ສ.ອາເມລິກາ ລົງນາມຄຳສັ່ງ ຫລຸດຈຳວນວັກຊີນເດັກ

12/08/2026 21:34
ຂປລ ປະທານາທິບໍດີ ໂດນັນ ທຣຳ ຂອງ ສ.ອາເມລິກາ ໄດ້ລົງນາມ ໃນຄຳສັ່ງ ຝ່າຍບໍລິຫານ ເພື່ອຫລຸດຜ່ອນ ການສັກວັກຊີນ ໃນເດັກ ໂດຍຈຳກັດ ຕາຕະລາງ ການຮັບ ວັກຊີນເຫລືອພຽງ 11 ລາຍການ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ປະທານາທິບໍດີ ໂດນັນ ທຣຳ ຂອງ ສ.ອາເມລິກາ ໄດ້ລົງນາມ ໃນຄຳສັ່ງ ຝ່າຍບໍລິຫານ ເພື່ອຫລຸດຜ່ອນ ການສັກວັກຊີນ ໃນເດັກ ໂດຍຈຳກັດ ຕາຕະລາງ ການຮັບ ວັກຊີນເຫລືອພຽງ 11 ລາຍການ ເຊິ່ງ ທ່ານໂດນັນ ທຣຳ ລະບຸວ່າ ຈະຊ່ວຍໃຫ້ເດັກ ໃນສ.ອາເມລິກາ ໄດ້ຮັບການ ປົກປ້ອງ ລະດັບ “ມາດຕະຖານຄຳ” (Gold Standard) ແລະ ສອດຄ່ອງກັບ ກຸ່ມປະເທດ ພັນທະມິດ ທີ່ ແນະນຳ ໃຫ້ຫລຸດຈຳວນການສັກວັກຊີນ.

ນອກຈາກນີ້, ຄຳສັ່ງດັ່ງກ່າວ ຍັງແນະນຳໃຫ້ ແຍກວັກຊີນ ພະຍາດຫັດ (Measles), ພະຍາດຄາງທູມ (Mumps) ແລະ ພະຍາດຫັດເຢຍລະມັນ (Rubella) ຫລື ວັກຊີນ MMR ອອກເປັນ 3 ເຂັມ ແລະ ໃຫ້ສັກວັກຊີນແຕ່ລະຊະນິດ ໃນການພົບແພດໝໍ ໃນແຕ່ລະຄັ້ງ ໂດຍມີຜົນບັງຄັບໃຊ້ທັນທີ.  ຄະນະບໍລິຫານ ຈະຮັບຮອງ ຂໍ້ແນະນຳ ການສັດວັກຊີນ ໃນເດັກ ລະດັບມາດຕະຖານຄຳ ສຳລັບ ວັກຊີນຫລັກພຽງ 11 ລາຍການ ເພື່ອປ້ອງກັນ ພະຍາດທີ່ຮຸນແຮງ ແລະ ອັນຕະລາຍທີ່ສຸດ ຄຽງຄູ່ໄປກັບ ວັກຊີນ MMR ເຊິ່ງຫວັງວ່າ ຈະມີການຈຳແຍກອອກ. ທ່ານ ໂດນັນ ທຣຳ ກ່າວ ໃນພິທີລົງນາມ ທີ່ ທຳນຽບຂາວ ແລະ ໄດ້ກ່າວຫລາຍຄັ້ງ ກ່ຽວກັບ ການວິນິດໄສພາວະອໍທີສຕິກ ທີ່ເພີ່ມຂຶ້ນໃນສ.ອາເມລິກາ./

KPL

ຂ່າວອື່ນໆ

ads
ads

Top