ຂປລ
ທ່ານ ເຟີດິນານດ໌ ມາກອສ ຈູເນຍ ຟິລິປປິນ ໄດ້ຮຽກຮ້ອງໃຫ້ ລັດຖະສະພາ ອະນຸມັດງົບປະມານ 7,2 ພັນຕື້ເປໂຊ ສຳລັບ ປີ 2027 ເຊິ່ງເປັນຕົວເລກ ທີ່ສູງກວ່າປີນີ້ 6% ພາຍໃຕ້ ຄວາມພະຍາຍາມ ຟື້ນຟູ ເສດຖະກິດ
ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ມານິລາ ຂອງ ຟິລິບປິນ, ທ່ານ ເຟີດິນານດ໌ ມາກອສ ຈູເນຍ ຟິລິປປິນ ໄດ້ຮຽກຮ້ອງໃຫ້ ລັດຖະສະພາ ອະນຸມັດງົບປະມານ 7,2 ພັນຕື້ເປໂຊ ສຳລັບ ປີ 2027 ເຊິ່ງເປັນຕົວເລກ ທີ່ສູງກວ່າປີນີ້ 6% ພາຍໃຕ້ ຄວາມພະຍາຍາມ ຟື້ນຟູ ເສດຖະກິດ ຫລັງຈາກ ການຢຸດຈຶ້ງຢ່າງຮຸນແຮງ ທີ່ເຮັດໃຫ້ ການໃຊ້ຈ່າຍ ດ້ານພື້ນຖານ ໂຄງສ້າງ ຫລຸດລົງ.
ເສດຖະກິດຟິລິປປິນ ໄດ້ເຕີບໂຕ 2,3% ໃນໄຕມາດທີ 2 ເມື່ອສົມທຽບກັບ ປີຜ່ານມາ ເຊິ່ງເປັນ ອັດຕາການເຕີບໂຕ ທີ່ອ່ອນແອທີ່ສຸດ ນັບຕັ້ງແຕ່ ປີ 2021 ເນື່ອງຈາກ ການກໍ່ສ້າງ ຫລຸດລົງ ແລະ ຄວາມຕ້ອງການ ພາຍໃນປະເທດ ຫລຸດລົງ. ໃນຂະນະທີ່ ກະຊວງ ງົບປະມານ ແລະ ການຈັດການ ຂອງ ຟິລິປປິນ ລະບຸວ່າ ແຜນການໃຊ້ຈ່າຍ ທີ່ສະເໜີສຳລັບປີໜ້າ ເມື່ອທຽບເທົ່າກັບ 21,7% ຂອງ ລວມຍອດຜະລິດຕະພັນ ພາຍໃນປະເທດ (ຈີດີພີ)./
KPL