ສື່ມວນຊົນລາວກ້າວສູ່ຍຸກດີຈິຕອນ ເນັ້ນນຳໃຊ້ເຕັກໂນໂລຊີ ແລະ AI ເພື່ອເພີ່ມຄວາມວ່ອງໄວໃນການເຜີຍແຜ່ຂ່າວສານ

12/08/2026 11:37
ຂປລ ຂປລ. ໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 76 ປີ ທີ່ຈະມາເຖິງໃນມໍ່ໆນີ້, ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ ສໍານັກຂ່າວສານປະເທດລາວ ໄດ້ຍົກໃຫ້ ການເຕີບໃຫຍ່ຂະຫຍາຍຕົວ ແລະ ບົດບາດ ຂອງສື່ມວນຊົນລາວ ຕະຫລອດໄລຍະຜ່ານມາຈົນເຖິງຍຸກດີຈິຕອນໃນປັດຈຸບັນ.

ຂປລ. ໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 76 ປີ ທີ່ຈະມາເຖິງໃນມໍ່ໆນີ້, ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ ສໍານັກຂ່າວສານປະເທດລາວ ໄດ້ຍົກໃຫ້ ການເຕີບໃຫຍ່ຂະຫຍາຍຕົວ ແລະ ບົດບາດ ຂອງສື່ມວນຊົນລາວ ຕະຫລອດໄລຍະຜ່ານມາຈົນເຖິງຍຸກດີຈິຕອນໃນປັດຈຸບັນ. ການເຕີບໃຫຍ່ຂະຫຍາຍຕົວຂອງສື່ມວນຊົນແມ່ນມີຄວາມໂດດເດັ່ນໃນແຕ່ລະໄລຍະໂດຍສະເພາະດ້ານວັດຖຸ-ອຸປະກອນ ແລະ ເຕັກນິກວິ ຊາການ. ຈາກທີ່ໃນອະດີດອຸປະກອນ ຍັງມີຄວາມຈໍາກັດ ແລະ ການຜະລິດ, ເຜີຍແຜ່ຂ່າວສານມີຄວາມຫຍຸ້ງຍາກ ຊຶ່ງມາຮອດປັດຈຸບັນວິທະຍາສາດ-ເຕັກໂນໂລຊີ ໄດ້ພັດທະນາຢ່າງວ່ອງໄວ ສົ່ງຜົນໃຫ້ວຽກງານສື່ມວນຊົນໄດ້ມີການພັດທະນາ ສາມາດຜະລິດ,ສົ່ງຂ່າວ ແລະ ກະຈາຍຂໍ້ມູນຂ່າວສານມີຄວາມສະດວກ, ວ່ອງໄວ ແລະ ກວ້າງຂວາງ. ນອກຈາກນີ້, ສື່ມວນຊົນລາວຍັງເປັນອົງປະກອບທີ່ສຳຄັນໃນຂະບວນການພັດທະນາສັງຄົມ ແລະ ປະ ເທດຊາດໂດຍເປັນສື່ກາງໃນການສະໜອງຂ່າວສານ,ສ່ອງແສງບັນຫາ

ຕ່າງໆຂອງສັງຄົມ, ຊີ້ແຈງໃຫ້ປະຊາຊົນຮັບຮູ້ຂໍ້ມູນເທັດຈິງ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ. ຄວບຄູ່ກັບການປ່ຽນແປງດ້ານເສດຖະກິດ, ສັງຄົມ ແລະ ເຕັກໂນໂລຊີ ສື່ມວນຊົນລາວຍັງເປັນຜູ້ສ່ອງແສງທຸກການເຄື່ອນ ໄຫວຂອງສັງຄົມ, ເປັນແຮງຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ, ເປັນຜູ້ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈໃນບັນຫາຕ່າງໆຢ່າງຖືກຕ້ອງ, ເປັນເວທີ ລະຫວ່າງອົງການບໍລິຫານ ການປົກຄອງກັບປະຊາຊົນ ພ້ອມທັງຊຸກຍູ້ ສ້າງຄວາມສາມັກຄີເປັນປຶກແຜ່ນ, ຮັກຊາດ, ຮັກບ້ານເກີດເມືອງນອນ ແລະ ພ້ອມກັນສ້າງສາພັດທະນາປະເທດຊາດ. ສື່ມວນຊົນໄດ້ກາຍເປັນອາວຸດອັນແຫລມຄົມຂອງພັກ, ເປັນປາກກະບອກສຽງໃຫ້ພັກ, ລັດ ແລະ ປະຊາຊົນ, ເປັນເວທີ ສົ່ງເສີມລະບອບປະຊາທິປະໄຕ.
ທ່ານ ວັນນະສິນ ສິມມະວົງ ຍັງໄດ້ເນັ້ນຕື່ມວ່າ: ໃຫ້ສື່ມວນຊົນລາວໃນຍຸກປັດຈຸບັນຕ້ອງໄດ້ຫັນປ່ຽນຢ່າງຕັ້ງໜ້າຈາກສື່ເດີມສູ່ຍຸກໃໝ່ໃຫ້ທັນຕາມຍຸກສະໄໝ, ຕ້ອງຮູ້ນໍາໃຊ້ເຕັກໂນໂລຊີ, ເຕັກນິກທີ່ທັນສະໄໝ ໂດຍສະເພາະແມ່ນການນໍາໃຊ້ປັນຍາປະດິດ (AI) ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ແລະ ຮູ້ປັບຕົວເຂົ້າກັບສື່ສັງຄົມອອນລາຍຕ່າງໆ ເພື່ອເຮັດໃຫ້ພາລະບົດບາດ ກໍຄື ການປະຕິບັດໜ້າທີ່ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆໃຫ້ມີຄວາມວ່ອງໄວ ແລະ ທັນການ. ເພື່ອໃຫ້ສົມກັບຄໍາເວົ້າ ທີ່ວ່າ: “ສື່ມວນຊົນແມ່ນ ຜູ້ປາກອອກແສງ, ຜູ້ທີ່ແທງເຖິງໃຈ, ຜູ້ສະດຸ້ງໄວເມື່ອໄດ້ອ່ານ, ຜູ້ກ້າຜ່ານອຸປະສັກ, ຜູ້ທີ່ມັກຄວາມຈິງ, ຜູ້ຍິງຖືກຕ້ອງ”.
ທ່ານ ວັນນະສິນ ສິມມາວົງ ກ່າວເພີ່ມວ່າ: ເພື່ອສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ຄອສພ ຕາມທິດ “ຕັ້ງໜ້າສ້າງການຫັນປ່ຽນໃນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ”, ໃນຊຸມປີຕໍ່ໜ້ານີ້, ຄະນະໂຄສະນາອົບຮົມສູນກາງພັກ ຕ້ອງຕັດສິນໃຈສືບຕໍ່ພັດທະນາວຽກ ງານສື່ມວນ ເພີ່ມທະວີບົດບາດການນໍາພາທີ່ເຂັ້ມແຂງຂອງພັກຕໍ່ສື່ມວນຊົນ ແລະ ສັງຄົມ, ຕ້ອງຖືເອົາການກໍ່ສ້າງພັກເປັນປັດໄຈຕັດສິນ ໂດຍສ້າງໃຫ້ການຈັດຕັ້ງພັກ ໃນບັນດາອົງການສື່ມວນຊົນທຸກຂັ້ນ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງຄວາມເຂັ້ມແຂງ ໃຫ້ແກ່ກົງຈັກການຈັດຕັ້ງຂອງສື່ມວນຊົນ ທີ່ຢູ່ ໃນບັນດາອົງການຈັດຕັ້ງພັກ, ລັດ, ອົງການຈັດຕັ້ງມະຫາຊົນ ແລະ ສັງຄົມ ໃຫ້ສາມາດຈັດຕັ້ງປະຕິບັດພາລະບົດບາດ ຂອງຕົນຢ່າງໜັກແໜ້ນ ເພື່ອຮັບປະກັນ ໃຫ້ໄດ້ 4 ລັກ ສະນະອັນສັກສິດຂອງສື່ມວນຊົນປະຕິວັດ ຄື: ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນໍາ ແລະ ລັກສະນະຕໍ່ສູ້.ສື່ ມວນຊົນຕ້ອງເປັນກະບອກສຽງທີ່ຊົງພະລັງໃນການເຄື່ອນໄຫວໂຄສະນາ, ປຸກລະດົມ, ເຕົ້າໂຮມຄວາມສາມັກຄີ, ຍົກສູງຈິດໃຈຮັກຊາດ, ຮັກລະບອບໃໝ່, ຍົກສູງຈິດໃຈເອກະລາດ, ເປັນເຈົ້າຕົນ ເອງ ແລະ ເພິ່ງຕົນເອງ.
ໂດຍ: ສຸກທະວີ
KPL

ຂ່າວອື່ນໆ

ads
ads

Top