ອັງກິດ ຜະເຊີນໄພແຫ້ງແລ້ງຢ່າງໜັກ ຫລາຍກວ່າ 70%

12/08/2026 21:34
ຂປລ ກຸ່ມໄພແຫ້ງແລ້ງແຫ່ງຊາດ (NDG) ຂອງ ອັງກິດ ໄດ້ອອກຄຳເຕືອນວ່າ ມີພື້ນທີ່ເກືອບ 3 ໃນ 4 ຂອງ ອັງກິດ ພວມຜະເຊີນກັບໄພແຫ້ງແລ້ງ ຈາກສະພາບອາກາດ ໄພແຫ້ງແລ້ງ ໃນໄລຍະຕົ້ນເດືອນສິງຫາ.

ຂປລ.ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ກຸ່ມໄພແຫ້ງແລ້ງແຫ່ງຊາດ (NDG) ຂອງ ອັງກິດ ໄດ້ອອກຄຳເຕືອນວ່າ ມີພື້ນທີ່ເກືອບ 3 ໃນ 4 ຂອງ ອັງກິດ ພວມຜະເຊີນກັບໄພແຫ້ງແລ້ງ ຈາກສະພາບອາກາດ ໄພແຫ້ງແລ້ງ ໃນໄລຍະຕົ້ນເດືອນສິງຫາ.

ກຸ່ມ NDG ປະກອບດ້ວຍ ໜ່ວຍງານຄຸ້ມຄອງ, ໜ່ວຍງານພາກລັດ, ບໍລິສັດນ້ຳ ແລະ ອົງການດ້ານການກະເສດ ເປີດເຜີຍວ່າ ຊັບພະຍາກອນນ້ຳ ໃນທຸກພື້ນທີຂອງອັງກິດ ພວມຜະເຊີນກັບແຮງກົດດັນ ເພີ່ມຂຶ້ນ ເຊິ່ງສົ່ງຜົນກະທົບ ຕໍ່ ຂະແໜງກະສິກຳ, ນ້ຳປະປາ ສຳລັບປະຊາຊົນ, ການແລ່ນກຳປັ່ນ ແລະ ສິ່ງແວດລ້ອມ ມີທ່າອຽງຮຸນແຮງຂຶ້ນ.

ໂດຍສະເພາະ ພື້ນທີ່ East Midlands, Lincolnshire ແລະ Northamptonshire ລວມເຖິງ Kent ແລະ East Sussex ຕະຫລອດເຖິງ Solent ແລະ South Downs ເປັນພື້ນທີ່ຫລ້າສຸດ ທີ່ ຖືກປະກາດເຂົ້າສູ່ພາວະໄພແຫ້ງແລ້ງ ເມື່ອວັນທີ 10 ສິງຫາ ຜ່ານມາ ເຮັດໃຫ້ ປັດຈຸບັນ ມີພື້ນທີ່ 71.3% ຂອງ ອັງກິດ ພວມຜະເຊີນກັບໄພແຫ້ງແລ້ງຢ່າງໜັກ ຈາກປະລິມານຝົນ ທີ່ຫລຸດລົງຕໍ່າຫລາຍ ປະກອບກັບ ອຸນະພູມເພີ່ມສູງຂຶ້ນ.  ນອກຈາກນັ້ນ, ປະຊາກອນ ປະມານ 45 ລ້ານຄົນ ໃນອັງກິດ ພວມອາໄສຢູ່ ໃນພື້ນທີ່ປະສົບໄພແຫ້ງແລ້ງ ແລະ ຫລາຍກວ່າ 27 ລ້ານຄົນ ແມ່ນຢູ່ພາຍໃຕ້ ມາດຕະການ ຈຳກັດການໃຊ້ນ້ຳ./

KPL

ຂ່າວອື່ນໆ

ads
ads

Top