມ​ວ່າ: ໃນນາມຕົວແທນຂອງສື່ ກະຊວງສາທາລະນະສຸກ ຂໍອວຍພອນໃຫ້ອົງການຈັດຕັ້ງທາງພັກ-ລັດ ແລະ ສື່ມວນຊົນ ຈົ່ງມີສຸກຂະພາບເຂັ້ມແຂງ, ປາສະຈາກໂລກໄພໄຂ້ເຈັບ ແລະ ປະສົບຜົນສໍາເລັດໃນວຽກງານສື່ມວນຊົນ ແລະ ນໍາພາໃຫ້ວຽກງານສື່​ໃຫ້​ມີ​ການ​ພັດທະນາ​ຂຶ້ນໄປເລື້ອຍໆ.

ໂດຍ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top