ສປ ຈີນ ຕິດຕັ້ງເຄື່ອງຈັກ ຜະລິດໄຟຟ້າ ດ້ວຍພະລັງງານນິວເຄລຍ ອັນດັບ 1 ຂອງໂລກ

13/08/2026 16:26
ຂປລ ສປ ຈີນ​ ໄດ້​ເພີ່ມ​ຄວາມ​ແຮງ​ ໃນ​ການ​ສ້າງ​ໂຄງ​ການ​ຜະ​ລິດ​ໄຟ​ຟ້າ ​ດ້ວຍ​ພະ​ລັງ​ງານ​ນິ​​ວເຄ​ລຍ, ​ກຳ​ລັງ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ​ ດ້ວຍ​ພະ​ລັງ​ງານ​ນິ​ວ​ເຄ​ລຍ​ຂອງ​ ສປ ຈີນ ​ເປັນ​ອັນ​ດັບ 1 ຂອງ​ໂລກ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ສປ ຈີນ​ ໄດ້​ເພີ່ມ​ຄວາມ​ແຮງ​ ໃນ​ການ​ສ້າງ​ໂຄງ​ການ​ຜະ​ລິດ​ໄຟ​ຟ້າ ​ດ້ວຍ​ພະ​ລັງ​ງານ​ນິ​​ວເຄ​ລຍ, ​ກຳ​ລັງ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ​ ດ້ວຍ​ພະ​ລັງ​ງານ​ນິ​ວ​ເຄ​ລຍ​ຂອງ​ ສປ ຈີນ ​ເປັນ​ອັນ​ດັບ 1 ຂອງ​ໂລກ. ປັດ​ຈຸ​ບັນ, ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ ​ດ້ວຍ​ພະ​ລັງ​ງານ​ນິ​ວ​ເຄ​ລຍ ​ທີ່​ພວມ​ກໍ່​ສ້າງ​ຢູ່​ຂອງ​ ສປ ຈີນ ​ມີ​ເຖິງ 57 ໜ່ວຍ, ຂະ​ໜາດ​ການ​ກໍ່​ສ້າງ​ ໄດ້​ກວມ​ເອົາ​ຫລາຍກວ່າ​ເຄິ່ງ​ໜຶ່ງ​ຂອງ​ໂລກ. ​ກຳ​ລັງຕິດ​ຕັ້ງ​ເຄື່ອງ​ຈັກ ​ຜະ​ລິດ​ໄຟ​ຟ້າ​ ດ້ວຍ​ພະ​ລັງ​ງານ​ນິ​ເຄ​ລຍ​ຂອງ​ ສປ ຈີນ ທີ່​ກຳ​ລັງ​ຜະ​ລິດ​ໄຟ​ຟ້າ ແລະ ກຳ​ລັງ​ກໍ່​ສ້າງ​ຢູ່​ໄດ້​ບັນ​ລຸ​ເຖິງ 135 ລ້ານ​ກິ​ໂລ​ວັດ, ​ເປັນ​ອັນ​ດັບ 1 ຂອງ​ໂລກ.ໃນ​ໄລ​ຍະ​ການ​ຈັດ​ຕັ້ງ​ ປະ​ຕິ​ບັດ ​ແຜນ​ພັດ​ທະ​ນາ ​ເສດ​ຖະ​ກິດ-ສັງ​ຄົມ​ ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15 ຂອງ​ ສປ ຈີນ, ສປ ຈີນ ​ໄດ້​ສືບ​ຕໍ່​ຮັກ​ສາ ຫລັກ​ການ “ການ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ, ປອດ​ໄພ ແລະ ເປັນ​ລະ​ບຽບ​ຮຽບ​ຮ້ອຍ” ໃນ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ງານ​ນິວ​ເຄ​ລຍ, ຊຸກ​ຍູ້​ການ​ກໍ່​ສ້າງ​ເຂດ​ຜະ​ລິດ​ໄຟ​ຟ້າ ​ດ້ວຍ​ພະ​ລັງ​ງານ​ນິວ​ເຄ​ລຍ ​ແຄມ​ທະ​ເລ ​ພາກ​ຕາ​ເວັນ​ອອກ​ຢ່າງ​ໜັກ​ແໜ້ນ, ຊຸກ​ຍູ້​ການ​ນຳ​ໃຊ້​ພະ​ລັງ​ງານ​ນິວ​ເຄ​ລຍ ​​ຢ່າງ​ຮອບ​ດ້ານ ຕາມ​ສະ​ພາບ​ຕົວ​ຈິງ​ ຂອງ​ທ້ອງ​ຖິ່ນ ແລະ ເພີ່ມ​ອັດ​ຕາ​ສ່ວນ​ ຂອງ​ໄຟ​ຟ້າ​ນິວ​ເຄ​ລຍ​ ໃນ​ການ​ນຳ​ໃຊ້ ພະ​ລັງ​ງານ​ໄຟ​ຟ້າ​ ໃຫ້​ສູງ​ຂຶ້ນ​ຢ່າງ​ໜັກ​ແໜ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top