ການວິເຄາະ-ວິຈານຂ່າວໃຫ້ມີຄຸນນະພາບແມ່ນພາລະກິດທີ່ຈຳເປັນໃນການພັດທະນາສື່ມວນຊົນສະໄໝໃໝ່

07/08/2026 06:17
Email Print 100
ຂປລ ການຍົກລະດັບການວິ ເຄາະ-ວິຈານຂ່າວໃຫ້ມີຄຸນນະພາບ ແມ່ນພາລະກິດທີ່ຈຳເປັນໃນສະພາບການພັດທະນາຂອງສື່ມວນ ຊົນສະໄໝໃໝ່. ການວິເຄາະທີ່ມີ ຄຸນນະພາບຕ້ອງອາໄສຄວາມຮູ້, ຂໍ້ມູນ, ວິທີຄິດແບບວິທະຍາສາດ, ການນຳໃຊ້ເຕັກໂນໂລຊີ ແລະ ຈັນຍາບັນວິຊາຊີບ. ທ່ານ ວັນນະສິນ ສິມມະວົງ ຜູ້ ອໍານວຍການໃຫຍ່ສໍານັກຂ່າວສານ ປະເທດລາວ ໄດ້ປະກອບຄໍາເຫັນ

ໃນ ໂອກາດດໍາເນີນກອງປະຊຸມວຽກ ງານສື່ມວນຊົນທົ່ວປະເທດ ຄັ້ງທີ I ວ່າ: ຖ້າສື່ມວນຊົນສາມາດພັດ ທະນາວຽກງານດ້ານນີ້ໄດ້ຢ່າງຕໍ່ ເນື່ອງການວິເຄາະ-ວິຈານຂ່າວ ຈະ ບໍ່ພຽງແຕ່ເປັນຜະລິດຕະພັນຂ່າວ ຊະນິດໜຶ່ງ ແຕ່ຈະກາຍເປັນ “ພະລັງ ປັນຍາ” ທີ່ຊ່ວຍຊີ້ນຳສັງຄົມ, ສ້າງ ຄວາມເຂົ້າໃຈຮ່ວມ ແລະ ສົ່ງເສີມການພັດທະນາປະເທດຊາດໃນຍຸກ ດີຈິຕອນຢ່າງຍືນຍົງ. ພ້ອມກັນນັ້ນ, ການວິເຄາະ-ວິຈານຂ່າວ ຕ້ອງ ສະທ້ອນເອກະລັກ ແລະ ຄຸນຄ່າ ວັດທະນະທຳລາວ ໂດຍໃຫ້ຄວາມ ສຳຄັນກັບຄວາມສາມັກຄີ, ຈາລິ ຍະທຳ, ການເຄົາລົບຜູ້ອື່ນ ແລະ ການຫາທາງອອກດ້ວຍສັນຕິວິທີ. ດັ່ງນັ້ນ ການວິຈານຂ່າວຄວນຢູ່ ເທິງພື້ນຖານຂອງການສ້າງສັນ, ນຳສະເໜີທາງອອກ ແລະ ສົ່ງເສີມ ຄວາມສາມັກຄີປອງດອງຫລາຍ ກວ່າການສ້າງຄວາມຂັດແຍ່ງ ຫລການປຸກລະດົມອາລົມສັງຄົມ. ໃນຍຸກທີ່ຂໍ້ມູນຂ່າວສານໄຫລ ວຽນຢ່າງໄວວາ ແລະ ບໍ່ມີຂອບ ເຂດ, ການວິເຄາະ-ວິຈານຂ່າວ ໄດ້ກາຍເປັນພາລະກິດສຳຄັນຂອງ ສື່ມວນຊົນ ແລະ ຜູ້ເຮັດວຽກດ້ານ ຂ່າວສານ. ຖ້າການລາຍງານຂ່າວ ເປັນການບອກເລົ່າວ່າ “ເກີດຫຍັງ ຂຶ້ນ”, ການວິເຄາະ-ວິຈານຂ່າວ ກໍຄື ການຕອບຄຳຖາມວ່າ “ເປັນ ຫຍັງຈຶ່ງເກີດຂຶ້ນ, ມີຜົນກະທົບ ແນວໃດ ແລະ ຈະພັດທະນາໄປໃນ ທິດທາງໃດ”. ດັ່ງນັ້ນ, ການຍົກ ລະດັບຄຸນນະພາບການວິເຄາະ-ວິ ຈານຂ່າວ ບໍ່ແມ່ນພຽງການປັບປຸງ ຮູບແບບການນຳສະເໜີເທົ່ານັ້ນ ແຕ່ ເປັນການຍົກສູງຄຸນນະພາບທາງ ດ້ານແນວຄິດ, ຄວາມຮູ້, ຈັນຍາບັນ ແລະ ຄວາມສາມາດທາງວິຊາຊີບ ຂອງນັກຂ່າວ. ເພາະການວິເຄາະ ວິຈານຂ່າວແມ່ນຂະບວນການກັ່ນ ຕອງ, ປະເມີນ ແລະ ຕີລາຄາຂໍ້ມູນ ຂ່າວສານຢ່າງມີເຫດມີຜົນເພື່ອ ຊ່ວຍໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈ ບັນຫາທີ່ເກີດຂຶ້ນໄດ້ຢ່າງຖືກຕ້ອງ ແລະ ເລິກເຊິ່ງ. ເພື່ອໃຫ້ວຽກງານວິເຄາະ-ວິ ຈານຂ່າວພັດທະນາໄປໃນທິດທາງ ທີ່ມີຄຸນນະພາບ ແລະ ທັນສະໄໝ ຈຳເປັນຕ້ອງມີການຊີ້ນຳຢ່າງໃກ້ ຊິດຈາກພັກ-ລັດ, ການລົງທຶນພັດ ທະນາບຸກຄະລາກອນ, ການສະ ໜອງງົບປະມານ ແລະ ອຸປະກອນ ທາງເຕັກໂນໂລຊີທີ່ຈຳເປັນຄວບຄູ່ ກັບການສ້າງກົນໄກປະສານງານ ລະຫວ່າງອົງການສື່ມວນຊົນ, ພາກ ລັດ ແລະ ສະຖາບັນວິຊາການ ເພື່ອ ສາມາດຮ່ວມກັນຜະລິດບົດວິເຄາະວິຈານຂ່າວທີ່ມີມາດຕະຖານ, ມີ ຄວາມໜ້າເຊື່ອຖື. ດັ່ງນັ້ນ, ການຍົກລະດັບການ ວິເຄາະ-ວິຈານຂ່າວ ຈຶ່ງບໍ່ແມ່ນພາ ລະກິດຂອງອົງການສື່ມວນຊົນ ໃດໜຶ່ງເທົ່ານັ້ນ ແຕ່ເປັນຄວາມ ຮັບຜິດຊອບຮ່ວມຂອງທຸກພາກ ສ່ວນ ເພື່ອສ້າງລະບົບນິເວດຂ່າວ ສານທີ່ມີຄຸນນະພາບ, ໂປ່ງໃສ, ໜ້າ ເຊື່ອຖື ແລະ ຮັບໃຊ້ການພັດທະນາ ປະເທດຊາດໃນໄລຍະຍາວ. ພາບ: ອ່າຍຄໍາ

KPL

ຂ່າວອື່ນໆ

ads
ads

Top