ເຮືອບິນຊີ 919 ທີ່ຜະລິດໂດຍ ສປ ຈີນ ປະສົບຜົນສໍາເລັດ ໃນການບິນການຄ້າສາກົນເປັນຄັ້ງທຳອິດ

13/08/2026 14:41
ຂປລ ເຮືອ​ບິນ C919 ​ເຊິ່ງ​ເປັນ ​ເຮືອ​ບິນ​ໂດ​ຍ​ສານ​ ຂະ​ໜາດ​ໃຫຍ່​ ທີ່ຜະ​ລິ​ດໂດຍ ສປ ​ຈີນ ໄດ້ເດີນ​ທາງ​ອອກ​ຈາກ​ ສະ​ໜາມ​ບິນ​ສາ​ກົນ​ ນະ​ຄອນຫລວງ​ປັກ​ກິ່ງ ​ແລະ ລົງ​ຈອດ​ຢູ່​ສະ​ໜາມ​ບິນ​ອູ​ລານ​ບາ​ຕໍ​ໃໝ່ ​ປະ​ເທດ​ມົງ​ໂກ​ລີ​ ສຳ​ເລັດ​ຜົນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ​ວັນ​ທີ 12 ສິງ​ຫາ​ນີ້, ເຮືອ​ບິນ C919 ​ເຊິ່ງ​ເປັນ ​ເຮືອ​ບິນ​ໂດ​ຍ​ສານ​ ຂະ​ໜາດ​ໃຫຍ່​ ທີ່ຜະ​ລິ​ດໂດຍ ສປ ​ຈີນ  ໄດ້ເດີນ​ທາງ​ອອກ​ຈາກ​ ສະ​ໜາມ​ບິນ​ສາ​ກົນ​ ນະ​ຄອນຫລວງ​ປັກ​ກິ່ງ ​ແລະ ລົງ​ຈອດ​ຢູ່​ສະ​ໜາມ​ບິນ​ອູ​ລານ​ບາ​ຕໍ​ໃໝ່ ​ປະ​ເທດ​ມົງ​ໂກ​ລີ​ ສຳ​ເລັດ​ຜົນ. ນີ້​ແມ່ນ​ການ​ເປີດ​ເສັ້ນ​ທາງ​ການ​ບິນ​ສາ​ກົນ ສາຍ​ທຳ​ອິດ ຫລັງ​ຈາກ ​ເຮືອ​ບິນ C919 ເລີ່ມ​ດຳ​ເນີນ​ທຸ​ລະ​ກິດ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ: ເຮືອ​ບິນ C919 ໄດ້​ຜ່ານ​ການກວດ​ສອບ​ ມາດ​ຕະ​ຖານ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ ການ​ບິນ​ພົນ​ລະ​ເຮືອນ​ສາ​ກົນ ​ສອງ​ຝ່າຍ ​ຢ່າງ​ສະ​ດວກ ແລະ ໄດ້​ຮັບ​ການ​ຮັບ​ຮອງ ​ໃຫ້​ບໍ​ລິ​ການ​ຜູ້​ໂດຍ​ສານ ​ເສັ້ນ​ທາງ​ການ​ບິນ​ສາ​ກົນ ​ຢ່າງ​ເປັນ​ປົກ​ກະ​ຕິ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ ​ໃຫ້​ເຫັນ​ວ່າ: ການ​ພັດ​ທະ​ນາ ​ສູ່​ລະ​ດັບ​ສາ​ກົນ​ຂອງ​ເຮືອ​ບິນ​ໂດຍ​ສານ​ຂະ​ໜາດ​ໃຫຍ່ ​ທີ່​ຜະ​ລິດ​ໂດຍ​ ສປ ຈີນ ​ໄດ້​ເຂົ້າ​ສູ່​ຂັ້ນ​ຕອນ​ ການ​ພັດ​ທະ​ນາ​ໃໝ່./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top