ຂປລ
ການສົ່ງອອກລົດຂອງ ສປ ຈີນ ຍັງສືບຕໍ່ ຮັກສາ ທ່າອຽງເພີ່ມຂຶ້ນ ຢ່າງແຂງແຮງ, ໂດຍສະເພາະ ເດືອນກໍລະກົດ ຜ່ານມາ ໄດ້ສົ່ງອອກລົດ ຫລາຍກວ່າ 1.04 ລ້ານຄັນ, ເພີ່ມຂຶ້ນ 81.3% ເມື່ອທຽບໃສ່ ເດືອນກໍລະກົດ ປີກາຍ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ແຫລ່ງຂ່າວ ຈາກສະມາຄົມ ອຸດສາຫະກຳລົດຈີນ ໃຫ້ຮູ້ໃນວັນທີ 12 ສິງຫານີ້ວ່າ: ການສົ່ງອອກລົດຂອງ ສປ ຈີນ ຍັງສືບຕໍ່ ຮັກສາ ທ່າອຽງເພີ່ມຂຶ້ນ ຢ່າງແຂງແຮງ, ໂດຍສະເພາະ ເດືອນກໍລະກົດ ຜ່ານມາ ໄດ້ສົ່ງອອກລົດ ຫລາຍກວ່າ 1.04 ລ້ານຄັນ, ເພີ່ມຂຶ້ນ 81.3% ເມື່ອທຽບໃສ່ ເດືອນກໍລະກົດ ປີກາຍ. ໃນນັ້ນ, ລົດໃຊ້ພະລັງງານໃໝ່ ມີເຖິງ 553.000 ກວ່າຄັນ, ເພີ່ມຂຶ້ນ 145,5%. ເຈົ້າໜ້າທີ່ສະມາຄົມ ອຸດສາຫະກຳລົດຈີນ ກ່າວວ່າ: ເຫດຜົນທີ່ເຮັດໃຫ້ ການສົ່ງອອກລົດ ສາມາດ ຮັກສາການເຕີບໂຕ ຢ່າງວ່ອງໄວ, ຕົ້ນຕໍແມ່ນຍ້ອນ ສປ ຈີນ ມີຕ່ອງໂສ້ອຸດສາຫະກຳລົດ ທີ່ຄົບຖ້ວນ ທີ່ສຸດໃນໂລກ, ຈາກການປຸງແຕ່ງແຮ່ທາດ ຣີທຽມ, ການຜະລິດໝໍ້ໄຟ, ເຄື່ອງຈັກໄຟຟ້າ ແລະ ລະບົບຄວບຄຸມໄຟຟ້າ ຮອດການປະກອບລົດ ຈົນສົມບູນ, ບໍ່ພຽງແຕ່ ສາມາດຄວບຄຸມ ຕົ້ນທຶນໄດ້, ຍັງມີຄວາມສາມາດ ທີ່ເຂັ້ມແຂງ ໃນການຕ້ານກັບຄວາມສ່ຽງ ດ້ານຕ່ອງໂສ້ການສະໜອງ. ນອກນີ້, ຂະບວນການ ຫັນເປັນອັດສະລິຍະ ຂອງອຸດສາຫະກຳລົດຂອງ ສປ ຈີນ ໄດ້ກາຍເປັນກຳລັງ ແຂ່ງຂັນຕົ້ນຕໍ, ການຂັບຂີ່ ແບບອັດສະລິຍະ ແລະ ລະບົບໂຕ້ຕອບ ໃນຫ້ອງໂດຍສານກັບລົດ ເປັນຕົ້ນ ໄດ້ພັດທະນາຂຶ້ນ ຢ່າງວ່ອງໄວ ເຊິ່ງສາມາດ ຕອບສະໜອງກັບ ຄວາມຕ້ອງການ ຂອງລູກຄ້າຕ່າງປະເທດ ໄດ້ຢ່າງຖືກຕ້ອງແມ່ນຢຳ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL