ຂປລ
ຂປລ. ກົມສົ່ງເສີມຕະຫລາດການທ່ອງທ່ຽວ ຮ່ວມກັບສູນວັດທະນະທໍາຈີນ ປະຈຳ ສປປ ລາວ ໄດ້ຈັດຄະນະຜູ້ແທນດ້ານວັດທະນະທໍາ ແລະ ການທ່ອງທ່ຽວລາວ ພ້ອມດ້ວຍພາກທຸລະກິດທ່ອງທ່ຽວຂອງ ສປປ ລາວ

ຂປລ. ກົມສົ່ງເສີມຕະຫລາດການທ່ອງທ່ຽວ ຮ່ວມກັບສູນວັດທະນະທໍາຈີນ ປະຈຳ ສປປ ລາວ ໄດ້ຈັດຄະນະຜູ້ແທນດ້ານວັດທະນະທໍາ ແລະ ການທ່ອງທ່ຽວລາວ ພ້ອມດ້ວຍພາກທຸລະກິດທ່ອງທ່ຽວຂອງ ສປປ ລາວ ມີ: ບໍລິສັດ ລາວ ນິດຊິນ ທ່ອງທ່ຽວ, ບໍລິສັດ ສະບາຍ ທາເວວ ຈຳກັດຜູ້ດຽວ, ບໍລິສັດ ເຈຍທາຍ ທ່ອງທ່ຽວ ຈຳກັດ, ບໍລິສັດ ວົງສະຫວັນ ທ່ອງທ່ຽວ ຈຳກັດ ແລະ ບໍລິສັດ ທ່ອງທ່ຽວເອບີ ຈຳກັດ ນໍາໂດຍ ທ່ານ ຫລົວ ເວີ້ຍຈ້ຽນ ຫົວໜ້າສູນວັດທະນະທຳຈີນ ປະຈຳ ລາວ, ທ່ານ ນາງ ມະນີສາຄອນ ທຳມະວົງໄຊ ຫົວໜ້າກົມສົ່ງເສີມຕະຫລາດການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ເດີນທາງໄປແຂວງຊານຕົ່ງ ສປ ຈີນ ເພື່ອສໍາຫລວດ ແລະ ແລກປ່ຽນດ້ານວັດທະນະທໍາ-ການທ່ອງທ່ຽວ ລະຫວ່າງວັນທີ 3-9 ສິງຫາ 2026.

ການສໍາຫລວດເສັ້ນທາງຄັ້ງນີ້, ບໍ່ພຽງແຕ່ເປັນການຄົ້ນຫາທ່າແຮງຂອງເສັ້ນທາງທ່ອງທ່ຽວໃໝ່ ແຕ່ຍັງເປັນອີກໜຶ່ງຂົວເຊື່ອມຕໍ່ມິດຕະພາບ ແລະ ການຮ່ວມມືດ້ານວັດທະນະທໍາ-ການທ່ອງທ່ຽວລະຫວ່າງ ລາວ-ຈີນ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ ໂດຍທາງຄະນະສໍາຫລວດຈະໄດ້ສໍາຜັດສະເໜ່ຂອງ 3 ເມືອງສໍາຄັນ ຄື: ຈີໜານ ເມືອງແຫ່ງນໍ້າພຸ, ຊູຝູບ້ານເກີດຂອງທ່ານຂົງຈື ແລະ ແຫລ່ງກໍາເນີດວັດທະນະທໍາຂົງຈື, ລວມເຖິງຊິ໋ງຕາວ ເມືອງແຄມທະເລ ທີ່ມີມົນສະເໜ່ ແລະ ຈະໄດ້ສໍາຜັດບັນຍາກາດຂອງງານເທສະການເບຍສາກົນຊິ໋ງຕາວ ຄັ້ງທີ 36. ພ້ອມນີ້, ຄະນະສໍາຫລວດເສັ້ນທາງທ່ອງທ່ຽວຈາກ ສປປ ລາວ ໄດ້ເດີນທາງຢ້ຽມຢາມນະຄອນຈີໜານ ແຂວງຊານຕົ່ງ ສປ ຈີນ ເພື່ອສໍາຫລວດແຫລ່ງທ່ອງທ່ຽວ ແລະ ແລກປ່ຽນການຮ່ວມມືດ້ານວັດທະນະທໍາ-ການທ່ອງທ່ຽວ, ທັງໄດ້ຢ້ຽມຊົມເມືອງເກົ່າໝິງສຸ່ຍ, ສໍາຜັດວັດທະນະທໍາຂອງ ຫລີຊິງຈ້າວ, ຮ່ວມສໍາຜັດສິລະປະຍ້ອມຜ້າແບບດັ້ງເດີມ ແລະ ລ່ອງເຮືອຊົມທິວທັດທະເລສາບຕ້າໝິງຫູ; ໄດ້ເດີນທາງຈາກນະຄອນຈີໜານ ໄປຍັງເມືອງຊູຝູ ດ້ວຍລົດໄຟຄວາມໄວສູງ ເພື່ອສຳຜັດກັບວັດທະນະທຳຂົງຈື ທີ່ມີປະຫວັດສາດຍາວນານ ແລະ ໄດ້ຢ້ຽມຊົມ “ຊ່ານຂົງ” (ວັດຂົງຈື, ຕຳນັກຕະກູນຂົງຈື, ສຸສານຕະກູນຂົງຈື) ແລະ ນີຊານເຊິ່ງຈິ້ງ, ຮຽນຮູ້ແນວຄິດ ແລະ ພູມປັນຍາຂອງຂົງຈື, ພ້ອມສຳຜັດການນຳເຕັກໂນໂລຊີສະໄໝໃໝ່ ມາປະສົມປະສານກັບວັດທະນະທຳດັ້ງເດີມ.

ພ້ອມກັນນັ້ນ, ຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມກັບແຂວງຊານຕົ່ງຂອງ ສປ ຈີນ ເພື່ອແນະນໍາການທ່ອງທ່ຽວ ແລະ ແລກປ່ຽນທາງທຸລະກິດ, ປຶກສາຫາລືກ່ຽວກັບການແລກປ່ຽນນັກທ່ອງທ່ຽວ ແລະ ການຮ່ວມພັດທະນາເສັ້ນທາງທ່ອງທ່ຽວ ຕື່ມອີກ. ການເດີນທາງຄັ້ງນີ້, ຍັງໄດ້ສະທ້ອນເຖິງ 3 ຄຳ ສຳຄັນຄື: “ການເຊື່ອມຕໍ່, ການສືບທອດ ແລະ ການສ້າງສັນໃໝ່” ພ້ອມທັງເປັນອີກໜຶ່ງໂອກາດໃນການເສີມສ້າງຄວາມເຂົ້າໃຈ ແລະ ການແລກປ່ຽນດ້ານວັດທະນະທຳ-ການທ່ອງທ່ຽວ ລະຫວ່າງ ລາວ-ຈີນ ໃຫ້ເລິກເຊິ່ງຍິ່ງຂຶ້ນ.
KPL