ໂອເປັກ ຫລຸດການຄາດຄະເນ ການເຕີບໂຕດ້ານນ້ຳມັນທົ່ວໂລກໃນປີ 2026

13/08/2026 16:38
ຂປລ ອົງການ ບັນດາປະເທດ ສົ່ງອອກນ້ຳມັນ (OPEC) ສືບຕໍ່ຫລຸດຜ່ອນ ການຄາດຄະເນ ການເຕີບໂຕ ຄວາມຕ້ອງການ ນ້ຳມັນໂລກປີ 2026 ລົງ ເຫລືອພຽງ 580.000 ຖັງ/ວັນ.

ຂປລ.ວິທະຍຸ ກະຈ່າຍສຽງຫວຽດນາມ, ວັນທີ 12 ສິງຫາ, ອົງການ ບັນດາປະເທດ ສົ່ງອອກນ້ຳມັນ (OPEC) ສືບຕໍ່ຫລຸດຜ່ອນ ການຄາດຄະເນ ການເຕີບໂຕ ຄວາມຕ້ອງການນ້ຳມັນໂລກປີ 2026 ລົງ ເຫລືອພຽງ 580.000 ຖັງ/ວັນ. ນີ້ແມ່ນເທື່ອທີ 4 ຢ່າງລຽນຕິດ ທີ່ອົງການນີ້ ດັດປັບແງ່ຫວັງ ຄວາມຕ້ອງການນ້ຳມັນໃນປີນີ້. ໃນ​ເດືອນ ກໍ​ລະ​ກົດ, ອົງ​ການ​ນີ້​ໄດ້​ຄາດ​ຄະ​ເນ​ວ່າ ຄວາມ​ຕ້ອງ​ການ​ນ້ຳ​ມັນ​ທົ່ວ​ໂລກ​ ຈະ​ເພີ່ມ​ຂຶ້ນ 800.000 ຖັງ/ວັນ ໃນ​ປີ 2026. ຕາມ​ບົດ​ລາຍ​ງານ​ຕະ​ຫຼາດ​ນ້ຳ​ມັ​ນ​ປະ​ຈຳ​ເດືອນ​ເຊິ່ງ OPEC ຫາກໍ່ປະ​ກາດ, ລະ​ດັບ​ຄາດ​ຄະ​ເນ​ໃໝ່​ຕ່ຳ​ກວ່າ ​ບັນ​ດາ​ການ​ຄາດ​ຄະ​ເນ​ ກ່ອນນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ​ແງ່​ຫວັງ​ການ​ບໍ​ລິ​ໂພກ​ນ້ຳ​ມັນ​ທົ່​ວ​ໂລ​ກ ​ສືບ​ຕໍ່​ຫລຸດ​ລົງ​ ໃນ​ສະ​ພາບ​ການ​ຜັນ​ແປ ​ດ້ານ​ເສດ​ຖະ​ກິດ ແລະ ພູມ​​ສາດ​ການ​ເມືອງ​ໂລກ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, OPEC ຍັງ​ຕີ​ລາ​ຄາ​ວ່າ ຜົນ​ກະ​ທົບ​ ຂອງ​ການ​ປ​ະ​ທະ​ກັນ​ ລະ​ຫວ່າງ ອີ​ຣານ ​ກັບ ສ.ອາ​ເມ​ລິ​ກາ ແລະ ​ອິດ​ສະ​ຣາ​ແອັນ ທີ່​ມີ​ຕໍ່ຄວາມ​ຕ້ອງ​ການ​ນ້ຳ​ມັນ ​ແມ່ນ​ຕ່ຳ​ກວ່າ ​ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ​ຂອງ​ອົງ​ການ​ອື່ນ​ຈຳ​ນວ​ນ​ໜຶ່ງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top