ຂປລ
ໃນລະຫວ່າງວັນທີ 10-12 ສິງຫາ 2026, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ທີ່ ນະຄອນຫຼວງປັກກິ່ງ ໄດ້ຈັດພິທີໄວ້ອາໄລ ເພື່ອສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ແລະ ຄວາມອາໄລຮັກອັນສຸດຊຶ້ງ ເຖິງ ສະຫາຍ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງ ຂອງວັນທີ 08 ສິງຫາ 2026.
ໃນລະຫວ່າງວັນທີ 10-12 ສິງຫາ 2026, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ທີ່ ນະຄອນຫຼວງປັກກິ່ງ ໄດ້ຈັດພິທີໄວ້ອາໄລ ເພື່ອສະແດງ ຄວາມຮູ້ ບຸນຄຸນ ອັນເລິກເຊິ່ງ ແລະ ຄວາມອາໄລຮັກອັນສຸດຊຶ້ງ ເຖິງ ສະຫາຍ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ ເຖິງແກ່ ມໍລະນະກຳ ໃນເວລາ 11:18 ໂມງ ຂອງວັນທີ 08 ສິງຫາ 2026.
ໂອກາດດັ່ງກ່າວນີ້, ສະຫາຍ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ກໍໃຫ້ກຽດຕ້ອນຮັບ ຄະນະນໍາຂອງພາກສ່ວນ ກ່ຽວຂ້ອງ ສປ ຈີນ ເປັນຕົ້ນແມ່ນ ສະຫາຍ ນາງ ຊຸ່ນ ຫາຍແຢ້ນ, ຮອງຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ກອມມູນິດຈີນ ແລະ ສະຫາຍ ນາງ ຮວາ ຊຸ່ນຍິງ, ຮອງລັດຖະມົນຕີກະຊວງ ການຕ່າງ ປະເທດຈີນ ພ້ອມດ້ວຍຄະນະ ເຂົ້າຮ່ວມພິທີວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ. ພິເສດແມ່ນ ສະຫາຍ ຈ້າວ ເລີ້ຈີ້, ກໍາມະການ ປະຈໍາກົມການເມືອງ ສູນກາງພັກ ກອມມູນິດ ຈີນ, ປະທານສະພາປະຊາຊົນ ທົ່ວປະເທດຈີນ ໄດ້ສົ່ງພວງມາລາມາຍັງ ສະຖານທູດລາວ ທີ່ນະຄອນຫຼວງປັກກິ່ງ ເພື່ອສະແດງຄວາມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

ນອກຈາກນີ້, ຍັງມີພາກສ່ວນກ່ຽວຂ້ອງ ຈາກສູນກາງ ແລະ ທ້ອງຖິ່ນຂອງຈີນ, ບັນດາທູຕານຸທູດຕ່າງປະເທດ ປະຈໍາ ສປ ຈີນ ເຊັ່ນ: ຫ້ອງການຕ່າງປະເທດ ນະຄອນຊົງຊິ້ງ, ສະຫະພັນ ພັດທະນາ ຕົວເມືອງຈີນ, ສະຖານເອກອັກ ຄະລັດຖະທູດ ແຫ່ງ ສສ.ຫວຽດນາມ, ສປປ ເກົາຫຼີ, ສ.ກູບາ, ເວເນຊູເອລາ, ໄທ, ສ.ມຽນມາ, ຕີມໍແລັດສະເຕ, ຍີ່ປຸ່ນ, ບັງກລາເທດ, ໄຊປຣັດ ແລະ ອື່ນໆ ເຂົ້າຮ່ວມວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ພ້ອມທັງພົບປະໂອ້ລົມ, ສະແດງຄວາມໂສກເສົ້າ ເສຍໃຈ ແລະ ອາໄລອາວອນ ທີ່ພັກ-ລັດ ຖະບານ ລາວ ໄດ້ສູນເສຍການນໍາ ຫຼັກແຫຼງ ຢ່າງບໍ່ມີວັນກັບຄືນມາ ແລະ ຕີລາຄາສູງຕໍ່ການປະກອບສ່ວນ ເຂົ້າໃນພາລະກິດ ປົກປັກຮັກສາ ແລະ ການສ້າງສາພັດທະນາ ປະເທດຊາດ ກໍຄື ການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບປະເທດເພື່ອນມິດ ທັງຢູ່ໃກ້ ແລະ ໄກ ຂອງ ສະຫາຍ ໄຊສົມພອນ ພົມວິຫານ.
KPL