ອອປສ ເຜີຍແຜ່ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ Xll

12/08/2026 10:59
Email Print 910
ຂປລ ອົງການໄອຍະການປະ ຊາຊົນສູງສຸດ (ອອປສ) ຈັດເຜີຍ ແຜ່, ເຊື່ອມຊຶມກົດລະບຽບພັກປະ ຊາຊົນປະຕິວັດລາວ ສະໄໝທີ XII ໃນວັນທີ 10 ສິງຫາ 2026
ໂດຍການເປັນປະທານຂອງສະຫາຍ ນາງ ລີວົງ ລາວລີ ກຳມະການສູນ ກາງພັກ, ເລຂາຄະນະບໍລິຫານງານ ພັກ, ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ, ມີຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຄະນະ ນຳກົມ, ຫ້ອງການ, ສະຖາບັນຄົ້ນ ຄວ້າ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາຊົນສູງ ສຸດ ພ້ອມທັງສະມາຊິກພັກທັງໝົດ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິ ຫານງານພັກ, ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ໄດ້ ເຜີຍແຜ່, ເຊື່ອມຊຶມເນື້ອໃນສຳຄັນ ຂອງກົດລະບຽບພັກປະຊາຊົນປະ ຕິວັດລາວ ສະໄໝທີ XII ຕິດພັນກັບ ຄຳແນະນຳ ເລກທີ 303/ຄຈສພ, ລົງວັນທີ 20 ພຶດສະພາ 2026 ໂດຍ ເນັ້ນເຖິງຫລັກການ, ມາດຕະຖານ ແລະ ຂັ້ນຕອນການຂະຫຍາຍພັກ, ສິດ ແລະ ພັນທະຂອງສະມາຊິກພັກ, ພ້ອມທັງເຜີຍແຜ່ມະຕິຕົກລົງເລກທີ 64/ກມສພ, ລົງວັນທີ 24 ກໍລະກົດ 2026 ວ່າດ້ວຍວຽກງານສ້າງແຜນ ກຳນົດພະນັກງານນຳພາ-ຄຸ້ມຄອງ. ພ້ອມນີ້, ສະຫາຍ ນາງ ພອນທິບ ສາວະລີ ກໍາມະການຄະນະບໍລິຫານ ງານພັກ, ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ໄດ້ ເຜີຍແຜ່ເນື້ອໃນຈິດໃຈສຳຄັນຂອງ ມະຕິເລກທີ 25/ກມສພ ລົງວັນທີ 24 ທັນວາ 2024 ວ່າດ້ວຍເອກະ ສານຂອງພັກປະຊາຊົນປະຕິວັດ ລາວ ແລະ ບົດແນະນຳ ເລກທີ 01/ຕສພ ລົງວັນທີ 21 ກໍລະກົດ 2026 ກ່ຽວກັບການຈັດຕັ້ງປະຕິ ບັດເອກະສານຂອງພັກ ໂດຍເນັ້ນ ເຖິງຫລັກການ ແລະ ຮູບແບບການ ຈັດທຳເອກະສານ, ປະເພດ ແລະ ຂອບເຂດສິດໃນການອອກເອກະ ສານ, ລວມເຖິງການປະທັບຕາ ແລະ ການຄຸ້ມຄອງນຳໃຊ້ເອກະສານ ຂອງພັກປະຊາຊົນປະຕິວັດລາວ. ສະຫາຍ ນາງ ລີວົງ ລາວລີ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ ຄະນະພັກ-ຄະນະນຳ ແລະ ສະມາຊິກພັກທັງໝົດນຳເອົາບັນດາເນື້ອ ໃນຈິດໃຈ 4 ເອກະສານທີ່ສຳຄັນ ຂອງພັກປະຊາຊົນປະຕິວັດລາວ ນຳໄປຈັດຕັ້ງປະຕິບັດ ແລະ ຜັນຂະ ຫຍາຍໃຫ້ປະກົດຜົນເປັນຈິງ. ຂ່າວ: ອອປສ
KPL

ຂ່າວອື່ນໆ

    • ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານພັກສະໄໝທີ XII ແລະ ເອກະສານສຳຄັນຂອງພັກການເມືອງ

      ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານພັກສະໄໝທີ XII ແລະ ເອກະສານສຳຄັນຂອງພັກ

      9/10/2026 10:45:30 AM

      ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານພັກ ສະໄໝ XII ແລະ ບັນດາເອກະສານສຳຄັນຕ່າງໆຂອງພັກ ໃນວັນທີ 9 ກັນຍາ 2026 ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະພັກ, ພະນັກງານຫລັກແຫລ່ງ, ພ້ອມດ້ວຍສະມາຊິກພັກ- ພະນັກງານລັດຖະກອນເຂົ້າຮ່ວມ.

    • ສະພາທິດສະດີສູນກາງພັກ ສະຫລຸບວຽກງານ 5 ປີການເມືອງ

      ສະພາທິດສະດີສູນກາງພັກ ສະຫລຸບວຽກງານ 5 ປີ

      9/10/2026 10:37:33 AM

      ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກໄລຍະ 2021-2025 ແລະ ວາງທິດທາງແຜນການໄລຍະ 2026-2030 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ພາຍໃຕ້ການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ, ມີຮອງປະທານ, ຫົວໜ້າຄະນະກໍາມະການດ້ານຕ່າງໆ ແລະ ສະມາຊິກສະພາທິດສະດີສູນກາງພັກ ເຂົ້າຮ່ວມ.

    • ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມ  3RC-CCMການເມືອງ

      ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມ 3RC-CCM

      9/8/2026 11:54:28 AM

      ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ຫົວໜ້າກອງເລຂາ ຄຊກລ ໄດ້ໃຫ້ສໍາພາດຕໍ່ສຶ່ມວນຊົນ ໂດຍໄດ້ຢືນຢັນຢ່າງໜັກແໜ້ນວ່າ: ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມທົບທວນຮອບວຽນທີ 3 ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (3RC CCM) ໂດຍໄດ້ມີການກະກຽມຄວາມພ້ອມຢ່າງຮອບດ້ານ ແລະ ຢ່າງລະອຽດຖີ່ຖ້ວນ.

    • ລາວ-ກາຊັກສະຖານ ລົງນາມການຮ່ວມມືວຽກງານໄອຍະການການເມືອງ

      ລາວ-ກາຊັກສະຖານ ລົງນາມການຮ່ວມມືວຽກງານໄອຍະການ

      9/7/2026 7:36:33 PM

      ໃນວັນທີ 3 ກັນຍາ 2026, ທີ່ນະຄອນຫຼວງອັດສະຕານາ, ສາທາລະນະລັດ ກາຊັກສະຖານ, ໃນໂອກາດການຢ້ຽມຢາມທາງລັດຖະກິດຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ກາຊັກສະຖານ ເພື່ອວາງຂອບ ແລະ ສ້າງພື້ນຖານ ໃຫ້ແກ່ການຮ່ວມມືວຽກງານໄອຍະການ ລະຫວ່າງສອງອົງການ ໃນຕໍ່ໜ້າຢ່າງມີປະສິດທິຜົນ.

    • ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີການເມືອງ

      ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

      9/7/2026 12:47:54 PM

      ໃນວັນທີ 1 ກັນຍາ 2026 ທີ່ນະຄອນຫລວງບິສະເກັກ, ສ ກຽກກິດສະຖານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus).

ads
ads

Top